ພາລະບົດບາດ
ສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ສັນຕິພາບເອກະລາດປະຊາທິປະໄຕເອກະພາບວັດທະນະຖາວອນ
ກະຊວງການເງິນ | ເລກທີ 4928 /ກງ |
| ນະຄອນຫຼວງວຽງຈັນ, ວັນທີ 11 ທັນວາ 2019 |
ຂໍ້ຕົກລົງ
ວ່າດ້ວຍການຈັດຕັ້ງແລະການເຄື່ອນໄຫວຂອງກົມບັນຊີ
- ອີງຕາມກົດໝາຍວ່າດ້ວຍການບັນຊີສະບັບເລກທີ47/ສພຊ, ລົງວັນທີ 26 ທັນວາ2013;
- ອີງຕາມກົດໝາຍວ່າດ້ວຍການກວດສອບອິດສະລະສະບັບເລກທີ51/ສພຊ,ລົງວັນທີ22ກໍລະກົດ2014;
- ອີງຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 18 ທັນວາ 2015;
- ອີງຕາມດຳລັດວ່າດ້ວຍການຈັດຕັ້ງ ແລະການເຄື່ອນໄຫວຂອງກະຊວງການເງິນສະບັບເລກທີ144/ນຍ,ລົງວັນທີ08ພຶດສະພາ 2017;
- ອີງຕາມ ຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງຄຸນນະພາບການເຄື່ອນໄຫວ ຂອງກົງຈັກການຈັດຕັ້ງ ແລະ ການບັນຈຸລັດຖະກອນໃໝ່ ສະບັບເລກທີ 03/ນຍ, ລົງວັນທີ09 ກຸມພາ 2019;
- ອີງຕາມ ການຄົ້ນຄວ້າຂອງຄະນະປັບປຸງການຈັດຕັ້ງແລະການເຄື່ອນໄຫວຂອງກະຊວງການເງິນ ແລະນຳສະເໜີ ຂອງກົມຈັດຕັ້ງ ແລະພະນັກງານຄັ້ງວັນທີ05 ທັນວາ
ລັດຖະມົນຕີອອກຂໍ້ຕົກລົງ:
ໝວດທີ1
ບົດບັນຍັດທົ່ວໄປ
ມາດຕາ1 ຈຸດປະສົງ
ຂໍ້ຕົກລົງສະບັບນີ້ກຳນົດທີ່ຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ,ໂຄງປະກອບການຈັດຕັ້ງ,ຫຼັກການແລະແບບແຜນວິທີເຮັດວຽກຂອງກົມບັນຊີເພື່ອເປັນບ່ອນອີງໃຫ້ແກ່ການຄຸ້ມຄອງວຽກງານບັນຊີແລະ ກວດສອບອິດສະລະ, ແນໃສ່ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການບັນຊີ, ກົດໝາຍ ວ່າດ້ວຍການກວດສອບອິດສະລະ, ລະບຽບການບັນຊີ ແລະ ກວດສອບອິດສະລະ ໃຫ້ມີປະສິດທິຜົນສູງແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ.
ມາດຕາ2 ທີ່ຕັ້ງ ແລະພາລະບົດບາດ
ກົມບັນຊີຂຽນເປັນຕົວອັກສອນຫຍໍ້ວ່າ“ກບຊ” ເປັນພາສາອັງກິດ Accounting Department (AD), ແມ່ນກົງຈັກໜຶ່ງຂອງກະຊວງການເງິນ,ມີພາລະບົດບາດເປັນເສນາທິການໃຫ້ລັດຖະມົນຕີກະຊວງການເງິນ ໃນການຄຸ້ມຄອງ, ພັດທະນາ, ຊຸກຍູ້, ຕິດຕາມ ແລະ ກວດກາວຽກງານບັນຊີ ແລະ ກວດສອບອິດສະລະ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.
ໝວດທີ2
ໜ້າທີ່ ແລະຂອບເຂດສິດ
ມາດຕາ3 ໜ້າທີ່
- ຈັດຕັ້ງຜັນຂະຫຍາຍນະໂຍບາຍ, ວິໄສທັດ, ຍຸດທະສາດ, ກົດໝາຍ ແລະ ລະບຽບການຂອງລັດ ກ່ຽວກັບວຽກງານບັນຊີ ແລະ ກວດສອບອິດສະລະ;
- ຄົ້ນຄວ້າ, ສ້າງ ແລະ ປັບປຸງ ແຜນຍຸດທະສາດ,ນິຕິກຳໃຕ້ກົດໝາຍ ແລະ ກົນໄກການຄຸ້ມຄອງ ກ່ຽວກັບວຽກງານບັນຊີ ແລະ ກວດສອບອິດສະລະເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ເປັນເຈົ້າການຮ່ວມກັບພາກສ່ວນອື່ນໃນການຄົ້ນຄວ້າ, ສ້າງ ແລະ ປັບປຸງ ກົດໝາຍວ່າດ້ວຍການບັນຊີ ແລະ ກົດໝາຍວ່າດ້ວຍ ການກວດສອບອິດສະລະ ໃນແຕ່ລະໄລຍະ ເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ໂຄສະນາເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍ ແຜນຍຸດທະສາດ, ກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ກ່ຽວກັບ ວຽກງານບັນຊີ ແລະ ກວດສອບອິດສະລະ ໃຫ້ບຸກຄົນ,ນິຕິບຸກຄົນ ແລະ ການຈັດຕັ້ງທົ່ວສັງຄົມ ເພື່ອຮັບຮູ້ເຊື່ອມຊຶມ ແລະ ເຂົ້າຮ່ວມໃນການຈັດຕັ້ງປະຕິບັດ ຕາມລະບຽບການ;
- ຄຸ້ມຄອງ, ຊຸກຍູ້, ແນະນຳ, ຕິດຕາມ ແລະ ກວດກາການຖືບັນຊີຂອງບຸກຄົນ, ນິຕິບຸກຄົນທີ່ດຳເນີນທຸລະກິດ ແລະ ອົງການຈັດຕັ້ງລັດໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ, ມາດຕະຖານບັນຊີ, ມາດຕະຖານດ້ານການລາຍງານການເງິນ ແລະ ຈັນຍາບັນດ້ານວິຊາຊີບການບັນຊີ ຕາມລະບຽບການ;
- ຄຸ້ມຄອງ, ຊຸກຍູ້, ແນະນຳ, ຕິດຕາມ ແລະ ກວດກາບຸກຄົນ, ນິຕິບຸກຄົນທີ່ດຳເນີນທຸລະກິດ ພັດທະນາໂປຣແກຣມບັນຊີ (Accounting Program)ແລະ ອົງການຈັດຕັ້ງລັດ ທີ່ພັດທະນາໂປຣແກຣມບັນຊີແຫ່ງລັດ ເພື່ອນຳໃຊ້ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການບັນຊີ;
- ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ, ມາດຕະຖານດ້ານການລາຍງານການເງິນຂອງບຸກຄົນ, ນິຕິບຸກຄົນທີ່ດຳເນີນທຸລະກິດຕາມລະບຽບການ;
- ຄຸ້ມຄອງ, ຊຸກຍູ້, ແນະນໍາ ແລະ ຕິດຕາມ ການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງຂະແໜງບັນຊີທີ່ສັງກັດພະແນກການເງິນແຂວງ,ນະຄອນຫຼວງຕາມລະບຽບການ;
- ເປັນເສນາທິການ, ກອງເລຂາ ໃນການສະຫຼູບລາຍງານການເຄື່ອນໄຫວວຽກງານ ຂອງສະພາທີ່ປຶກສາການບັນຊີ ໃຫ້ລັດຖະມົນຕີກະຊວງການເງິນ ຕາມລະບຽບການ;
- ຄຸ້ມຄອງ ແລະຕິດຕາມການເຄື່ອນໄຫວວຽກງານ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຕາມກົດໝາຍ ແລະ ລະບຽບການ ເພື່ອປະເມີນຜົນ,ສັງລວມລາຍງານລັດຖະມົນຕີກະຊວງການເງິນ ຢ່າງເປັນປົກກະຕິ;
- ຄົ້ນຄວ້າ ການອອກ, ສັ່ງໂຈະແລະ ຖອນໃບອະນຸຍາດການດຳເນີນທຸລະກິດ ຂອງວິສາຫະກິດບັນຊີ,ວິສາຫະກິດກວດສອບ ແລະ ສາຂາ, ໃບອະນຸຍາດເປັນນັກກວດສອບຕາມກົດໝາຍເພື່ອນໍາສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ຄົ້ນຄວ້າ ການອອກ, ສັ່ງໂຈະ, ຖອນໃບອະນຸຍາດການນຳໃຊ້ໂປຣແກມບັນຊີ(Accounting Program) ຂອງ ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງລັດ ເພື່ອນໍາສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ຄົ້ນຄວ້າ ການນຳໃຊ້ມາດຕະຖານລາຍງານການເງິນ, ມາດຕະຖານບັນຊີ, ການປ່ຽນຮອບເວລາລາຍງານການບັນຊີ ແລະ ການນຳໃຊ້ສະກຸນເງິນຕາຕ່າງປະເທດຂອງຫົວໜ່ວຍຖືບັນຊີ ເພື່ອນໍາສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ຄົ້ນຄ້ວາອອກໃບຕິດຕາມການຖືບັນຊີປະຈຳປີ ໃຫ້ບັນດາວິສາຫະກິດ ແລະ ອົງການຈັດຕັ້ງລັດ ບົນພື້ນຖານການກວດກາບັນດາເອກະສານລາຍງານການເງິນ, ເອກກະສານບັນຊີ ທີ່ຫົວໜ່ວຍຖືບັນຊີ ລາຍງານໃຫ້ກົມ ແລະລົງກວດກາການຈັດຕັ້ງປະຕິບັດວຽກງານບັນຊີຕົວຈິງ ຢູ່ຫົວໜ່ວຍຖືບັນຊີ ເພື່ອພິຈາລະນາອອກໃບຕິດຕາມການຖືບັນຊີ ຕາມລະບຽບການ;
- ຄົ້ນຄ້ວາອອກໃບຕິດຕາມການດຳເນີນທຸລະກິດປະຈຳປີ ໃຫ້ວິສາຫະກິດບັນຊີ ແລະ ວິສາຫະກິດກວດສອບ ບົນພື້ນຖານການກວດກາບົດລາຍງານການເຄື່ອນໄຫວປະຈຳປີ, ການໃຫ້ບໍລິການລູກຄ້າ ແລະ ບັນດາເອກະສານອື່ນທີ່ກ່ຽວຂ້ອງ ເພື່ອພິຈາລະນາອອກໃບຕິດຕາມດຳເນີນທຸລະກິດປະຈຳປີ ຕາມລະບຽບການ;
- ຄຸ້ມຄອງ, ຕິດຕາມ ກວດກາຄຸນນະພາບວຽກງານກວດສອບ ຂອງວິສາຫະກິດກວດສອບ ຕາມກົດໝາຍແລະ ລະບຽບການ;
- ຄົ້ນຄວ້າການສະເໜີຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ກ່ຽວກັບ ການແຕ່ງຕັ້ງ ແລະ ປົດຕຳແໜ່ງ ປະທານ, ຮອງປະທານ ແລະ ຄະນະບໍລິຫານ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ເພື່ອນຳສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ຄົ້ນຄວ້າ ກ່ຽວກັບ ການສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ ແລະ ແຍກອອກ, ກົງຈັກການຈັດຕັ້ງ, ການກໍານົດຕໍາແໜ່ງງານ ແລະ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ລັດຖະກອນວິຊາການຂອງຂະແໜງການຕົນ; ຂຶ້ນແຜນກໍານົດຄວາມຕ້ອງການພະນັກງານ-ລັດຖະກອນ, ພະນັກງານນໍາພາ-ຄຸ້ມຄອງ, ບໍາລຸງ-ສ້າງ (ຝຶກອົບຮົມ ແລະ ພັດທະນາ) ແລະ ປະເມີນຜົນພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ຄົ້ນຄວ້າການສັບຊ້ອນ, ຈັດວາງ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ສະເໜີຍ້ອງຍໍ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ມີຜົນງານ ທີ່ສະເໜີລັດຖະມົນຕີ ພິຈາລະນາຕາມລະບຽບການ;
- ສັງລວມ ເກັບກໍາສະຖິຕິ ພະນັກງານ-ລັດຖະກອນ ຂອງກົມ;
- ຄຸ້ມຄອງ ແລະ ນໍາໃຊ້ງົບປະມານ, ພາຫະນະ, ວັດຖຸອຸປະກອນ ແລະ ຊັບສົມບັດອື່ນຂອງກົມ ຕາມການແບ່ງປັນຂອງກະຊວງການເງິນ ແລະ ຕາມລະບຽບການ;
- ປະສານສົມທົບກັບພາກສ່ວນອື່ນທີ່ກ່ຽວຂອງ ໃນການຈັດຕັ້ງປະຕິບັດ ວຽກງານບັນຊີ ແລະ ກວດສອບອິດສະລະ;
- ພັດທະນາ, ຫັນເປັນທັນສະໄໝວຽກງານບັນຊີ ຕາມມາດຕະຖານລາຍງານການເງິນ ແລະ ມາດຕະຖານບັນຊີ ຂອງພາກພື້ນ ແລະສາກົນ;
- ພົວພັນ, ຮ່ວມມືກັບຕ່າງປະເທດ ແລະ ພາກພື້ນຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ;
- ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງກົມ ປະຈຳເດືອນ, ງວດ, ປີ, ສາມປີ ແລະ ຫ້າປີ ຕາມລະບຽບການ;
- ປະຕິບັດໜ້າທີ່ອື່ນ ຕາມກົດໝາຍ, ລະບຽບການ ແລະຕາມການມອບໝາຍ ຂອງລັດຖະມົນຕີກະຊວງການເງິນ.
ມາດຕາ4 ຂອບເຂດສິດ
- ສະເໜີ ສ້າງ, ປັບປຸງ ນະໂຍບາຍ, ແຜນຍຸດທະສາດ, ກົດໝາຍ, ນິຕິກໍາໃຕ້ກົດໝາຍ ແລະ ມາດຕະຖານກ່ຽວກັບ ວຽກງານບັນຊີ ແລະ ກວດສອບອິດສະລະ ຕາມພາລະບົດບາດຂອງຕົນ;
- ສະເໜີລົບລ້າງ ມະຕິ, ຄໍາສັ່ງ, ມາດຕະການ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການ ກ່ຽວກັບ ວຽກງານບັນຊີ ແລະ ກວດສອບ ຕາມລະບຽບການ;
- ປະກອບຄຳເຫັນ, ຕົກລົງຕັດສິນບັນຫາຕ່າງໆ ກ່ຽວກັບ ວຽກງານບັນຊີ ແລະ ກວດສອບ ແລະ ເຊັນຢັ້ງຢືນບັນດາເອກະສານທາງການ, ບັນດາເອກະສານຕ່າງໆທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ;
- ນໍາສະເໜີ ລັດຖະມົນຕີກະຊວງການເງິນ ພິຈາລະນາການປັບປຸງ, ແກ້ໄຂ, ໂຈະ, ລົບລ້າງບັນດາມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆທີ່ບໍ່ສອດຄ່ອງກັບກົດໝາຍວ່າດ້ວຍ ການບັນຊີ ແລະ ກວດສອບອິດສະລະ;
- ກວດກາການຖືບັນຊີ ຂອງຫົວໜ່ວຍຖືບັນຊີ, ຜູ້ຖືບັນຊີໃຫ້ຖືກຕ້ອງ ແລະ ສອດຄ່ອງກັບ ກົດໝາຍ, ລະບຽບການ, ມາດຕະຖານການບັນຊີ ແລະ ກວດສອບອິດສະລະ;
- ຊຸກຍູ້ສົ່ງເສີມໃຫ້ບັນດາວິສາຫະກິດບັນຊີແລະກວດສອບອິດສະລະໃນການຈັດຕັ້ງປະຕິບັດການຖືບັນຊີຂອງບຸກຄົນ, ນິຕິບຸກຄົນທີ່ດຳເນີນທຸລະກິດຕາມກົດໝາຍແລະລະບຽບການ;
- ຄົ້ນຄວ້າການອອກ, ສັ່ງໂຈະ ແລະຖອນໃບອະນຸຍາດການເຄື່ອນໄຫວຂອງວິສາຫະກິດບັນຊີແລະກວດສອບເພື່ອນຳສະເໜີລັດຖະມົນຕີກະຊວງການເງິນພິຈາລະນາ;
- ຄົ້ນຄວ້າສ້າງ ແລະປັບປຸງສາລະບານງົບປະມານ-ບັນຊີອັນດຽວເອກະພາບເພື່ອນຳສະເໜີລັດຖະມົນຕີກະຊວງການເງິນພິຈາລະນາ;
- ເລັ່ງທວງໃຫ້ຫົວໜ່ວຍຖືບັນຊີປະຕິບັດພັນທະ ແລະ ຂໍ້ຄົງຄ້າງຕ່າງໆ ຕາມບົດບັນທຶກຜົນການກວດກາວຽກງານບັນຊີ ແລະ ກວດສອບອິດສະລະ;
- ຕິດຕາມ ແລະ ກວດກາ ການເຄື່ອນໄຫວວຽກງານຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຕາມການມອບໝາຍຂອງລັດຖະມົນຕີກະຊວງການເງິນ;
- ທວງໃຫ້ບຸກຄົນ, ນິຕິບຸກຄົນ ແລະການຈັດຕັ້ງທີ່ກ່ຽວຂ້ອງສົ່ງເອກະສານລາຍງານການເງິນພ້ອມດ້ວຍຂໍ້ມູນຕ່າງໆກ່ຽວກັບວຽກງານບັນຊີ ແລະກວດສອບອິດສະລະ;
- ຄົ້ນຄວ້າ ສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກກົງຈັກການຈັດຕັ້ງ, ກໍານົດມາດຖານແລະຕໍາແໜ່ງງານເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ຄົ້ນຄວ້າ ຊັບຊ້ອນ, ແຕ່ງຕັ້ງ, ຍົກຍ້າຍ ຫຼືປົດຕໍາແໜ່ງຫົວໜ້າແລະຮອງຫົວໜ້າພະແນກຂອງກົມ ເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ຊັບຊ້ອນ-ໝູນວຽນພະນັກງານ-ລັດຖະກອນຂັ້ນວິຊາການ ພາຍໃນກົມ;
- ຄົ້ນຄວ້າຍ້ອງຍໍ, ປະຕິບັດນະໂຍບາຍ (ເລື່ອນຊັ້ນ,ເລື່ອນຂັ້ນແລະອື່ນໆ) ແລະປະຕິບັດວິໄນຕໍ່ພະນັກງານ-ລັດຖະກອນທີ່ຢູ່ໃນຄວາມຮັບຜິດຊອບຂອງກົມເພື່ອສະເໜີລັດຖະມົນຕີກະຊວງການເງິນ ພິຈາລະນາ;
- ຄຸ້ມຄອງ ລາຍຮັບ-ລາຍຈ່າຍ ງົບປະມານ, ລາຍຮັບວິຊາການຂອງກົມ ແລະ ນຳໃຊ້ງົບປະມານຕາມການແບ່ງປັນຂອງກະຊວງການເງິນ, ປົກປັກຮັກສາ ວັດຖຸ-ອຸປະກອນ,ພາຫະນະ ແລະ ຊັບສິນອື່ນຂອງລັດ ທີ່ກົມຄຸ້ມຄອງ;
- ປະຕິບັດສິດອື່ນຕາມກົດໝາຍ, ລະບຽບການ ແລະຕາມການມອບໝາຍ ຂອງລັດຖະມົນຕີກະຊວງການເງິນ.
ໝວດທີ3
ໂຄງປະກອບການຈັດຕັ້ງ
ມາດຕາ5 ໂຄງປະກອບກົງຈັກການຈັດຕັ້ງ
ກົງຈັກການຈັດຕັ້ງຂອງກົມບັນຊີ ປະກອບດ້ວຍ:
- ພະແນກນິຕິກຳ;
- ພະແນກຄຸ້ມຄອງບັນຊີແຫ່ງລັດ;
- ພະແນກຄຸ້ມຄອງບັນຊີວິສາຫະກິດ;
- ພະແນກຄຸ້ມຄອງກວດສອບອິດສະລະ.
ມາດຕາ6ໂຄງປະກອບບຸກຄະລາກອນ
ບຸກຄະລາກອນ ຂອງກົມບັນຊີ ປະກອບມີ:
- ຫົວໜ້າກົມ 01ທ່ານຊຶ່ງໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍຫຼືປົດຕໍາແໜ່ງໂດຍນາຍົກລັດຖະມົນຕີຕາມກົດໝາຍ ແລະລະບຽບການ, ມີຄວາມຮັບຜິດຊອບຕໍ່ລັດຖະມົນຕີກະຊວງການເງິນກ່ຽວກັບຜົນສໍາເລັດແລະຂໍ້ບົກພ່ອງຕ່າງໆໃນການຈັດຕັ້ງປະຕິບັດໜ້າທີ່;
- ຮອງຫົວໜ້າກົມຈໍານວນໜຶ່ງຊຶ່ງໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍຫຼືປົດຕໍາແໜ່ງ ໂດຍລັດຖະມົນຕີກະຊວງການເງິນຕາມກົດໝາຍແລະລະບຽບການ, ຊ່ວຍຫົວໜ້າກົມໃນການຊີ້ນໍາວຽກງານ ແລະລົງເລິກຮັບຜິດຊອບວຽກງານໃດໜຶ່ງຕາມການມອບໝາຍຂອງຫົວໜ້າກົມ, ມີຄວາມຮັບຜິດຊອບຕໍ່ຫົວໜ້າກົມກ່ຽວກັບຜົນສໍາເລັດ ແລະຂໍ້ບົກພ່ອງຕ່າງໆໃນການຈັດຕັ້ງປະຕິບັດໜ້າທີ່. ໃນເວລາຫົວໜ້າກົມບໍ່ຢູ່,ຮອງຫົວໜ້າກົມ ເປັນຜູ້ຮັກສາການແທນ ຕາມການມອບໝາຍຂອງຫົວໜ້າກົມເປັນລາຍລັກອັກສອນ;
- ຫົວໜ້າພະແນກ, ຮອງຫົວໜ້າພະແນກຊຶ່ງໄດ້ຮັບການແຕ່ງຕັ້ງ, ຍົກຍ້າຍຫຼືປົດຕໍາແໜ່ງ ໂດຍລັດຖະມົນຕີກະຊວງການເງິນຕາມກົດໝາຍ,ລະບຽບການແລະລັດຖະກອນວິຊາການຈໍານວນໜຶ່ງຕາມການກໍານົດຕໍາແໜ່ງງານ.
ໝວດທີ4
ໜ້າທີ່ຂອງແຕ່ລະພະແນກ
ມາດຕາ7 ພະແນກນິຕິກຳ
ພະແນກນິຕິກຳ ເປັນເສນາທິການໃຫ້ແກ່ຫົວໜ້າກົມ ໃນການປະຕິບັດໜ້າທີ່ ດັ່ງນີ້:
- ສ້າງແຜນການເຄື່ອນໄຫວຂອງພະແນກປະຈຳເດືອນ, ງວດ ແລະປີເພື່ອນຳສະເໜີຫົວໜ້າກົມພິຈາລະນາ;
- ຄົ້ນຄວ້າສ້າງແລະ ປັບປຸງແຜນຍຸດທະສາດ, ນິຕິກຳໃຕ້ກົດໝາຍ ກ່ຽວກັບວຽກງານບັນຊີແລະກວດສອບອິດສະລະໃຫ້ສອດຄ່ອງກັບສະພາບເງື່ອນໄຂໃນແຕ່ລະໄລຍະເພື່ອນຳສະເໜີຫົວໜ້າກົມພິຈາລະນາ;
- ສ້າງແລະຈັດຕັ້ງປະຕິບັດແຜນການໂຄສະນາເຜີຍແຜ່ກົດໝາຍ, ລະບຽບການ ກ່ຽວກັບວຽກງານບັນຊີແລະກວດສອບອິດສະລະໃຫ້ບຸກຄົນ, ນິຕິບຸກຄົນ,ການຈັດຕັ້ງທົ່ວສັງຄົມຮັບຮູ້ ແລະ ຈັດຕັ້ງປະຕິບັດ;
- ຄົ້ນຄວ້າເອກະສານການອອກໃບອະນຸຍາດດຳເນີນທຸລະກິດຂອງວິສາຫະກິດບັນຊີ ແລະກວດສອບ, ສາຂາ ແລະ ໃບອະນຸຍາດການເປັນນັກກວດສອບຕາມກົດໝາຍ ເພື່ອສະເໜີຫົວໜ້າກົມພິຈາລະນາ;
- ຄົ້ນຄວ້າເອກະສານ ການອອກ ໃບອະນຸຍາດ, ໃບຕິດຕາມການນຳໃຊ້ໂປຣແກຣມບັນຊີ ພ້ອມທັງລົງທົດສອບຕົວຈິງ ແລະ ກວດກາ ຄວາມຖືກຕ້ອງ, ສອດຄ່ອງ ຕາມເຕັກນິກ, ຫຼັກການດ້ານບັນຊີ ແລະ ລະບຽບກົດໝາຍ ກ່ອນນຳສະເໜີຫົວໜ້າກົມພິຈາລະນາ;
- ຄົ້ນຄວ້າເອກະສານ ການຂໍອະນຸຍາດນຳໃຊ້ມາດຕະຖານລາຍງານການເງິນຂອງຫົວໜ່ວຍທີ່ຖືບັນຊີ ເພື່ອສະເໜີຫົວໜ້າກົມພິຈາລະນາ;
- ຄົ້ນຄວ້າເອກະສານ ການຂໍອະນຸຍາດ ປ່ຽນຮອບເວລາລາຍງານການບັນຊີ ແລະ ນຳໃຊ້ສະກຸນເງິນຕາຕ່າງປະເທດ ຂອງຫົວໜ່ວຍຖືບັນຊີ ເພື່ອນໍາສະເໜີຫົວໜ້າກົມພິຈາລະນາ;
- ຄົ້ນຄວ້າ ແລະ ປະສານສົມທົບກັບ ບັນດາກົມ, ຫົວໜ່ວຍງົບປະມານ, ພະແນກການເງິນແຂວງ, ນະຄອນຫຼວງ ແລະ ສະຖາບັນການສຶກສາ ເພື່ອບຳລຸງຍົກລະດັບຄວາມຮູ້ ດ້ານການບັນຊີ ແລະ ກວດສອບອິດສະລະ ທັງພາກລັດ ແລະ ເອກະຊົນ ເພື່ອນຳສະເໜີຫົວໜ້າກົມ ພິຈາລະນາ;
- ເປັນຜູ້ຊ່ວຍວຽກກອງເລຂາ ໃນການສັງລວມ, ການສ້າງແຜນ ແລະ ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງສະພາທີ່ປຶກສາການບັນຊີ ກ່ຽວກັບການຄົ້ນຄວ້າສ້າງແລະປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ, ມາດຕະຖານລາຍງານການເງິນ, ມາດຕະຖານບັນຊີ ແລະ ຈັນຍາບັນສຳລັບນັກວິຊາຊີບການບັນຊີ;
- ຄຸ້ມຄອງ, ຕິດຕາມເອກະສານຂາເຂົ້າ-ຂາອອກໃຫ້ລວມສູນຜ່ານລະບົບການສົ່ງເອກະສານທາງເອເລັກໂຕຣນິກ (I-Office), ຮັບຜິດຊອບວຽກງານ ເລຂານຸການ, ພິທີການ, ຄຸ້ມຄອງຕາປະທັບ, ເຄື່ອງແບບແລະກາໝາຍຂອງກົມ;
- ເປັນໃຈກາງສ້າງແຜນ,ຄຸ້ມຄອງ ລາຍຮັບ-ລາຍຈ່າຍ ງົບປະມານ, ລາຍຮັບວິຊາການຂອງກົມ ແລະ ນຳໃຊ້ງົບປະມານຕາມການແບ່ງປັນຂອງກະຊວງການເງິນ, ປົກປັກຮັກສາ ວັດຖຸ-ອຸປະກອນ,ພາຫະນະ ແລະ ຊັບສິນອື່ນຂອງລັດ ເພື່ອສະເໜີຫົວໜ້າກົມພິຈາລະນາ;
- ສັງລວມ ກ່ຽວກັບ ການສ້າງຕັ້ງ, ປັບປຸງ, ຍຸບເລີກ, ໂຮມເຂົ້າ, ແຍກອອກ, ກົງຈັກການຈັດຕັ້ງ, ກໍານົດຕໍາແໜ່ງງານ ແລະ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ລັດຖະກອນວິຊາການຂອງຂະແໜງການຕົນ. ຂຶ້ນແຜນກໍານົດຄວາມຕ້ອງການພະນັກງານ-ລັດຖະກອນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
- ສັງລວມແຜນ ການຊັບຊ້ອນ, ຈັດວາງ, ປະຕິບັດນະໂຍບາຍ ແລະ ປະຕິບັດວິໄນ ຕໍ່ພະນັກງານ-ລັດຖະກອນເພື່ອສະເໜີຫົວໜ້າກົມພິຈາລະນາ;
- ຄຸ້ມຄອງ ເອກະສານ ແລະ ຕາປະທັບຂອງກົມ; ຕິດຕາມ ເອກະສານຂາເຂົ້າ-ຂາອອກ ໃຫ້ລວມສູນ ແລະ ຈັດສົ່ງເອກະສານໃຫ້ແຕ່ລະເປົ້າໝາຍ; ກວດກາຄວາມຖືກຕ້ອງຂອງທຸກເອກະສານ ກ່ອນເຂົ້າເຊັນຫົວໜ້າກົມ; ສໍາເນົາ ແລະ ເກັບຮັກສາ ເອກະສານຢ່າງເປັນລະບົບ ແລະ ຮັກສາຄວາມລັບທາງລັດຖະກອນ ຮັບຜິດຊອບວຽກງານພິທີການ-ເລຂານຸການ ແລະ ວຽກບໍລິຫານອື່ນໆ;
- ຄົ້ນຄວ້າ, ສະເໜີການພົວພັນ ແລະ ຮ່ວມມືກັບບັນດາປະເທດໃນພາກພື້ນ ແລະ ສາກົນ ໃນການສ້າງ, ປັບປຸງ ນິຕິກຳ ກ່ຽວກັບ ວຽກງານບັນຊີ ແລະ ກວດສອບອິດສະລະ ຕາມການມອບໝາຍຂອງຫົວໜ້າກົມ;
- ສະຫຼຸບລາຍງານການເຄື່ອນໄຫວວຽກງານຂອງກົມປະຈຳເດືອນ, ງວດ ມປີແລະຫ້າແລະ ປີຕາມລະບຽບການ;
- ປະຕິບັດ ສິດ ແລະ ໜ້າທີ່ອື່ນຕາມກົດໝາຍຂອງຫົວໜ້າກົມ.
ມາດຕາ8 ພະແນກຄຸ້ມຄອງບັນຊີແຫ່ງລັດ
ພະແນກ ຄຸ້ມຄອງບັນຊີແຫ່ງລັດ ເປັນເສນາທິການໃຫ້ແກ່ຫົວໜ້າກົມ ໃນການປະຕິບັດໜ້າທີ່ ດັ່ງນີ້:
- ສ້າງແຜນການເຄື່ອນໄຫວວຽກງານຂອງພະແນກປະຈຳເດືອນ, ງວດ ແລະ ປີ;
- ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາການຖືບັນຊີ ຂອງອົງການຈັດຕັ້ງລັດໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ ແລະ ມາດຕະຖານສາກົນດ້ານການບັນຊີແຫ່ງລັດ ຕາມພື້ນຖານເງິນສົດ ເພື່ອລາຍງານຫົວໜ້າກົມ ພິຈາລະນາ;
- ຄຸ້ມຄອງ, ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດ ວຽກງານບັນຊີ ຂອງອົງການຈັດຕັ້ງລັດຂອງຂະແໜງບັນຊີ ທີ່ສັງກັດພະແນກການເງິນແຂວງ,ນະຄອນຫຼວງ ຕາມລະບຽບການ;
- ສັງລວມ ເກັບກຳ ສະຖິຕິການຖືບັນຊີ ຂອງຫົວໜ່ວຍຖືບັນຊີແຫ່ງລັດ ໃນຂອບເຂດທົ່ວປະເທດ ເພື່ອລາຍງານຫົວໜ້າກົມ;
- ປະເມີນຜົນການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ ແລະມາດຕະຖານສາກົນດ້ານການບັນຊີແຫ່ງລັດ ຕາມພື້ນຖານເງິນສົດ ຂອງຫົວໜ່ວຍຖືບັນຊີແຫ່ງລັດຕາມລະບຽບການ ເພື່ອລາຍງານຫົວໜ້າກົມ ພິຈາລະນາ;
- ຄົ້ນຄ້ວາເອກະສານ ການອອກໃບຕິດຕາມການຈັດຕັ້ງປະຕິບັດວຽກງານບັນຊີຂອງອົງການຈັດຕັ້ງລັດ ປະຈຳປີ ໃຫ້ຫົວໜ່ວຍຖືບັນຊີແຫ່ງລັດຂັ້ນສູງກາງ ຕາມກົດໝາຍ ແລະ ລະບຽບການ ເພື່ອນຳສະເໜີຫົວໜ້າກົມພິຈາລະນາ;
- ຄຸ້ມຄອງ, ນຳໃຊ້ ແລະ ປົກປັກຮັກສາ ອຸປະກອນຮັບໃຊ້ສຳນັກງານ ແລະ ເອກະສານຕ່າງໆ ທີ່ຢູ່ໃນການຮັບຜິດຊອບຂອງພະແນກ ບໍ່ໃຫ້ຕົກເຮ່ຍເສຍຫາຍຕາມລະບຽບການ;
- ເຂົ້າຮ່ວມກອງປະຊຸມ ຄົ້ນຄວ້າ ແລະ ປະກອບຄຳເຫັນ ໃນການປັບປຸງປື້ມຄູ່ມືການບັນຊີ, ຜັງບັນຊີ, ມາດຕະຖານສາກົນດ້ານການບັນຊີແຫ່ງລັດ ຕາມພື້ນຖານເງິນສົດ ແລະ ລະບຽບການຕ່າງໆ ກ່ຽວກັບ ວຽກງານບັນຊີຂອງອົງການຈັດຕັ້ງລັດ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ຕາມທິດຊີ້ນຳຂອງຫົວໜ້າກົມ ເພື່ອພິຈາລະນາ;
- ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງພະແນກ ປະຈຳເດືອນ,ງວດ ແລະ ປີຕາມລະບຽບການ;
- ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຫົວໜ້າກົມ.
ມາດຕາ9 ພະແນກຄຸ້ມຄອງບັນຊີວິສາຫະກິດ
ພະແນກ ຄຸ້ມຄອງບັນຊີວິສາຫະກິດ ເປັນເສນາທິການໃຫ້ແກ່ຫົວໜ້າກົມ ໃນການປະຕິບັດໜ້າທີ່ ດັ່ງນີ້:
- ສ້າງແຜນການເຄື່ອນໄຫວວຽກງານຂອງພະແນກປະຈຳເດືອນ, ງວດ ແລະ ປີ ເພື່ອລາຍງານຫົວໜ້າກົມ ພິຈາລະນາ;
- ຄຸ້ມຄອງ, ຊຸກຍູ້, ຕິດຕາມ, ກວດກາການຖືບັນຊີ ຂອງບຸກຄົນ, ນິຕິບຸກຄົນທີ່ດຳເນີນທຸລະກິດໃຫ້ຖືກຕ້ອງຕາມກົດໝາຍ, ລະບຽບການ, ມາດຕະຖານດ້ານການລາຍງານການເງິນ ແລະ ຈັນຍາບັນດ້ານວິຊາຊິບການບັນຊີ ເພື່ອລາຍງານຫົວໜ້າກົມ ພິຈາລະນາ;
- ຄຸ້ມຄອງ, ຊຸກຍູ້, ຕິດຕາມ ການຈັດຕັ້ງປະຕິບັດ ວຽກງານບັນຊີວິສາຫະກິດຂອງຂະແໜງບັນຊີ ທີ່ສັງກັດພະແນກການເງິນແຂວງ,ນະຄອນຫຼວງຕາມລະບຽບການ;
- ຄຸ້ມຄອງ, ຕິດຕາມ ການຈັດຕັ້ງປະບັດວຽກງານບັນຊີ ຂອງຫົວໜ່ວຍຖືບັນຊີວິສາຫະກິດ ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການ;
- ສັງລວມ ເກັບກຳ ສະຖິຕິການຖືບັນຊີ ຂອງບຸກຄົນ, ນິຕິບຸກຄົນທີ່ດຳເນີນທຸລະກິດ ໃນຂອບເຂດທົ່ວປະເທດ ເພື່ອລາຍງານຫົວໜ້າກົມ;
- ປະເມີນຜົນ ການຈັດຕັ້ງປະຕິບັດກົດໝາຍ, ລະບຽບການ, ມາດຕະຖານດ້ານການລາຍງານການເງິນ ຂອງບຸກຄົນ,ນິຕິບຸກຄົນທີ່ດຳເນີນທຸລະກິດຕາມລະບຽບການ ເພື່ອລາຍງານຫົວໜ້າກົມ ພິຈາລະນາ;
- ຄົ້ນຄ້ວາເອກະສານ ການອອກໃບຕິດຕາມການຖືບັນຊີວິສາຫະກິດ ປະຈຳປີ ໃຫ້ວິສາຫະກິດທີ່ຂຶ້ນກັບຂັ້ນສູນກາງຄຸ້ມຄອງ ຕາມກົດໝາຍ ແລະ ລະບຽບການ ເພື່ອນຳສະເໜີຫົວໜ້າກົມພິຈາລະນາ;
- ເຂົ້າຮ່ວມກອງປະຊຸມ ຄົ້ນຄວ້າ ແລະ ປະກອບຄຳເຫັນ ໃນການປັບປຸງປື້ມຄູ່ມືການບັນຊີ, ຜັງບັນຊີ, ມາດຕະຖານ ແລະ ລະບຽບການຕ່າງໆ ກ່ຽວກັບ ວຽກງານບັນຊີວິສາຫະກິດ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ຕາມທິດຊີ້ນຳຂອງຫົວໜ້າກົມ ເພື່ອພິຈາລະນາ;
- ຄຸ້ມຄອງ, ນຳໃຊ້ ແລະ ປົກປັກຮັກສາ ອຸປະກອນຮັບໃຊ້ສຳນັກງານ ແລະ ເອກະສານຕ່າງໆ ທີ່ຢູ່ໃນການຮັບຜິດຊອບຂອງພະແນກ ບໍ່ໃຫ້ຕົກເຮ່ຍເສຍຫາຍ;
- ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງພະແນກ ປະຈຳເດືອນ, ງວດ ແລະ ປີ ຕາມລະບຽບການ;
- ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຫົວໜ້າກົມ.
ມາດຕາ10 ພະແນກຄຸ້ມຄອງກວດສອບອິດສະລະ
ພະແນກ ຄຸ້ມຄອງກວດສອບອິດສະລະ ເປັນເສນາທິການໃຫ້ແກ່ຫົວໜ້າກົມ ໃນການປະຕິບັດໜ້າທີ່ ດັ່ງນີ້:
- ສ້າງແຜນການເຄື່ອນໄຫວຂອງພະແນກປະຈຳເດືອນ, ງວດ ແລະ ປີເພື່ອລາຍງານຫົວໜ້າກົມ;
- ຄຸ້ມຄອງ, ຊຸກຍູ້, ແນະນໍາ ແລະ ຕິດຕາມ ການຈັດຕັ້ງປະບັດວຽກງານກວດສອບອິດສະລະ ແລະສັງລວມສະຖິຕິ ວິສາຫະກິດບັນຊີ, ວິສາຫະກິດກວດສອບ, ນັກກວດສອບຕາມກົດໝາຍ ແລະ ນັກຊ່ຽວຊານບັນຊີ ໃນຂອບເຂດທົ່ວປະເທດ ເພື່ອລາຍງານຫົວໜ້າກົມ;
- ຄົ້ນຄ້ວາເອກະສານ ການອອກໃບຕິດຕາມການດຳເນີນທຸລະກິດປະຈຳປີ ໃຫ້ວິສາຫະກິດ ບັນຊີ ແລະ ກວດສອບ ຕາມກົດໝາຍ ແລະ ລະບຽບການ ເພື່ອນຳສະເໜີຫົວໜ້າກົມ ພິຈາລະນາ;
- ຕິດຕາມ ກວດກາຄຸນນະພາບວຽກງານກວດສອບ ຂອງວິສາຫະກິດກວດສອບ ຕາມກົດໝາຍ ແລະລະບຽບການ ເພື່ອລາຍງານຫົວໜ້າກົມ;
- ຊຸກຍູ້, ແນະນໍາ ແລະ ຕິດຕາມ ການຈັດຕັ້ງປະຕິບັດວຽກງານກວດສອບອິດສະລະຂອງຂະແໜງບັນຊີ ທີ່ສັງກັດພະແນກການເງິນແຂວງ,ນະຄອນຫຼວງ ເພື່ອລາຍງານຫົວໜ້າກົມ;
- ຊຸກຍູ້, ແນະນຳ ແລະ ຕິດຕາມ ການເຄື່ອນໄຫວວຽກງານ ຂອງສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ຕາມກົດໝາຍ ແລະ ລະບຽບການ ເພື່ອປະເມີນຜົນ ແລະ ລາຍງານຫົວໜ້າກົມ ຢ່າງເປັນປົກກະຕິ;
- ເຂົ້າຮ່ວມກອງປະຊຸມ ຄົ້ນຄວ້າ ແລະ ປະກອບຄຳເຫັນ ໃນການສ້າງ, ປັບປຸງ ຄໍາແນະນໍາ, ມາດຕະຖານ ແລະ ລະບຽບການຕ່າງໆ ກ່ຽວກັບ ວຽກງານກວດສອບອິດສະລະ ຕາມການສະເໜີຂອງພາກສ່ວນທີ່ກ່ຽວຂ້ອງ ແລະ ຕາມທິດຊີ້ນຳຂອງຫົວໜ້າກົມ ເພື່ອພິຈາລະນາ;
- ຄຸ້ມຄອງ, ນຳໃຊ້ ແລະ ປົກປັກຮັກສາ ອຸປະກອນຮັບໃຊ້ສຳນັກງານ ແລະ ເອກະສານຕ່າງໆ ທີ່ຢູ່ໃນຄວາມຮັບຜິດຊອບຂອງພະແນກ ບໍ່ໃຫ້ຕົກເຮ່ຍເສຍຫາຍ;
- ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງພະແນກ ປະຈຳເດືອນ, ງວດ ແລະ ປີ ຕາມລະບຽບການ;
- ປະຕິບັດ ສິດ ແລະ ໜ້າທີ່ອື່ນ ຕາມການມອບໝາຍຂອງຫົວໜ້າກົມ.
ໝວດທີ5
ຫຼັກການ ແລະແບບແຜນວິທີເຮັດວຽກ
ມາດຕາ11 ຫຼັກການ
- ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ປະຕິບັດລະບອບຫົວໜ້າດຽວ, ຕົກລົງບັນຫາເປັນໝູ່ຄະນະ,ແບ່ງງານໃຫ້ບຸກຄົນຮັບຜິດຊອບ ແລະ ເສີມຂະຫຍາຍຫົວຄິດປະດິດສ້າງ ຂອງພະນັກງານ-ລັດຖະກອນທຸກລະດັບ;
- ທຸກການເຄື່ອນໄຫວວຽກງານແມ່ນອີງໃສ່ກົດໝາຍ, ລະບຽບການ, ຫຼັກການລວມຂອງພັກ-ລັດ, ນໍາເອົາແນວທາງນະໂຍບາຍຂອງພັກ-ລັດຖະບານ ແລະ ແຜນການປະຈໍາປີ, ແຜນຫ້າປີ ຂອງກະຊວງການເງິນ ມາຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບຜົນດີ.
ມາດຕາ12 ແບບແຜນວິທີເຮັດວຽກ
- ເຮັດວຽກຢ່າງມີແຜນການ, ແຜນງານ ແລະ ໂຄງການລະອຽດ; ແກ້ໄຂວຽກງານຢ່າງມີຈຸດສຸມ ແລະ ມີເປົ້າໝາຍໃນແຕ່ລະໄລຍະ; ປະສານສົມທົບແໜ້ນກັບບັນດາກົມ ແລະ ທຽບເທົ່າອ້ອມຂ້າງກະຊວງການເງິນ, ການຈັດຕັ້ງທີ່ພົວພັນເຖິງໜ້າທີ່ວຽກງານຂອງຕົນ ຢູ່ສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ. ໝູນໃຊ້ກໍາລັງແຮງຂອງທຸກພາກສ່ວນ ເພື່ອພັດທະນາຂົງເຂດວຽກງານຂອງກົມ ໃຫ້ມີຄວາມເຂັ້ມແຂງ;
- ເຮັດວຽກມີການຕິດຕາມ, ກວດກາ, ຊຸກຍູ້, ສະຫຼຸບຖອດຖອນບົດຮຽນ, ຕີລາຄາຜົນໄດ້ຮັບ-ຜົນເສຍໃນການຈັດຕັ້ງປະຕິບັດວຽກງານຂອງກົມ ບົນພື້ນຖານການປະຕິບັດລະບອບປະຊຸມສ່ອງແສງລາຍງານຢ່າງເປັນປົກກະຕິເພື່ອສັງລວມສະພາບການຈັດຕັ້ງປະຕິບັດວຽກງານຂອງບັນດາພະແນກທີ່ຂຶ້ນກັບຄວາມຮັບຜິດຊອບຂອງກົມແລະວາງແຜນການຕໍ່ໜ້າຢ່າງມີເປົ້າໝາຍແລະມີຈຸດສຸມ;
- ປະຕິບັດລະບອບປະຊຸມປະຈຳເດືອນ, ສາມເດືອນ, ຫົກເດືອນ ຫຼື ປະຈຳປີ ຫຼື ກອງປະຊຸມວິຊາການແລະ ປະຕິບັດລະບອບລາຍງານໃຫ້ລັດຖະມົນຕີ ກະຊວງການເງິນເປັນປົກກະຕິ.
ໝວດທີ6
ບົດບັນຍັດສຸດທ້າຍ
ມາດຕາ13 ງົບປະມານ,ຕາປະທັບ, ເຄື່ອງແບບ ແລະກາໝາຍ
ກົມບັນຊີ ມີງົບປະມານ, ຕາປະທັບ ແລະ ເຄື່ອງແບບ ຂອງຕົນ ເພື່ອຮັບໃຊ້ໃນການເຄື່ອນໄຫວວຽກງານທາງລັດຖະການ.
ມາດຕາ14 ການຈັດຕັ້ງປະຕິບັດ
ກົມບັນຊີ,ຫ້ອງການກະຊວງ,ກົມຈັດຕັ້ງ ແລະ ພະນັກງານ,ບັນດາກົມແລະທຽບເທົ່າອ້ອມຂ້າງກະຊວງ, ສະຖາບັນເສດຖະກິດ-ການເງິນ,ສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ, ພະແນກການເງິນແຂວງ,ນະຄອນຫຼວງ,ຂະແໜງສາຍຕັ້ງຢູ່ທ້ອງຖິ່ນ, ວິທະຍາໄລການເງິນ,ຫ້ອງການການເງິນເມືອງ,ທຸກພາກສ່ວນກ່ຽວຂ້ອງຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.
ມາດຕາ15ຜົນສັກສິດ
ຂໍ້ຕົກລົງສະບັບນີ້ປ່ຽນແທນ ຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ2823/ກງ, ລົງວັນທີ22ສິງຫາ2017.
ລັດຖະມົນຕີ
ສົມດີ ດວງດີ
ຊື່ກົມ
ເບີໂທຕິດຕໍ່
ອີເມວຕິດຕໍ່
ເນື້ອຫາ
Tel/Fax:
Email: