
ໃນວັນທີ 15 ຫາ 17 ມັງກອນ 2025 ນີ້, ທີ່ແຂວງບໍລິຄໍາໄຊ, ໄດ້ຈັດກອງປະຊຸມຝຶກອົບຮົມວຽກງານຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບທາງເອເລັກໂຕຣນິກ ແລະ ການນໍາໃຊ້ລະບົບຂໍ້ມູນຂ່າວສານຊັບສິນແຫ່ງລັດ (AMIS) ປະຈໍາປີ 2024; ໂດຍການເປັນປະທານຮ່ວມຂອງທ່ານ ບຸນລ້ຽງ ດວງສະເພົາທອງ ຫົວໜ້າພະແນກ ການເງິນແຂວງບໍລິຄຳໄຊ ແລະ ທ່ານ ຍົມມະລາ ວໍລະຈິດ ຮອງຫົວໜ້າກົມຄຸ້ມຄອງຊັບສິນແຫ່ງລັດ ກະຊວງການເງິນ; ມີຫົວໜ້າ-ຮອງຫົວໜ້າພະແນກຂອງກົມຄຸ້ມຄອງຊັບສິນແຫ່ງລັດ; ຫົວໜ້າ-ຮອງຫົວໜ້າພະແນກການເງິນແຂວງ, ຫົວໜ້າຂະແໜງຄຸ້ມຄອງຊັບສິນແຫ່ງລັດ; ບັນດາທະນາຄານ, ສະຖາບັນການເງິນ, ບໍລິສັດເຊົ່າສິນເຊື່ອ; ພະນັກງານວິຊາການທີ່ມາຈາກ 9 ແຂວງ (ນະຄອນຫຼວງວຽງຈັນ, ແຂວງໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປືເຂົ້າຮ່ວມ).



ຊຸດຝຶກອົບຮົມດັ່ງກ່າວແມ່ນປະຕິບັດຕາມທິດຊີ້ນໍາ ແລະ ແມ່ນໜຶ່ງໃນນະໂຍບາຍຂອງພັກທີ່ກຳນົດໄວ້ໃນມະຕິກອງປະຊຸມໃຫຍ່ຂອງພັກ ຄັ້ງ XI , ແຜນຍຸດທະສາດ, ການພັດທະນາຂະແໜງການເງິນກໍ່ຄືແຜນພັດທະນາຂະ ແໜງຊັບສິນການຫັນວຽກງານເປັນທັນສະໄໜໃນການຄຸ້ມຄອງລາຍຮັບ ແລະ ຄຸ້ມຄອງລາຍຈ່າຍຂອງກະຊວງການເງິນ.ດັ່ງນັ້ນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທັງສູນກາງ ແລະ ທ້ອງຖິ່ນຕ້ອງເຂົ້າໃຈຖືກຕ້ອງຕໍ່ກັບຄວາມໝາຍ, ຄວາມສໍາຄັນ ແລະ ຮັບປະກັນການຈັດຕັ້ງປະຕິບັດວຽກງານການຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບທາງເອເລັກໂຕຣນິກ ແລະ ວຽກງານການຄຸ້ມຄອງລະບົບຂໍ້ມູນຂ່າວສານຊັບສິນແຫ່ງລັດ (AMIS)ໃຫ້ມີຄວາມເປັນເອກະພາບກັນຢ່າງລວມສູນຢູ່ຂະແໜງການເງິນ.




ສໍາລັບການຈົດທະບຽນການຄໍ້າປະກັນສັງຫະລິມະຊັບດ້ວຍລະບົບເອເລັກໂຕນິກໄດ້ເປີດນໍາໃຊ້ແຕ່ປີ 2013 ເປັນຕົ້ນມາ ແລະ ໄດ້ມີການຝຶກອົບຮົມ-ສໍາມະນາຫຼາຍຫົວຂໍ້, ເພື່ອອໍານວຍຊ່ວຍເຫຼືອໃຫ້ແກ່ທຸລະກິດຂະໜາດໃຫຍ່, ກາງ, ນ້ອຍ ແລະ ຈຸລະພາກໃຫ້ສາມາດເຂົ້າເຖິງແຫຼ່ງທຶນທາງການເງິນ, ການນໍາໃຊ້ລະບົບດັ່ງກ່າວເປັນການສ້າງພື້ນຖານທີ່ເໝາະສົມໃຫ້ແກ່ການພັດທະນາຕະຫຼາດການເງິນ ໂດຍການນໍາໃຊ້ສັງຫາລິມະຊັບເປັນຫຼັກຊັບຄ້ຳປະກັນລວມທັງນິຕິກໍາໃນການຄຸ້ມຄອງການຈົດທະບຽນຜ່ານລະບົບ Online ເພື່ອຊຸກຍູ້ສົ່ງເສີມໃຫ້ປະຊາຊົນທຳການຜະລິດ, ດຳເນີນທຸລະກິດສ້າງເສດຖະກິດຄອບຄົວ.



ການຝຶກອົບຮົມຄັ້ງນີ້ຈະໄດ້ນໍາສະເໜີຫຼາຍບັນຫາມາແລກປ່ຽນເປັນຕົ້ນ: ວຽກງານການຈົດທະບຽນສັງຫາ ລິມະຊັບດ້ວຍເອເລັກໂຕນິກ; ວຽກງານຄຸ້ມຄອງຖານລາຍຮັບ; ການຄຸ້ມຄອງຊັບສິນ ແລະ ນໍາໃຊ້ຊັບສິນການຂຶ້ນບັນຊີ–ການຂຶ້ນທະບຽນເປັນຊັບສິນແຫ່ງລັດເປັນຕົ້ນ: ທີ່ດິນ, ດິນປຸກສ້າງ ຫຼື ການໃຫ້ເຊົ່າ–ສຳປະທານຕ່າງໆ; ຕຶກອາຄານສຳນັກງານ; ພາຫະນະຮັບໃຊ້; ອຸປະກອນເຄື່ອງໃຊ້ໄຟຟ້າ (ຄອມພີວເຕີ, ຈັກຖ່າຍເອກະສານ, ໂທລະທັດ, ຕູ້ເຢັນ, ພັດລົມ; ອຸປະກອນເຄື່ອງໃຊ້ຫ້ອງການ (ໂຕະ, ຕັ່ງ, ຕູ້, ເຄື່ອງເກັບເອກະສານ; ເຄື່ອງຈັກ, ໂຮງງານ, ອຸ ປະກອນຫ້ອງທົດລອງ; ຂໍ້ມູນຖານລາຍຮັບຈາກຊັບສິນແຫ່ງລັດ (ສັນຍາສຳປະທານ, ສັນຍາເຊົ່າຊັບສິນ ແລະ ອື່ນໆ) ໃຫ້ເປັນລະບົບຄົບຊຸດ.

ພ້ອມນັ້ນ, ຕາງໜ້າຄະນະຮັບຜິດຊອບຈັດຊຸດຝຶກອົບຮົມຈະໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານການຈົດທະບຽນການຄ້ຳປະກັນດ້ວຍສັງຫາລິມະຊັບທາງເອເລັກໂຕຣນິກ ແລະ ການນໍາໃຊ້ລະບົບຂໍ້ມູນຂ່າວສານຊັບສິນແຫ່ງລັດ (AMIS); ຄຳຖາມເຈາະຈີ້ມ ແລະ ຮັງຟັງການປະກອບຄຳເຫັນ, ເພື່ອນຳເອົາຄວາມຮູ້ ແລະ ປະສົບການນຳໄປຜັນຂະຫຍາຍເຂົ້າວຽກຕົວຈິງຢ່າງມີປະສິດທິຜົນສູງສຸດ.
