ຜົນສຳເລັດ! ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 1 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ
ກອງປະຊຸມຄົບຄະນະບໍລິຫານງານພັກເປີດກວ້າງ ຄັ້ງທີ 1 ສະໄໝທີ III ຂອງອົງຄະນະພັກກະຊວງການເງິນ ໄດ້ດຳເນີນລະຫວ່າງວັນທີ 26-27 ມັງກອນ 2021 ແລະ ໄດ້ສຳເລັດໃນຕອນບ່າຍວັນທີ 27 ມັງກອນ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ຮອງລັດຖະມົນຕີກະຊວງການງິນ, ມີຮອງເລຂາຄະນະບໍລິຫານງານພັກກະຊວງ, ຄະນະປະຈຳພັກ, ກຳມະການຄະນະພັກ; ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ຄະນະນຳແຕ່ລະຂັ້ນຂອງກະຊວງເຂົ້າຮ່ວມ. ໃນກອງປະຊຸມດັ່ງກ່າວໄດ້ມີການປຶກສາຫາລືຫຼາຍບັນຫາສຳຄັນທີ່ພົ້ນເດັ່ນ ເພື່ອພັດທະນາການຈັດຕັ້ງປະຕິ ບັດການປະຕິຮູບຂະແໜງການເງິນໃນຕໍ່ໜ້າໃຫ້ມີບາດກ້າວໃໝ່, ພ້ອມກັບປັບປຸງແກ້ໄຂບັນດາວຽກງານຕ່າງໆ…