
ໃນວັນທີ 27 ມັງກອນ 2021 ຜ່ານມາ, ທີ່ໂຮງໝໍມິດຕະພາບ 150 ຕຽງ, ໄດ້ຈັດພິທີການສັກວັກແຊັງ ຫຼື ວັກຊີນກັນໂຄວິດ-19 ໃຫ້ພະນັກງານແພດໝໍ,ບຸກຄົນທີ່ເປັນກຸ່ມສ່ຽງສູງ, ໂດຍໃຫ້ກຽດເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ທ່ານ ຮສຈ.ດຣ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ມີຄະນະອໍານວຍການໂຮງໝໍມິດຕະພາບ, ພ້ອມດ້ວຍພະນັກງານແພດໝໍຜູ້ທີ່ຈະເຂົ້າຮັບການສັກວັກຊີນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຮສຈ.ດຣ ບຸນກອງ ສີຫາວົງ ໃຫ້ຮູ້ວ່າ: ໄດ້ມີການເປີດກວ້າງການສັກວັກຊີນໃຫ້ກັບແພດໝໍທີ່ມີຄວາມສ່ຽງສູງສຸດ, ຜູ້ປະເຊີນໜ້າກັບຄົນເຈັບທີ່ເປັນກໍລະນີສົງໃສ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19 ເຊິ່ງໄດ້ຖືກເປັນກຸ່ມທີ່ພິຈາລະນາທໍາອິດ, ເນື່ອງຈາກວັກຊີນຂອງພວກເຮົາທີ່ໄດ້ຮັບການຊ່ວຍເຫຼືອມາຈາກປະເທດເພື່ອນມິດຄັ້ງນີ້ແມ່ນຍັງຢູ່ໃນຈໍານວນຈໍາກັດ, ວັກຊີນທີ່ໃຊ້ສັກແມ່ນວັກຊີນທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປ ຈີນ ຈໍານວນ 2.000 ໂດສ໌ ຊື່ວັກຊີນ Vero cell ຈາກບໍລິສັດ Sinopharm ໂດຍແມ່ນຄວາມເປັນຫ່ວງເປັນໄຍຂອງສອງພັກສອງລັດທີ່ມີຕໍ່ປະຊາຊົນລາວໃນການຄວບຄຸມການລະບາດຂອງພະຍາດດັ່ງກ່າວ, ວັກຊີນຊະນິດນີ້ໄດ້ມີການຈັດຕັ້ງປະຕິບັດຢູ່ສປ ຈີນ ແລະ ມີຄົນເຂົ້າຮ່ວມສັກຫຼາຍກວ່າ 1 ລ້ານຄົນ.
ສະນັ້ນໃນວັນທີ 24 ພະຈິກຜູ້ຊ່ຽວຊານຂອງໂຮງງານຜະລິດວັກຊິນດັ່ງກ່າວ, ພ້ອມທັງພະນັກງານສະ ຖານທູດຈີນກໍໄດ້ມີການຈັດສໍາມະນາຮ່ວມກັນກັບທີມແພດໝໍຂອງລາວ ເພື່ອແລກປ່ຽນປະສົບການກັນ, ພ້ອມນັ້ນເພື່ອເປັນການຈັດຕັ້ງປະຕິບັດສັກແບບສຸກເສີນໃນກຸ່ມຄົນແພດໝໍ, ພະນັກງານຜູ້ເຮັດວຽກຢູ່ຈຸດຜ່ານແດນ, ພະນັກງານຢູ່ສູນຈໍາກັດບໍລິເວນໄດ້ຈໍານວນ 298 ຄົນ ແລະ ກໍສັກຄົບໄປແລ້ວ 2 ເຂັມຈໍານວນ 173 ຄົນ, ໃຊ້ວັກຊີນໄປທັງໝົດ 423 ໂດສ໌, ຊຶ່ງທັງໝົດແມ່ນບໍ່ມີອາການຜິດປົກກະຕິຫຍັງ.

ໃນປີ 2021 ສປປ ລາວ ຄາດວ່າຄະເນຈະຕ້ອງສັກໃຫ້ໄດ້ປະມານ 1,5 ລ້ານຄົນ, ກວມເອົາ 22% ຂອງປະຊາຊົນ ແລະ ຄາດວ່າເດືອນມີນາວັກຊີນຈະເຂົ້າມາເຖິງລາວ ແລະ ທະຍອຍເຂົ້າມາເລືອຍໆຈົນຮອດປີ 2023 ຈະໃຫ້ກວມໄດ້ 70%.
ທ່ານ ດຣ ພອນປະເສີດ ອຸນາພົມ ໃຫ້ຮູ້ຕື່ມວ່າ: ການສັກວັກຊີນ ປ້ອງກັນພະຍາດໂຄວິດ-19 ໃຫ້ແພດໝໍທີ່ມີຄວາມສ່ຽງປັນ 2 ຈຸດຄື: ໂຮງໝໍມິດຕະພາບ 150 ຕຽງ ແລະ ໂຮງໝໍໄຊເສດຖາທິລາດ. ນອກຈາກນັ້ນ,ມີແພດໝໍຈາກໂຮງໝໍແມ່ ແລະ ເດັກ, ໂຮງໝໍ 103, ໂຮງໝໍມະໂຫສົດ, ສູນສະໜອງຢາ ແລະ ອຸປະກອນການແພດ ແລະ ໂຮງໝໍ 5 ເມສາເຂົ້າຮ່ວມສັກຈຳນວນທັງໝົດ 600 ຄົນ.

ພາບ/ຂ່າວ:
(ຈັນທະລາ)
ວັນທີອອກຂ່າວ:
28-01-2021
ວັນທີເກິດຂ່າວ:
27-01-2021