ປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການປະກັນໄພລົດແບບບັງຄັບ ແລະ ທິດທາງການຈັດຕັ້ງປະຕິບັດ ມາດຕະຖານການລາຍງານການເງິນສາກົນ IFRS 17 ຂອງ ສປປ ລາວ.

ໃນວັນທີ 16 ມັງກອນ 2025, ກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການປະກັນໄພລົດແບບບັງຄັບ ແລະ ທິດທາງການຈັດຕັ້ງປະຕິບັດ ມາດຕະຖານການລາຍງານການເງິນສາກົນ IFRS 17 ຂອງ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ໄພທູນ ທ່ຽງລະໄມ ຫົວໜ້າກົມຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ການປະກັນໄພ, ມີຕາງໜ້າຈາກບັນດາກົມກອງພາກລັດ, ວິສາຫະກິດ ແລະ ບໍລິສັດ ທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ໄພທູນ ທ່ຽງລະໄມ ໃຫ້ຮູ້ວ່າ: ການປຶກສາຫາລືຄັ້ງນີ້ ເພື່ອຄວາມເປັນເອກະພາບກັນ ໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍການປະກັນໄພລົດແບບບັງຄັບ ເປັນຕົ້ນແມ່ນ ຮູບແບບ ໜ້າຕາຂອງສັນຍາ ການຂາຍແບບທົ່ວໄປ ແລະ ການຂາຍແບບອອນລາຍ ທຸກບໍລິສັດຈະຕ້ອງ ມີຮູບແບບສັນຍາອັນດຽວກັນ ແຕ່ຈະມີໂລໂກ ເປັນຂອງແຕ່ລະບໍລິສັດ ກຳນົດໃສ່ດ້ານເທິງເບື້ອງຂວາ ຂອງໃບສັນຍາ  ພ້ອມດ້ວຍສະຕິກເກີ ເພື່ອນໍາໄປຕິດໃສ່ໜ້າລົດ. ນອກນັ້ນ, ກອງປະຊຸມ ຍັງໄດ້ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການປະກັນໄພລົດແບບບັງຄັບ ສະບັບເລກທີ 2980/ກງ, ລົງວັນທີ 28 ສິງຫາ 2024; ທິດທາງການຈັດຕັ້ງປະຕິບັດຕັ້ງ IFRS 17 ຂອງ ສປປ ລາວ ແລະ ການກໍານົດແຜນການຈັດຕັ້ງປະຕິບັດ IFRS 17 ໃນປີ 2026 2030; ການນໍາສະເໜີກ່ຽວກັບການຈັດຕັ້ງປະຕິບັດ ມາດຕະການການລາຍງານການເງິນສາກົນ  IFRS 17 ຂອງຂະແໜງປະກັນໄພ ໃນ ສປປ ລາວ ແລະ ຍັງໄດ້ຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງທຸລະກິດປະກັນໄພ ປະຈໍາປີ 2024 ແລະ ແຜນວຽກຈຸດສຸມ ປີ 2025.

ການປະກັນໄພລົດພາກບັງຄັບ ແມ່ນການປະກັນໄພຂັ້ນພື້ນຖານ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຈະລາຈອນທາງບົກ ສຳລັບຍານພາພະນະ ທຸກປະເພດ ທີ່ແລ່ນດ້ວຍເຄື່ອງຈັກ. ການປະກັນໄພລົດແບບບັງຄັບ ແມ່ນເພື່ອຮັບປະກັນໃຫ້ບຸກຄົນທີ່ສາມ ທີ່ເປັນຜູ້ຖືກເຄາະຮ້າຍ ຕາມເສັ້ນທາງ ສາມາດໄດ້ຮັບການຮັກສາອາການບາດເຈັບທີ່ສະຖານທີ່ປິ່ນປົວ ຢ່າງທັນການ ແລະ ໄດ້ຮັບສິນທົດແທນຄວາມເສຍຫາຍ ໃນກໍລະນີເສຍຊີວິດ ຫຼື ພິການຖາວອນ, ຄວາມເສຍຫາຍທາງດ້ານວັດຖຸ ແນໃສ່ສົ່ງເສີມ ແລະ ສະໜັບສະໜູນໃຫ້ການປະກັນໄພມີສ່ວນຮ່ວມໃນການບັນເທົາຄວາມເດືອນຮ້ອນ ແກ່ຜູ້ຖືກເຄາະຮ້າຍຕາມເສັ້ນທາງ.

       ການປະກັນໄພລົດແບບບັງຄັບ ຍັງຈະມີການເກັບ 1% ຂອງຄ່າປະກັນໄພສຸດທີ ເພື່ອມອບເຂົ້າກອງທຶນປົກປ້ອງຜູ້ປະສົບເຄາະຮ້າຍຕາມເສັ້ນທາງ ຊື່ງການມອບແມ່ນປີໜຶ່ງມອບເທື່ອໜຶ່ງ ກຳນົດເອົາຊ່ວງເດືອນ ມີນາ ຂອງປີທັດໄປ.

ພາບ/ຂ່າວ:

ມົວ

ວັນທີອອກຂ່າວ:

17/1/2025

ວັນທີເກິດຂ່າວ:

16/1/2025

Close Menu
Top