
ໃນໄລຍະມໍ່ໆມານີ້ ທ່ານ ຜູ້ອຳນວຍການໃຫຍ່ຂອງກອງທຶນການເງິນສາກົນ (International Monetary Fund – IMF) ໄດ້ອອກມາປະກາດເຕືອນວ່າ ເສດຖະກິດໂລກ ປີ 2023 ຈະມີທ່າອ່ຽງຕົກຕໍ່າ (ຈຳນວນປະມານ 4 ລ້ານລ້ານ ໂດລາ ສຫລ ຈາກປີກ່ອນ) ກວມເອົາປະມານ 1/3 ຂອງໂລກ. ທ່ານ ນ. ຄຣິດຕາລິນາ ຈີອໍເຈວາ (Kristalina Georgieva) ຜຸ້ອໍານວຍການໃຫຍ່ຂອງ IMFໄດ້ກ່າວວ່າ “ການເຕີບໂຕຂອງໂລກໄດ້ຖືກຄາດຄະເນຈະຕົກຕໍ່າຈາກ 6% ໃນປີ 2021 ເປັນ 3.2% ໃນປີ2022 ແລະ 2.7% ໃນປີ 2023″ ໂດຍໄດ້ໄຈ້ແຍກໃຫ້ເຫັນພາບລະຫວ່າງ ເສດຖະກິດໂລກໃນໄລຍະເກົ່າແມ່ນເສດຖະກິດທີ່ເປັນລັກສະນະສາມາດຄາດຄະເນໄດ້ (Relative Predictability) ແຕ່ເສດຖະກິດໂລກໃນຕໍ່ໜ້າແມ່ນເປັນເສດຖະກິດທີ່ບອບບາງ (Economic Fragility) ໂດຍສະເພາະໃນກຸ່ມປະເທດຍັກໃຫຍ່ ຄື: ສ. ອາເມລິກາ, ສປ.ຈີນ ແລະ ບັນດາກຸ່ມປະເທດພັດທະນາໃນທະວີບເອີຣົບ, ໂດຍຈະມີຄ່າເສດຖະກິດຕົກຕໍ່າກວ່າປີກ່ອນ ແລະ ສົ່ງຜົນໃຫ້ເກີດຄວາມຫຍຸ້ງຍາກໃນທົ່ວໂລກ. ຕົ້ນເຫດຂອງການເກີດບັນຫາດັ່ງກ່າວ IMF ໄດ້ລະບຸໃສ່ວ່າ ເນື່ອງຈາກການປະຕິບັດການພິເສດທາງການທະຫານຂອງ ສ. ລັດເຊຽ ຕໍ່ ປະເທດອູເກຣນ ໃນປີຜ່ານມາ ເຮັດໃຫ້ມີຕັດຂາດຕ່ອງໂສ້ອຸປະທານ, ພະລັງງານ ແລະ ສິ່ງອຸປະໂພກບໍລິໂພກຂາດແຂນ ແລະ ເປັນເຫດຜົນຕົ້ນຕໍຕໍ່ການເກີດບັນຫາສະພາບເງິນເຟີ້ (Inflation) ໃນທົ່ວໂລກ ບວກໃສ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ກ່ອນໜ້ານີ້. ຕໍ່ຜົນກະທົບດັ່ງກ່າວ, ທະນາຄານກາງສະຫະລັດ (The Federal Reserve) ໄດ້ດໍາເນີນນະໂຍບາຍເງິນຕາ (Monetary Policy) ແບບຮັດກຸມ ໂດຍໄດ້ຂຶ້ນອັດຕາດອກເບ້ຽນະໂຍບາຍ (Fed Fund Rate) ເພື່ອຄວບຄຸມອັດຕາເງິນເຟີ້ທີ່ກຳລັງເພີ່ມຂຶ້ນສູງ ແລະ ເປັນອັນຕະລາຍຕໍ່ສະພາບເສດຖະກິດຂອງສະຫະລັດ. ທະນາຄານກາງໄດ້ຂຶ້ນອັດຕາດອກເບ້ຽຫຼາຍຄັ້ງ (ຈາກທີ່ເຄີຍກໍານົດໄວ້ 0% ເພີ່ມຂຶ້ນເຖິງ 4.5% ໃນປັດຈຸບັນ) ສົ່ງຜົນກະທົບຕໍ່ເນື່ອງໃຫ້ມີການໄຫຼເຂົ້າຂອງທຶນມາຫະສານສູ່ສະຫະລັດ ສົ່ງຜົນໃຫ້ເງິນ ດອນລາ ສຫລ ແຂງຄ່າຢ່າງຕໍ່ເນື່ອງ, ໝາຍຄວາມວ່າ ສະກຸນເງິນຕາຕ່າງປະເທດອື່ນໆມີຄ່າອ່ອນລົງ. ປັດໃຈການອ່ອນຄ່າຂອງສະກຸນເງິນຕ່າງປະເທດ ສົ່ງຜົນກະທົບຫຼາຍດ້ານ ໂດຍສະເພາະ ຈະເຮັດໃຫ້ບັນດາປະເທດທີ່ມີໜີ້ສິນຕ່າງປະເທດໜັກໜ່ວງ ຕ້ອງໄດ້ຂົນຂວາຍຊອກຫາເງິນພາຍໃນປະເທດມາແລກຊື້ເງິນສະກຸນໂດລາ ສຫລ ເພື່ອດໍາເນີນການຊໍາລະໜີ້ຕ່າງປະເທດ, ໝາຍຄວາມວ່າ ພາລະໜີ້ສິນຕ່າງປະເທດ ຈາກທີ່ເຄີຍໜັກໜ່ວງ ຈະຍິ່ງໜັກໜ່ວງຂຶ້ນກວ່າເກົ່າ ແລະ ອາດເປັນສະນວນເຮັດໃຫ້ຫຼາຍປະເທດທົ່ວໂລກ ຕົກຢູ່ໃນສະພາບຄວາມບໍ່ສາມາດຊຳລະໜີ້ຕ່າງປະເທດໄດ້ (Default) ໂດຍສະເພາະ ບັນດາປະເທດທີ່ມີໜີ້ສິນຕ່າງປະເທດສະສົມຫຼາຍມາກ່ອນແລ້ວ.

ເຖິງແມ່ນວ່າ ສະກຸນເງິນພາຍໃນປະເທດອ່ອນຄ່າຈະເປັນຜົນດີໃນການກະຕຸ້ນການສົ່ງອອກຂອງປະເທດໃຫ້ເພີ່ມຂຶ້ນ, ແຕ່ບວກໃສ່ ສະພາບເສດຖະກິດຂອງໂລກ (ຫຼາຍໆປະເທດ) ທີ່ກ້າວເຂົ້າສູ່ພາວະຕົກຕໍ່າ (Recession) ຫຼື ບາງນັກເສດຖະສາດແນວຄິດບວກ ເອີ້ນວ່າ ການຕົກຕໍ່າທາງເສດຖະກິດແບບຊ້າ (Slowcession) ເປັນຄຳຊັບໃໝ່ຂຶ້ນມາກໍຕາມ, ຄວາມຕ້ອງການບໍລິໂພກສິນຄ້າຈາກຕ່າງປະເທດ ກໍຄືຂອງໂລກກໍ່ຈະຫຼຸດລົງເຊັ່ນກັນ ເຮັດໃຫ້ສົ່ງຜົນກະທົບໂດຍກົງ ຕໍ່ບັນດາປະເທດທີ່ອິງໃສ່ການເຕີີບໂຕເສດຖະກິດດ້ານການສົ່ງອອກ ກໍຄື ກະທົບຕໍ່ປະເທດທີ່ອີງໃສ່ການທ່ອງທ່ຽວ.
ຕໍ່ບັນຫາດັ່ງກ່າວ IMF ຊີ້ແຈງວ່າ ການເລືອກນະໂຍບາຍເງິນຕາ (Monetary Policy) ທີ່ຜິດພາດ ອາດຈະສົ່ງຜົນໃຫ້ປະເທດໄດ້ຮັບຜົນກະທົບທາງເສດຖະກິດໜັກໜ່ວງຕື່ມ, ການຕັດສິນໃຈຈະສູ້ກັບອັດຕາເງິນເຟີ້ ຫຼື ການຕັດສິນໃຈຈະສືບຕໍ່ກະຕຸ້ນເສດຖະກິດ ແມ່ນສອງທາງເລືອກທີ່ປະເທດຕ່າງໆ ຈະຕ້ອງຟ້າວຕັດສິນໃຈ ບົນພື້ນຖານໂຄງສ້າງທາງດ້ານເສດຖະກິດຂອງຕົນ. ອີງຕາມທິດສະດີທາງດ້ານເສດຖະສາດ, ຖ້າຕ້ອງການຄວບຄຸມອັດຕາເງິນເຟີ້ ແມ່ນຫຼີກລ້ຽງບໍ່ໄດ້ທີ່ຈະປະສົບບັນຫາ ເສດຖະກິດຕົກຕໍ່າ, ແລະ ຖ້າຢາກກະຕຸ້ນເສດຖະກິດໃຫ້ຂະຫຍາຍໂຕ ແມ່ນຫຼີກລ້ຽງບໍ່ໄດ້ທີ່ຈະປະສົບບັນຫາ ອັດຕາເງິນເຟີ້ສູງຂຶ້ນ. ສະນັ້ນ ການເລືອກເສັ້ນທາງຕ້ອງອີງໃສ່ ໂຄງສ້າງດ້ານເສດຖະກິດ (Economic Structure) ເຊັ່ນ: ປະເທດໃດທີ່ມີການເຕີບໂຕເສດຖະກິດ ທີ່ອິງໃສ່ການບໍລິໂພກພາຍໃນ, ການຕັ້ງເປົ້າໝາຍດ້ານນະໂຍບາຍເງິນຕາອາດຈະຕ້ອງເລັ່ງໃສການຄວບຄຸມອັດຕາເງິນເຟີ້ເປັນຫຼັກ ເພື່ອຫຼີກລ້ຽງບັນຫາຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໃນປະເທດ, ປະເທດໃດ ທີ່ມີການດູດຊັບທຶນຮອນຈາກຕ່າງປະເທດ (ທັງການລົງທຶນໂດຍກົງຈາກຕ່າງປະເທດ) ຈະຕ້ອງເອົາໃຈໃສ່ນະໂຍບາຍດ້ານອັດຕາດອກເບ້ຽ, ຄວບຄຸມອັດຕາແລກປ່ຽນໃຫ້ສະຖຽນລະພາບ ແລະ ການສົ່ງເສີມໃຫ້ເສດຖະກິດຂະຫຍາຍໂຕ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນ ໃຫ້ເກີດມີການໄຫຼທຶນຮອນເຂົ້າປະເທດ.

IMF ໄດ້ກ່າວສະຫຼຸບວ່າ ເມື່ອເກີດມີວິກິດການດ້ານເສດຖະກິດ, ວິກິດການດ້ານພະລັງງານ ແລະ ວິກິດການດ້ານອາຫານ ບວກໃສ່ ບັນຫາການຂັດແຍ່ງທາງພາກພື້ນຕ່າງໆ (Geopolitical Conflicts) ແລະ ບັນຫາສະພາບການປ່ຽນແປງຂອງດິນຟ້າອາກາດ (Climate Change) ໄປພ້ອມໆກັບການແຜ່ລະບາດຂອງພະຍາດຕ່າງໆ, ບັນຫາທັງໝົດເຫຼົ່ານີ້ ຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນທັງໂລກ. ເຊິ່ງນີ້ແມ່ນປັດໃຈສຳຄັນ ທີ່ເຮັດໃຫ້ມີການປ່ຽນແປງເສດຖະກິດໂລກທີ່ເມື່ອກ່ອນຍັງເປັນສະພາບທີ່ສາມາດຄາດຄະເນໄດ້ ກາຍມາເປັນເສດຖະກິດໂລກທີ່ມີຄວາມບອບບາງ ແລະຍາກທີ່ຈະແກ້ໄຂໃນໄລຍະຍາວ.
ການຟື້ນຟູ ແລະ ການປ່ຽນແປງ ແມ່ນບັນຫາສຳຄັນທີ່ທຸກໆປະເທດທົ່ວໂລກ ຕ້ອງໄດ້ດຳເນີນການ, ໂດຍການກຳນົດນະໂຍບາຍໄລຍະກາງ ແລະ ຍາວໃຫ້ເໝາະສົມເຊັ່ນ: ການຄຸ້ມຄອງເງິນທຶນສໍາຮອງຂອງແຕ່ລະປະເທດໃຫ້ພຽງພໍ, ການສະສົມຄວາມຮັ່ງມີ, ການຫຼຸດຜ່ອນການສ້າງໜີ້ສິນ, ການສ້າງລາຍໄດ້ຂອງລັດຖະບານໃຫ້ພຽງພໍຕໍ່ການໃຊ້ຈ່າຍ ສາມາດມີເນື້ອທີ່ໃນການດໍາເນີນນະໂຍບາຍການເງິນໄດ້ຫຼາຍຂຶ້ນ (Fiscal Space), ການຕັດສິນໃຈນຳໃຊ້ທຶນຂອງລັດຖະບານໃນໂຄງການທີ່ສຳຄັນ ແລະ ຈຳເປັນເທົ່ານັ້ນ, ພ້ອມໆກັບ ການສ້າງສິ່ງປະດິດຄິດສ້າງໃໝ່ໆ, ການສືບຕໍ່ຕໍ່ສູ້ກັບສະພາບການປ່ຽນແປງດິນຟ້າອາກາດ.

IMF ກວ່າປິດທ້າຍວ່າ “ພວກເຮົາທຸກຄົນໃນໂລກ ຍັງມີແສງສະຫວ່າງໃນການຕໍ່ສູ້ ບັນຫາ ເງິນເຟີ້, ບັນຫາເສດຖະກິດຕົກຕຳ ໄດ້ສຳເລັດ, ແຕ່ ພວກເຮົາຈະຍັງບໍ່ທັນສາມາດຢູ່ລອດໃນໂລກນີ້ໄດ້ ຖ້າພວກເຮົາບໍ່ຊ່ວຍກັນຕໍ່ສູ້ກັບສະພາບການປ່ຽນແປງຂອງດິນຟ້າອາກາດ ກໍຄື ວິກິດການຍິ່ງໃຫຍ່ທີ່ບໍ່ສາມາດຢຸດໄດ້ຂອງສິ່ງແວດລ້ອມ.”
ຜູ້ຂຽນເຫັນວ່າ ການແນະນຳຂອງ IMF ດ້ານນະໂຍບາຍ ເປັນສິ່ງສໍາຄັນທີ່ຜູ້ວາງນະໂຍບາຍຈະຕ້ອງໄດ້ເອົາໃຈໃສ່ ເພື່ອກຳນົດນະໂຍບາຍດ້ານເສດຖະກິດໃຫ້ສາມາດບັນລຸເປົ້າໝາຍຢ່າງຖືກຕ້ອງ, ແຕ່ສິ່ງສໍາຄັນ ຮີບຮ້ອນ ແລະ ຈຳເປັນກວ່າ ການຕໍ່ສູ້ກັບໄພເງິນເຟີ້, ການຟື້ນຟູເສດຖະກິດ, ການສ້າງສັງຄົມທີ່ດີ ແລະ ສິ່ງແວດລ້ອມທີ່ໜ້າຢູ່ ແມ່ນ ການຕໍ່ສູ້ກັບໄພສໍ້ລາດບັງຫຼວງ (ກໍຄື ການສ້າງຄວາມໂປ່ງໃສ ຄວາມເປັນທຳ ແລະ ຄວາມສະເໝີພາບ), ເຊິ່ງປຽບເໝືອນກັບເຊື້ອມະເຮັງຮ້າຍພາຍໃນຮ່າງກາຍທີບໍ່ສາມາດແກ້ໄຂໄດ້ໝົດ ແຕ່ຈະຄ່ອຍໆກັດກິນປະເທດຊາດ ຈົນໃນທີ່ສຸດກໍ່ຈະພັງທະລາຍລົງ. ຜູ້ຂຽນເຊື່ອວ່າ ການກໍານົດນະໂຍບາຍຕໍ່ຕ້ານການສໍ້ລາດບັງຫຼວງຢ່າງຫາວຫັ້ນ ເອົາຈິງເອົາຈັງ ເປັນນະໂຍບາຍທໍາອິດທີ່ສຳຄັນ ຈຳເປັນ ແລະ ຮີບດ່ວນ ທີ່ປະເທດຕ່າງໆຄວນຫ້າວຫັນ ເອົາໃຈໃສ່ ດໍາເນີນການໃຫ້ສໍາເລັດເປັນໄລຍະໆ ຄຽງຄູ່ ຫຼື ກ່ອນທີ່ຈະດໍາເນີນການນະໂຍບາຍອື່ນໆ ຢ່າງຫ້າວຫັນຕໍ່ໄປໄດ້. ຄືກັບຮ່າງກາຍມະນຸດ, ເຖິງວ່າເຮົາຈະມີໜ້າຕາດີ, ຮ່າງກາຍສົມບູນ, ສົມສ່ວນ, ຜິວພັນຜ່ອງໃສ ກໍຕາມ, ຖ້າຍາມໃດທີ່ເຮົາຍັງມີເຊື້ອມະເຮັງດັ່ງກ່າວໃນຮ່າງກາຍ, ສຸດທ້າຍຄົນໆນີ້ກໍ່ຈະມີຈຸດຈົບຢູ່ທີ່ຄວາມຕາຍ.
ພາບ/ຂ່າວ:
ເທີດທູນ ສຸກອາລຸນ
ວັນທີອອກຂ່າວ:
17/01/2023