
ໃນວັນທີ 30 ພຶດສະພາ 2023 ຜ່ານມານີ້, ຄະນະພັກຮາກຖານກົມພາສີ,ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານກາງສະໄໝ (2021-2023) ແລະ ທິດທາງແຜນການທ້າຍສະໄໝ (2023-2025), ໂດຍການເຂົ້າຮ່ວມໂອ້ລົມຂອງສະຫາຍ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ລັດຖະມົນຕີກະຊວງການເງິນ, ມີສະຫາຍ ພູເຂົາຄໍາ ວັນນະວົງໄຊ ກໍາມະການພັກກະຊວງ, ເລຂາຄະ ນະຮາກຖານກົມພາສີ, ມີສະຫາຍ ກົງຄໍາ ສິດທິວໍລະດາ ກໍາມະການພັກກະຊວງ, ເລຂາໜ່ວຍພັກຮາກຖານກົມຈັດຕັ້ງ ແລະ ພະນັກງານ, ເລຂາໜ່ວຍພັກຮາກຖານກົມກວດກາ, ຄະນະພັກຮາກຖານກົມພາສີ, ເລຂາ, ຮອງເລຂາໜ່ວຍພັກ, ສະມາຊິກພັກທີ່ຂຶ້ນກັບຄະນະພັກຮາກຖານກົມພາສີເຂົ້າຮ່ວມ.

ການດໍາເນີນກອງປະຊຸມສະຫຼຸບຕີລາຄາວຽກງານຮອບດ້ານກາງສະໄໝຂອງຄະນະພັກຮາກຖານກົມພາສີ, ຈັດຂຶ້ນໃນທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວກອງທັບ ເເລະ ທົ່ວປວງຊົນລາວບັນດາເຜົ່າເວົ້າລວມ, ເວົ້າສະເພາະເເມ່ນສະມາຊິກພັກ-ພະນັກງານທົ່ວຂະເເໜງການເງິນພວມອອກເເຮງເເຂ່ງຂັນກັນສ້າງຂະບວນການຕ່າງໆ ແລະ ເພື່ອພ້ອມກັນຈັດຕັ້ງປະຕິບັດໜ້າທີ່, ແຜນການຈັດເກັບລາຍຮັບເຂົ້າງົບປະມານເເຫ່ງລັດປີ 2023 ໂດຍສະເພາະເເມ່ນສະ ມາຊິກພັກ-ພະນັກງານໃນຄະນະພັກຮາກຖານກົມພາສີພວມສຸມໃສ່ສ້າງຜົນງານ ແລະ ສູ້ຊົນປະຕິບັດບັນດາຄາດ ໝາຍໃຫ້ສໍາເລັດຕາມແຜນການທີ່ວາງໄວ້.








ຄຽງຄູ່ກັນນີ້, ກໍຍ້ອນການນຳພາ–ຊີ້ນໍາຈາກຄະນະພັກຂັ້ນເທິງ, ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະ ມາຊິກພັກ–ພະນັກງານ–ລັດຖະກອນຂອງຄະນະພັກຮາກຖານກົມພາສີ, ໄດ້ພ້ອມກັນເປັນເຈົ້່າການຕັ້ງໜ້າສ້າງຜົນງານປະຕິບັດໜ້າທີ່ການເມືອງ ເເລະ ວຽກງານວິຊາສະເພາະທີ່ໄດ້ຮັບມອບໝາຍຕ່າງໆຢ່າງຕັ້ງໜ້າ, ພ້ອມດຽວກັນນີ້ໃນ ກອງປະຊຸມ, ຍັງໄດ້ຮັບຟັງການລາຍງານບົດສະຫຼຸບຕີລາຄາການນໍາພາ-ຊີ້ນຳວຽກງານຮອບດ້ານກາງສະໄໝແຕ່ປີ 2021-2023 ແລະ ກໍານົດທິດທາງ, ຄາດໝາຍສູ້ຊົນທ້າຍສະໄໝ 2023-2025, ບົດສະຫຼຸບຕີລາຄາການຈັດຕັ້ປະຕິບັດແຜນດຳເນີນງານການສະໄໝຂອງກົມພາສີ (ປີ 2021-2023) ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ (2023-2025) ບົດສຳຫຼວດການນໍາພາລວມຂອງຄະນະພັກຮາກຖານກົມພາສີ ແລະ ວິທີການແກ້ໄຂໃນຕໍ່ໜ້າຂອງຄະນະພັກຮາກຖານ, ຊຶ່ງໄດ້ຕີລາຄາດ້ານດີ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້, ເພື່ອແນໃສ່ຈັດຕັ້ງປະຕິບັດວຽກງານໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາສະມາຊິກພັກຢ່າງກົງໄປກົງມາ ແລະ ໄດ້ລົງຄະແນນສຽງທາບທາມຄວາມໄວ້ວາງໃຈຕໍ່ການນໍາພາ-ຊີ້ນໍາຂອງຄະນະພັກຮາກຖານກົມພາສີໃນການຈັດຕັ້ງປະຕິບັດວຽກງານຮອບດ້ານໄລຍະຜ່ານມານໍາອີກດ້ວຍ.





ໂອກາດນີ້, ສະຫາຍ ສັນຕິພາບ ພົມວິຫານ ໄດ້ມີຄຳເຫັນໂອ້ລົມ-ທິດຊີ້ນຳເພື່ອເປັນທິດເຍືອງທາງໃນການປັບປຸງວຽກງານນໍາພາ-ຊີ້ນໍາຂອງຄະນະພັກຮາກຖານກົມພາສີ, ໄດ້ພ້ອມກັນສະຫຼຸບຕີລາຄາການຊີ້ນໍາ-ນຳພາເພື່ອປະ ຕິບັດໜ້າທີ່ການເມືອງຂອງຄະນະພັກຮາກຖານກົມພາສີ, ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາຍເຫດ, ບົດຮຽນໃນການນໍາພາ–ຊີ້ນໍາ ແລະ ວາງທິດທາງແຜນການທ້າຍສະໄໝ (2023-2025) ພ້ອມດຽວກັນນີ້, ສະຫາຍເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ໄດ້ເນັ້ນຕື່ມໃຫ້ຄະນະພັກຮາກຖານກົມພາສີ, ເພີ່ມທະວີການສຶກສາອົບຮົມການເມືອງ–ແນວຄິດໃຫ້ແກ່ພະນັກງານ–ສະມາຊິກພັກໃຫ້ເຊື່ອມຊຶມ ແລະ ກຳແໜ້ນແນວ ທາງປ່ຽນແປງໃໝ່ຂອງພັກ; ເຊີດຊູນໍ້າໃຈຮັບຜິດຊອບໃນໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ; ເພີ່ມທະວີການຊີ້ນໍາ–ນຳພາຂອງພັກ, ເສີມຂະຫຍາຍສິດເປັນເຈົ້າຂອງມະຫາຊົນ, ປະຕິບັດຫຼັກການລວມສູນປະຊາທິປະໄຕ; ປັບປຸງກໍ່ສ້າງຄະນະພັກ, ໜ່ວຍພັກທີ່ຂຶ້ນກັບ ແລະ ສະມາຊິກພັກໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ; ປັບປຸງລະບອບດໍາເນີນຮ່ວມຊີວິດການເມືອງຂອງໜ່ວຍພັກໃຫ້ເປັນປົກກະຕິ; ປັບປຸງວຽກງານວິຊາສະເພາະໃຫ້ມີຄວາມໜັກແໜ້ນ, ເຂັ້ມ ແຂງ, ທັນສະໄໝ ແລະ ໂປ່ງໃສຮັບປະກັນໃນການຈັດເກັບລາຍຮັບເຂົ້າງົບປະມານບັນລຸຕາມແຜນການ. ທັງນີ້, ກໍເພື່ອພ້ອມກັນປະຕິບັດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້, ເພື່ອສ້າງບັນດາໜ່ວຍພັກທີ່ຂຶ້ນກັບໃຫ້ກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງໜັກແໜ້ນຕະຫຼອດໄປ.


ພາບ/ຂ່າວ:
ບູນທຽມ
ວັນທີອອກຂ່າວ:
31-05-2023
ວັນທີເກິດຂ່າວ:
30-05-2023