ຝຶກອົບຮົມການຮຽນຮູ້ກ່ຽວກັບການຄຸ້ມຄອງຊັບສິນພື້ນຖານໂຄງລ່າງສໍາລັບພະນັກງານລັດ

     ໃນວັນທີ 14-16 ສິງຫາ 2024, ໄດ້ມີການຝຶກອົບຮົມການຮຽນຮູ້ກ່ຽວກັບການຄຸ້ມຄອງຊັບສິນພື້ນຖານໂຄງລ່າງ ສຳລັບພະນັກງານລັດ ຂັ້ນສູນກາງ ແລະ ທ້ອງຖິ່ນໃນ 5 ແຂວງ 6 ເມືອງ ແລະ 3 ນະຄອນ, ໂດຍການເປັນປະທານຮ່ວມຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນທ່ານ ແດນ່ຽວ ປຣາດຊ໌ ນັກເສດຖະສາດ ອາວຸໂສ ຈາກຫ້ອງການ-ການເງິນເພື່ອພັດທະນາທີ່ຍືນຍົງ ອົງການຢູເອັນເດສຊາ, ທ່ານ ນາງ ແຄຣ໌ລາຍ ສະເປກິວສະກີ ຜູ້ຕາງໜ້າຈາກອົງການ ຢູເອັນນອບສ ປະຈຳລາວ ມີຜູ້ຊ່ຽວຊານຈາກ ສອງອົງການດັ່ງກ່າວເຂົ້າຮ່ວມ.

    ໂອກາດນີ້ ທ່ານບຸນປອນ ວັນນະຈິດ ໄດ້ມີຄຳເຫັນຕໍ່ຊຸດຝືກອົບຮົມຄັ້ງນີ້ ໂດຍພື້ນຖານໂຄງລ່າງເປັນອົງປະກອບທີ່ສໍາຄັນຂອງຍຸດທະສາດການພັດທະນາຂອງແຕ່ລະປະເທດ ແລະ ມີຜົນກະທົບໂດຍກົງຕໍ່ຄຸນນະພາບຊີວິດຂອງພວກເຮົາທຸກຄົນ ເຊັ່ນວ່າ : ການເຂົ້າເຖີງ, ສຸຂະພາບ, ຄວາມປອດໄພການເຄື່ອນຍ້າຍເດີນທາງ ແລະ ການປ່ຽນແປງຂອງດີນຟ້າອາກາດ, ເມື່ອພື້ນຖານໂຄງລ່າງ ຫາກໄດ້ສ້າງຂື້ນຢ່າງມີຄຸນນະພາບດີ ມີຄວາມທົນທານ, ມັນກໍ່ຈະເປີດປະຕູ ເຂົ້າເຖີງການສືກສາ, ໂອກາດການພັດທະນາສ້າງການຈ້າງງານເຮັດໃຫ້ເສດຖະກິດຂະຫຍາຍໂຕ ແລະ ຊ່ວຍໃຫ້ຄຸນນະພາບຊີວິດການເປັນຢູ່ ຫລຸດຜ່ອນຄວາມແຕກໂຕນກັນ ແລະ ສັງຄົມມີຄວາມສີວິໄລ ລວມໄປເຖິງການພັດທະນາ ແລະ ການບູລະນະຮັກສາຢ່າງມີແຜນການທີ່ຮັດກຸມ ເພຶ່ອໃຫ້ພື້ນຖານໂຄງລ່າງ ມີຄວາມຍືນຍົງ, ຊຶ່ງເປັນທັງໂອກາດ ແລະ ພາລະກິດອັນໃຫຍ່ຫຼວງ ຂອງ ສປປ ລາວ ເພຶ່ອຈັດຕັ້ງປະຕິບັດວາລະ ກໍຄືພາລະກິດຕ່າງໆ ໃນປີ 2030 ໃຫ້ບັນລຸເປົ້າຫມາຍການພັດທະນາແບບຍືນຍົງ.

    ເຖີງຢ່າງໃດກໍ່ດີ, ພວກເຮົາ ກໍ່ບໍ່ປັດສະຈາກສີ່ງທ້າທາຍ, ຂໍ້ຫຍຸ້ງຍາກຫລາຍດ້ານ ເປັນຕົ້ນແມ່ນ ການວາງແຜນດ້ານມະຫາພາກ, ບູລິມະສິດແຜນງານ, ການສືກສາທີ່ຮັດກຸມກ່ອນ ການລົງທືນ, ການປະສານສົມທົບລະຫວ່າງຂະແຫນງການ, ຂະບວນການຈັດຕັ້ງປະຕິບັດ, ແຜນງານບູລະນະຮັກສາສ້ອມແປງ ລວມທັງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ, ບັນຫາຄວາມຍືນຍົງ ແລະ  ການປ່ຽນແປງສະພາບແວດລ້ອມທີ່ຫລາກຫລາຍ.ຊຸດຝຶກອົບຮົມນີ້ ພວກເຮົາໄດ້ແນ່ໃສ່ສ້າງຄວາມຮູ້ໃຫ້ແກ່ ພະນັກງານ-ລັດຖະກອນ ລັດຂັ້ນສູນກາງ  ແລະ ທ້ອງຖິ່ນ ໃນ ສປປ ລາວ ທີ່ເຮັດວຽກ ແລະ ພົວພັນໂດຍກົງກັບວຽກງານ ກ່ຽວກັບການຄຸ້ມຄອງຊັບສິນພື້ນຖານໂຄງລາງ ໃຫ້ຖືກຕ້ອງຕາມກົດໝາຍຊັບສິນຂອງລັດ ທີ່ຖືກປະກາດໃຊ້, ການຝຶກອົບຮົມຄັ້ງນີ້ ບັນດາທ່ານ ນັກສຳມະນາກອນ ຈະໄດ້ຮຽນຮູ້ກ່ຽວກັບ ແນວຄວາມຄິດໃນການສ້າງແຜນປະຕິບັດການຄຸ້ມຄອງຊັບສິນ ໃຫ້ແກ່ພະນັກງານລັດໃນຂັ້ນສູນກາງ ແລະ ທ້ອງຖິ່ນ ຈາກ 6 ເມືອງ ແລະ 3 ນະຄອນ; ໃນການສ້າງແຜນດໍາເນີນງານການຄຸ້ມຄອງຊັບສິນ ເພື່ອໃຫ້ພະນັກງານລັດ ສາມາດສ້າງແຜນປະຕິບັດການຄຸ້ມຄອງຊັບສິນໃຫ້ກັບເມືອງ ແລະ ນະຄອນ.

     ກອງປະຊຸມໄດ້ມີການນຳສະເໜີ ບັນດາຫົວຂໍ້, ບົດຮຽນທີ່ສຳຄັນ ຕ່າງໆ ໃນວຽກງານການຄຸ້ມຄອງກ່ຽວກັບການຄຸ້ມຄອງຊັບສິນພື້ນຖານໂຄງລ່າງ ເພື່ອໃຫ້ຜູ້ເຂົ້າຮ່ວມເຂົ້າໃຈຢ່າງເລິກເຊິ່ງຢ່າງກົງໄປ ກົງໄປກົງມາ ສາມາດນຳເອົາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານໄດ້ຢ່າງມີປະສິດທິຜົນສູງ.

ພາບ/ຂ່າວ:

ທ່ານ ວັນຊະນະ ສິດທິເດດ

ວັນທີອອກຂ່າວ:
ວັນທີເກິດຂ່າວ:
Close Menu
Top