ພາສີ ປະຈໍາແຂວງຈໍາປາສັກ ສະຫຼຸບວຽກງານວິຊາສະເພາະ ປີ 2022 ແລະ ທິດທາງແຜນການ, ມາດຕະການ ປະຈໍາປີ 2023

ໃນວັນທີ 12 ມັງກອນ 2023 ນີ້, ພາສີ ປະຈໍາແຂວງຈໍາປາສັກ, ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2022 ແລະ ທິດທາງແຜນການ, ມາດຕະການປະຈໍາປີ 2023 ຂຶ້ນຢູ່ຫ້ອງການດັ່ງກ່າວ, ໂດຍການເປັນປະທານຮ່ວມຂອງທ່ານ ໄກສອນ ລາດຊະວົງ ຮອງຫົວໜ້າພະແນກການເງິນແຂວງຈໍາປາສັກ ແລະ ທ່ານ ປອ ບຸນເພັງ ເຂັມມາລາ ຫົວໜ້າພາສີ ປະຈໍາແຂວງຈໍາປາສັກ, ມີຄະນະສ່ວຍສາອາກອນປະຈໍາແຂວງ, ຄັງເງິນປະຈໍາແຂວງ, ຫ້ອງການບໍລິຫານພະແນກການເງິນ, ຄະນະດ່ານພາສີສາກົນວັງເຕົ່າ, ດ່ານພາສີສາກົນໜອງນົກຂຽນ, ດ່ານປະເພນີຊ່ອງຕາ, ດ່ານປະເພນີບ້ານໃໝ່ສິງສໍາພັນ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານວິຊາການພາຍໃນພາສີແຂວງເຂົ້າຮ່ວມ.

ໃນກອງປະຊຸມ,ທ່ານ ປອ ບຸນເພັງ ເຂັມມາລາ ຫົວໜ້າພາສີປະຈຳແຂວງ, ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະປະຈໍາປີ 2022 ແລະ ທິດທາງແຜນການປີ 2023, ໄດ້ຍົກໃຫ້ເຫັນດ້ານວຽກງານວິຊາສະເພາະຕົ້ນຕໍແມ່ນການຈັດເກັບລາຍຮັບ,ໃນປີ 2022 ພາສີປະຈໍາແຂວງໄດ້ຮັບແຜນການຈັດເກັບລາຍຮັບເທົ່າກັບ 815 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຈັດເກັບໄດ້ 999,20 ຕື້ກີບເທົ່າກັບ 122, 60% ຂອງແຜນການປີ, ລື່ນແຜນການເທົ່າກັບ 22,60% ຫຼື ເປັນເງິນ 184,20 ຕື້ກີບ, ທຽບໃສ່ໄລຍະດຽວປີກ່ອນປະຕິບັດໄດ້ 142,69 % ເພີ່ມຂຶ້ນຈາກປີກ່ອນ 42,69 % ຫຼື ເປັນເງິນ 298,94 ຕື້ກີບ. 

ສາເຫດທີ່ເຮັດໃຫ້ການຈັດເກັບລາຍຮັບລື່ນແຜນຍ້ອນວ່າມີຂໍ້ກໍານົດ, ກົດລະບຽບ, ກົດໝາຍພາສີທີ່ເປັນບ່ອນອີງໃນການຈັດຕັ້ງປະຕິບັດລວມໄປເຖິງເຄື່ອງມືທີ່ທັນສະໄໝປະກອບເຂົ້າໃນວຽກງານພາສີໂດຍສະເພາະແມ່ນການແຈ້ງພາສີແບບອີເລັກໂຕຼນິກ; ການບໍລິການຕ່າງໆແມ່ນໄດ້ເອົາໃຈໃສ່ໃຫ້ມີຄວາມສະດວກໂດຍສະເພາະແມ່ນການນໍາໃຊ້ລະບົບການແຈ້ງພາສີແບບອີເລັກໂຕຼນິກຢູ່ບັນດາດ່ານພາສີສາກົນ, ມີລະບົບການແຈ້ງພາສີອັດຕະໂນມັດ (ອາຊີກູດາ), ມີການຊໍາລະເງິນຜ່ານທະນາຄານດ້ວຍລະບົບ (ສະມາດແທັກ) ລວມໄປເຖິງການກວດກາດ້ວຍເຄື່ອງ ກວດກາລະບົບສາຍແສງ(SCANNER, E-Meter) , ນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ ແລະ ພາຫະນະຂົນສົ່ງສິນຄ້າດ້ວຍລະບົບເອເລັກໂຕຼນິກ (ບໍ53) ຢູ່ບັນດາດ່ານພາສີສາກົນໄດ້ນໍາໃຊ້ລະບົບຄຸ້ມຄອງຫັກລົບແຜ່ນນໍາເຂົ້າ (Master List) ໃນການຄຸ້ມຄອງການນໍາເຂົ້າວັດຖຸອຸປະກອນ, ກົນຈັກ, ພາຫະນະ, ນໍ້າມັນເຊື້ອໄຟ ແລະ ອື່ນໆ ທີ່ນໍາເຂົ້າໃນລະບົບຍົກເວັ້ນ, ງົດເກັບ ຫຼື ເສຍພາສີຫຼຸດຜ່ອນສໍາລັບສິນຄ້າເຄື່ອງຂອງລົງທຶນ ເພື່ອເກັບກໍາຂໍ້ມູນ ແລະ ຫັກລົບແຜນນໍາເຂົ້າ.

ສໍາລັບວຽກງານວິຊາສະເພາະກໍຄືການຈັດເກັບລາຍຮັບເຂົ້າງົບປະມານປີ 2023 ພາສີປະຈໍາແຂວງຈຳປາສັກໄດ້ຮັບຕົວເລກແຜນການເກັບລາຍຮັບຈໍານວນ 1.000 ຕື້ກີບ ແລະ ໄດ້ແບ່ງຕົວເລກແຜນດັ່ງກ່າວໃຫ້ກັບຂະ     ແໜງ, ດ່ານພາສີສາກົນ, ດ່ານປະພເນີ ແລະ ຫ້ອງການພາສີປະຈໍາທ່າບົກ – ວັງເຕົ່າ ຈັດຕັ້ງປະຕິບັດໃຫ້ໄດ້ຕາມແຜນ ແລະ ລື່ນແຜນ.

 

ພ້ອມດຽວກັນນີ້, ຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດເຫັນຍົກໃຫ້ເຫັນດ້ານຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງພາຫານະ ແລະ ຜູ້ໂດຍສານ, ວຽກງານຄຸ້ມຄອງການແຈ້ງພາສີ, ການຈັດລະຫັດສິນຄ້າ, ການກໍານົດມູນຄ່າແຈ້ງ, ການຮັບຮອງການແຈ້ງພາສີເປັນລາຍລະອຽດ, ວຽກງານກວດກາສິນຄ້າ ແລະ ສາງ, ຂັ້ນຕອນການກວດກາສິນຄ້າ, ການບັນທຶກຜົນການກວດປ່ອຍ, ກ່ຽວກັບການແກ້ໄຂພາຫານະນໍາເຂົ້າບໍ່ຖືກຕ້ອງ, ການລົງເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນການລັກລອບໜີພາສີ, ການກວດສອບຄືນການແຈ້ງພາສີ ນໍາອີກດ້ວຍ.

ໃນກອງປະຊຸມດັ່ງກ່າວຍັງໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າພາສີປະຈໍາແຂວງວ່າດ້ວຍການຍົກຍ້າຍ- ສັບຊ້ອນ, ໝູນວຽນບ່ອນປະຈໍາການຂອງພະນັກງານວິຊາການພາຍໃນຫ້ອງການພາສີປະຈໍາແຂວງ; ຜ່ານຍັດຕິກອງປະຊຸມສະ ຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ປະຈໍາປີ 2022, ກໍານົດທິດທາງແຜນການປີ 2023 ຂອງຂະແໜງພາສີທົ່ວປະເທດ ແລະ ຮັບຟັງການໂອ້ລົມຂອງທ່ານ ໄກສອນ ລາດຊະວົງ ຮອງຫົວໜ້າພະແນກການເງິນແຂວງຕື່ມອີກ.

ພາບ/ຂ່າວ:
ວັນທີອອກຂ່າວ:

17-01-2023

ວັນທີເກິດຂ່າວ:
Close Menu
Top