ເປີດການແຂ່ງຂັນກິລາບານເຕະມິດຕະພາບ ຊີງຂັນສະຫາຍເລຂາຄະນະບໍລິຫານງານພັກກະຊວງການເງິນ ຄັ້ງທີ II ປະຈໍາປີ 2023

ໃນວັນທີ 20 ມັງກອນ 2023 ກະຊວງການເງິນ ໄດ້ຈັດພິທີເປີດການແຂ່ງຂັນກິລາບານເຕະມິດຕະພາບ ຊີງຂັນສະຫາຍເລຂາຄະນະບໍລິຫານງານພັກ ກະຊວງການເງິນ ຄັ້ງທີ II ປະຈໍາປີ 2023 ໂດຍການເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ກະຊວງການເງິນ, ມີສະຫາຍ ສົມບູນ ອິນທະປັດຖາ ຄະນະປະຈໍາພັກ, ເລຂາຄະນະພັກຮາກຖານຫ້ອງການ, ຫົວໜ້າຄະນະກໍາມະການຊີ້ນໍາລວມການຈັດການແຂ່ງຂັນ, ບັນດາສະຫາຍຄະນະບໍລິຫານງານ ຊາວໜຸ່ມກະຊວງການເງິນ ພ້ອມດ້ວຍສະມາຊິກຊາວໜຸ່ມຂອງບັນດາໜ່ວຍອ້ອມຂ້າງ, ຕາງໜ້າສະຫະພັນກໍາມະບານລາວ ແລະ ສະຫະພັນແມ່ຍິງ ກະຊວງການເງິນ, ຕາງໜ້າສູນກາງຊາວໜຸ່ມ, ຊາວໜຸ່ມກະຊວງແຮກສ່ຽວ ແລະ ອ້ອມຂ້າງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ບຸນໂຈມ ອຸບົນປະເສີດ ໃຫ້ຮູ້ວ່າ: ການແຂ່ງຂັນກິລາໃນຄັ້ງນີ້ ແມ່ນໜຶ່ງໃນບັນດາກິດຈະກໍາ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ III ຂອງຄະນະບໍລິຫານງານພັກ ກະຊວງການເງິນ, ໃນການແຂ່ງຂັນກິລາຄັ້ງນີ້ ຈະໃຊ້ເວລາໃນການແຂ່ງຂັນ 03 ອາທິດ ຈຶ່ງຈະສໍາເລັດ ໂດຍມີທີມເຂົ້າຮ່ວມ 17 ພາກສ່ວນ ຈາກອ້ອມຂ້າງກະຊວງການເງິນ. ຈຸດປະສົງຫຼັກຂອງການແຂ່ງຂັນ ແມ່ນເພື່ອຮັດແໜ້ນຄວາມສາມັກຄີ, ເປັນເວທີທີ່ສ້າງໂອກາດໃຫ້ແກ່ສະມາຊິກຊາວໜຸ່ມ ໄດ້ມາເຕົ້ມໂຮມກັນ, ສ້າງຄວາມສາມັກຄີ, ອອກກໍາລັງກາຍເພື່ອມິດຕະພາບ, ສ້າງຂົວຕໍ່ທີ່ດີໃນການປະສານງານ, ຈັດຕັ້ງປະຕິບັດວຽກງານວິຊາສະເພາະຂອງຕົນ, ສົ່ງເສີມກິດຈະກໍາເພື່ອສຸຂະພາບ ແລະ ຄັດເລືອກນັກກິລາບານເຕະຊາຍ ເພື່ອເຂົ້າຮ່ວມການແຂ່ງຂັນກິລາບານເຕະມິດຕະພາບຊາຍ ຊີງຂັນ ທ່ານ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ.

ພ້ອມນັ້ນ ທ່ານຍັງໃຫ້ຮູ້ອີກວ່າ ການແຂ່ງຂັນກິລາເປັນທີມ ປະກອບມີຫຼາຍພາກສ່ວນເຂົ້າຮ່ວມ ມີທີມທີ່ໄດ້ຮັບໄຊຊະນະ ແລະ ທີມທີ່ປະລາໄຊ; ແຕ່ນໍ້າໃຈນັກກິລາ, ໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີ ແມ່ນສໍາຄັນຍິ່ງກວ່າການໄດ້ຮັບໄຊຊະນະ ແລະ ຮຽກຮ້ອງມາຍັງສະຫາຍ ຄະນະນໍາພານັກກິລາ, ນັກກິລາ ແລະ ຜູ້ເຂົ້າຊົມການແຂ່ງຂັນ ຈົ່ງເຊີດຊູຄວາມເປັນເຈົ້າການ ແລະ ປະຕິບັດຕາມ ລະບຽບກະຕິກາການແຂ່ງຂັນ ແລະ ໃຫ້ກຽດເຄົາລົບທຸກທີມ ທີ່ເຂົ້າຮ່ວມການແຂ່ງຂັນ ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຮັບປະກັນໄດ້ເຊິ່ງຄວາມຍຸຕິທໍາ.

ພາບ/ຂ່າວ:
ວັນທີອອກຂ່າວ:

23-01-2023

ວັນທີເກິດຂ່າວ:
Close Menu
Top