
ໃນວັນທີ 31 ມີນາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມດ່ານພາສີສາກົນບໍ່ເຕັນ ແຂວງຫຼວງນໍ້າທາ, ໄດ້ຈັດຝຶກອົບຮົມການນຳໃຊ້ລະບົບການແຈ້ງພາສີແບບອີເລັກໂຕຣນິກ (NSWA+),ການນໍາໃຊ້ລາຍເຊັນອີເລັກໂຕຣນິກ ແລະ ການຊຳລະສະສາງຜ່ານ FinLink ໃຫ້ເຈົ້າໜ້າທີ່ພາສີປະຈໍາແຂວງ, ດ່ານພາສີສາກົນ, ບໍລິສັດຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີໃນການນຳເຂົ້າ-ສົ່ງອອກຜ່ານແດນທີ່ຂຶ້ນກັບແຂວງຫຼວງນໍ້າທາ, ແຂວງບໍ່ແກ້ວ, ແຂວງອຸດົມໄຊ, ແຂວງຜົ້ງສາລີ.
ໂດຍການເປັນປະທານຂອງທ່ານ ວົງວັນເພັງ ພູມສະຫວັນ ຮອງຫົວໜ້າກົມພາສີ ກະຊວງການເງິນ, ມີຫົວໜ້າ, ຮອງຫົວໜ້າພາສີປະຈຳແຂວງ, ບັນດາຫົວໜ້າດ່ານ, ຮອງຫົວໜ້າດ່ານພາສີສາກົນ, ຄະນະອໍານວຍການ, ຜູ້ຕ່າງໜ້າບໍລິສັດຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີໃນການນຳເຂົ້າ-ສົ່ງອອກ, ຜູ້ຕ່າງໜ້າບໍລິສັດພັດທະນາລະບົບການແຈ້ງພາສີແບບອີເລັກໂຕຣນິກ (NSWA+) ແລະ ຄະນະຮັບຜິດຊອບຈັດຝຶກອົບຮົມເຂົ້າຮ່ວມ.


ລະບົບການແຈ້ງພາສີແບບເອເລັກໂຕຣນິກ (NSWA+) ແມ່ນເປັນລະບົບການແຈ້ງພາສີທີ່ພັດທະນາຍົກລະດັບລະບົບການແຈ້ງພາສີຈາກລະບົບແຈ້ງພາສີປະຕູດຽວແຫ່ງຊາດ (LNSW) ແລະ ລະບົບແຈ້ງພາສີອາຊີກຸດາ (ASYCUDA) ເຂົ້າເປັນລະບົບດຽວກັນ, ຈຸດປະສົງເພື່ອຫຼຸດຂັ້ນຕອນ,ປະຢັດເວລາໃນການປ້ອນຂໍ້ມູນຂອງສິນຄ້າ, ເຄື່ອງຂອງຂອງຜູ້ປະກອບການຫຼຸດລົງ, ຫຼຸດຂັ້ນຕອນ, ຄ່າໃຊ້ຈ່າຍໃນການເດີນທາງ, ຫຼຸດການນຳໃຊ້ເຈ້ຍໃນການແຈ້ງເສຍພາສີ ແລະ ຜູ້ແຈ້ງພາສີ ຫຼື ຜູ້ບໍລິການແຈ້ງພາສີສາມາດແຈ້ງພາສີດ້ວຍຕົນເອງຢູ່ຫ້ອງການ, ສໍານັກງານຂອງຕົນ ໂດຍບໍ່ຈຳເປັນຕ້ອງເດີນທາງເຂົ້າມາດ່ານເພື່ອແຈ້ງ ແລະ ພິມໃບແຈ້ງພາສີເປັນລາຍລະອຽດອອກຈາກລະບົບຍື່ນຕໍ່ເຈົ້າໜ້າທີ່ພາສີປະຈຳດ່ານຄືກັບຜ່ານມາ.
ນອກຈາກນັ້ນ, ລະບົບດັ່ງກ່າວກໍ່ໄດ້ນໍາໃຊ້ລາຍເຊັນອີເລັກໂຕຣນິກ, ເພື່ອດຳເນີນການຢັ້ງຢືນຮັບຮອງເອກະ ສານຂອງຜູ້ແຈ້ງພາສີ, ຜູ້ບໍລິການແຈ້ງພາສີ ແລະ ເຈົ້າໜ້າທີ່ພາສີທີ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການກໍານົດ ແລະ ສາມາດຊໍາລະຄ່າພາສີ-ອາກອນ ແລະ ພັນທະອື່ນໃນການນໍາເຂົ້າ-ສົ່ງອອກ, ການຜ່ານແດນສິນຄ້າຈາກບັນດາທະນາຄານທີ່ເຂົ້າຮ່ວມເປັນສະມາຊິກຂອງ Lapnet ຜ່ານລະບົບ FinLINK.


ສະນັ້ນ,ການຈັດຝຶກອົບຮົມການນຳໃຊ້ລະບົບດັ່ງກ່າວ, ເພື່ອເປັນການອໍານວຍຄວາມສະດວກ, ການບໍລິ ການໃຫ້ແກ່ການນໍາເຂົ້າ-ສົ່ງອອກ, ການຜ່ານແດນ ແລະ ການຊໍາລະສະສາງ, ຊຶ່ງນັບທັງລັດຖະການພາສີ, ເຈົ້າໜ້າທີ່ພາສີປະຈໍາດ່ານ ແລະ ຜູ້ປະກອບຈະຕ້ອງໄດ້ພ້ອມກັນຮຽນຮູ້, ສຶກສາ ແລະ ຝຶກອົບຮົມຂັ້ນຕອນວິທີນໍາໃຊ້ຕ່າງໆໃຫ້ມີຄວາມຊໍານານ, ເພື່ອຮັບປະກັນໃນການອໍານວຍຄວາມສະດວກການນໍາເຂົ້າ-ສົ່ງອອກ, ການຜ່ານແດນສິນຄ້າເຄື່ອງຂອງໃຫ້ມີຄວາມຮັບປະກັນ.
ສຳລັບການນຳໃຊ້ລະບົບດັ່ງກ່າວເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ, ຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021 ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ອົງຄະນະພັກກະຊວງການເງິນ ຄັ້ງທີ III, ການຜັນຂະຫຍາຍແຜນພັດທະນາຂະແໜງການເງິນແຫ່ງລັດໄລຍະ 5 ປີ (2021-2025), ຜັນຂະຫຍາຍແຜນພັດທະນາແສດຖະກິດດີຈີຕອນແຫ່ງຊາດ 5 ປີຄັ້ງທີ I (2021-2025). ທັງນີ້,ກໍ່ເພື່ອສ້າງບາດກ້າວຫັນການຄຸ້ມຄອງວຽກງານພາສີໃຫ້ລວມສູນ ແລະ ກ້າວໄປສູ່ພາສີຈີຕອນ,ຮັບປະກັນໃຫ້ມີຄວາມສະດວກ, ວ່ອງໄວໂປ່ງໃສ, ສາມາດກວດສອບໄດ້.


ໃນພິທີດັ່ງກ່າວໄດ້ຮັບຟັງການຜ່ານຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 3009/ກງ, ລົງວັນທີ 27 ກັນຍາ 2022 ວ່າດ້ວຍການນໍາໃຊ້ລະບົບເອເລັກໂຕຣນິກ NSWA+ ເຂົ້າໃນຄຸ້ມຄອງການແຈ້ງພາສີ; ຄຳແນະນຳຂອງກະຊວງການເງິນ ສະບັບເລກທີ 3011/ກງ, ລົງວັນທີ 27 ກັນຍາ 2022 ກ່ຽວກັບການແຈ້ງພາສີດ້ວຍລະບົບເອເລັກໂຕນິກ (NSWA+); ຄຳແນະນຳຊົ່ວຄາວຂອງກະຊວງການເງິນ ສະບັບເລກທີ 3480/ກງ, ລົງວັນທີ 07 ພະ ຈິກ 2022 ກ່ຽວກັບນຳໃຊ້ລາຍເຊັນເອເລັກໂຕຣນິກເຂົ້າໃນລະບົບຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ແລະ ຮຽກ ຮ້ອງມາຍັງບັນດາທ່ານທີ່ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ້, ຈົ່ງໄດ້ເອົາໃຈ່ໃສ່ໃນການຮັບຟັງ, ຮຽນຮູ້, ສ້າງຄວາມເຂົ້າ ໃຈຢ່າງເລິກເຊິ່ງຕໍ່ການນໍາໃຊ້ລະບົບດັ່ງກ່າວ, ຈາກຄະນະຮັບຜິດຊອບ, ວິທະຍາກອນ, ກົມພາສີ ແລະ ຜູ້ພັດທະນາລະບົບຈະເປັນຜູ້ນຳສະເໜີກ່ຽວກັບຂັ້ນຕອນການລົງທະບຽນລາຍເຊັນເອເລັກໂຕຣນິກ (ແອັບ Finlink), ນໍາສະເໜີຂັ້ນຕອນການແຈ້ງພາສີສັງເຂບ ແລະ ແຈ້ງພາສີເປັນລາຍລະອຽດຜ່ານລະບົບ NSWA+; ນໍາສະເໜີຂັ້ນຕອນການລົງລາຍເຊັນເອເລັກໂຕຣນິກ (ແອັບ Finlink ); ສະເໜີຂັ້ນຕອນການຮັບເອກະສານ, ການກວດກາ, ການຊໍາລະຄ່າພາສີ-ອາກອນ, ການລົງລາຍເຊັນເອເລັກໂຕຣນິກ, ການກວດປ່ອຍຂອງເຈົ້າໜ້າທີ່ພາສີຜ່ານລະບົບ NSWA+ ແລະ
Finlink, ສາທິດການແຈ້ງພາສີຜ່ານລະບົບ NSWA+, ລາຍເຊັນເອເລັກໂຕຣນິກ ແລະ Finlink ຕົວຈິງນໍາອີກດ້ວຍ.


