
ກອງປະຊຸມແນະນຳການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບ ແລະ ວຽກຈຸດສຸມປະຈຳປີ 2023 ຂອງສ່ວຍສາອາກອນ ປະຈຳແຂວງສະຫວັນນະເຂດ, ໄດ້ຈັດຂຶ້ນໃນລະຫວ່າງວັນທີ 19-20 ມັງກອນ 2023 ນີ້, ທີ່ຫ້ອງປະຊຸມຂອງຕົນ, ໂດຍການເປັນປະທານຂອງທ່ານ ເພັດດາລາ ແກ້ວສາລີ ຫົວໜ້າສ່ວຍສາອາກອນ ປະຈຳແຂວງສະຫວັນນະເຂດ,ມີບັນດາທ່ານຫົວໜ້າສ່ວຍສາອາກອນເມືອງ, ນະຄອນ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້,ທ່ານ ເພັດດາລາ ແກ້ວສາລີ ຫົວໜ້າສ່ວຍສາອາກອນ ປະຈຳແຂວງສະຫວັນນະເຂດ ໄດ້ກ່າວມີຄຳເຫັນວ່າ: ສຳລັບການຈັດຕັ້ງປະຕິບັດແຜນລາຍຮັບ ແລະ ບັນດາວຽກຈຸດສຸມໃນປີ 2023 ຍັງສືບຕໍ່ປະເຊີນສິ່ງທ້າທາຍຫຼາຍຢ່າງທັງພາຍໃນ, ພາກພື້ນ ແລະສາກົນ ທີ່ຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ, ການເພີ່ມຂຶ້ນຂອງໄພເງິນເຟີ້, ລາຄານ້ຳມັນເຊື້ອໄຟ, ສິນຄ້າ-ສະບຽງອາຫານຍັງສືບຕໍ່ສູງຂຶ້ນ.

ສະນັ້ນ, ກອງປະຊຸມຄັ້ງນີ້ຈະໄດ້ມີການຄົ້ນຄວ້າ, ວິເຄາະ, ວິໄຈຕໍ່ຜົນກະທົບດັ່ງກ່າວເພື່ອຊອກຫາວິທີທາງອອກຮ່ວມກັນ, ຊຶ່ງໃນປີ 2022 ຜ່ານມາ, ສ່ວຍສາອາກອນປະຈຳແຂວງສາມາດຈັດເກັບລາຍຮັບໄດ້ທັງໝົດ 940 ຕື້ກວ່າກີບ, ເທົ່າກັບ 127,45% ຂອງແຜນການປີ, ເພີ່ມຂຶ້ນ 27,6% ຫຼື ເທົ່າກັບ 202 ຕື້ກວ່າກີບ. ໃນນັ້ນ, ລາຍຮັບສ່ວຍສາອາກອນປະ ຕິບັດໄດ້ 754 ຕື້ກວ່າກີບ, ເພີ່ມຂຶ້ນ 18 % ຫຼື ເທົ່າກັບ 117 ຕື້ກວ່າກີບ, ລາຍຮັບຈາກຊັບສິນ 186 ຕື້ກວ່າກີບ, ເທົ່າກັບ661% ຂອງແຜນການປີຫຼືເທົ່າກັບ 86 ຕື້ກວ່າກີບ.

ສຳລັບທິດທາງແຜນການປີ 2023 ແມ່ນຈະສູ້ຊົນຈັດເກັບລາຍຮັບໃຫ້ໄດ້ 1.134 ຕື້ກວ່າກີບ,ທຽບໃສ່ແຜນປີຜ່ານມາເພີ່ມຂຶ້ນ 53,7% ໃນນີ້, ລາຍຮັບສ່ວຍສາອາກອນຈະສູ້ຊົນໃຫ້ໄດ້ 893 ຕື້ກວ່າກີບ, ລາຍຮັບຂະແໜງຄຸ້ມຄອງຊັບສິນລັດ 241 ຕື້ກວ່າກີບ ແລະ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນຈັດເກັບລາຍຮັບປີ 2023 ບັນລຸຕາມລະດັບຄາດ ໝາຍທີ່ວາງໄວ້ທາງສ່ວຍສາອາກອນແຂວງພວກເຮົາຈຶ່ງໄດ້ກຳນົດມາດຕະການທີ່ເປັນວຽກຈຸດ ສຸມສຳຄັນໃນການຈັດຕັ້ງປະຕິບັດເປັນຕົ້ນ: ສືບຕໍ່ສຶກສາອົບຮົມທາງດ້ານການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກ-ພະນັກງານເປັນບັນຫາຕົ້ນຕໍ, ປັບປຸງກົນໄກວິທີການໃນການຊີ້ນຳ-ນຳພາໃຫ້ມີຄວາມເຂັ້ມແຂງຕາມພາລະບົດບາດຢ່າງມີປະສິດທິພາບ, ສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໃຫ້ແກ່ຂະແໜງສ່ວຍສາອາກອນ, ສຸມໃສ່ຢ່າງແຂງແຮງໃນການຈັດຕັ້ງປະຕິບັດວຽກຈຸດສຸມຂອງວາລະແຫ່ງຊາດ, ຕິດຕາມກວດກາ ແລະ ຊຸກຍູ້ຫົວໜ່ວຍທຸລະກິດກໍ່ຄືຜູ້ເສຍອາກອນແຈ້ງມອບອາ ກອນດ້ວຍຕົນເອງ, ຕິດຕັ້ງລະບົບແທັກຣິສ ໄປເມືອງທີ່ຍັງບໍ່ທັນມີ ແລະ ເຂດເສດຖະກິດພິເສດຈາກນີ້ກໍ່ສືບຕໍ່ເລັ່ງທວງໜີ້ຄ້າງມອບໃຫ້ຖືກຕ້ອງສອດຄ່ອງຕາມກົດໝາຍທີ່ກຳນົດໄວ້.
ພາບ/ຂ່າວ:
ວັນທີອອກຂ່າວ:
23/01/2023