ມອບ-ຮັບໜ້າທີ່ຫົວໜ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່

ພິທີມອບ-ຮັບໜ້າທີ່ຫົວໜ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນລະຫວ່າງທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າສະຖາບັນພັດທະນາຂໍ້ມູນຂ່າວສານການເງິນ (ຜູ້ເກົ່າ) ແລະ ທ່ານ ປອ ວິໄລທອງ ສຸດທະວີໄລ ຮັກສາການແທນຫົວໜ້າກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ (ຜູ້ໃໝ່) ຊຶ່ງໄດ້ຈັດຂຶ້ນໃນວັນທີ 31 ທັນວາ 2021 ທີ່ກົມສ່ວຍສາອາກອນ ກະຊວງການເງິນ, ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ມີພະນັກງານຫຼັກແຫຼ່ງຈາກກົມກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ…

Continue Reading

ສະຫຼຸບການເຄື່ອນໄຫວວຽກງານ ຂອງກະຊວງການເງິນ ປະຈໍາປີ 2021

                  ໃນວັນທີ 31 ທັນວາ 2021 ກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2021 ໂດຍການເປັນປະທານຂອງ ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີຮອງລັດຖະມົນຕີກະຊວງການເງິນ, ບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ຄະນະພະແນກ, ພະນັກງານນໍາພາຫຼັກແຫຼ່ງອ້ອມຂ້າງກະຊວງການເງິນເຂົ້າຮ່ວມ.      …

Continue Reading

ແຈ້ງການເຖິງ: ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ມີການເຄື່ອນໄຫວໃນ ສປປ ລາວ, ການຈັດຕັ້ງປະຕິບັດນະໂຍບາຍ ແລະ ກົນໄກໃໝ່ ຕາມກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍກ່ຽວກັບສ່ວຍສາອາກອນ ເລກທີ 01/ສພຊ, ລົງວັນທີ 7 ສິງຫາ 2021

ພາບ/ຂ່າວ: ວັນທີອອກຂ່າວ: 31/12/2021 ວັນທີເກິດຂ່າວ: 31/12/2021

Continue Reading

ສະຫຼຸບວຽກງານຄຸ້ມຄອງການປ່ຽນແປງແຜນກຳນົດພະນັກງານຳພາ-ຄຸ້ມຄອງປີ 2021 ແລະ 06 ເດືອນຕົ້ນປີ 2022 (ຜ່ານລະບົບທາງໄກ)

       ໃນວັນທີ 29 ທັນວາ 2021 ກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ ໄດ້ຈັດກອງປະຊຸມສະຫຼຸບວຽກງານຄຸ້ມຄອງ ການປ່ຽນແປງແຜນກຳນົດພະນັກງານນຳພາ-ຄຸ້ມຄອງປີ 2021 ແລະ 06 ເດືອນຕົ້ນປີ 2022 (ຜ່ານລະບົບທາງໄກ) ໂດຍການເປັນປະທານ ຂອງ ທ່ານ ອຸໄທ ອິນທິລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ, ມີຕາງໜ້າ ທີ່ປືກສາພາຍໃນວຽກງານຄຸ້ມຄອງການປ່ຽນແປງ ຕາງໜ້າກົມງົບປະມານ, ກົມເຕັກໂນໂລຊີ…

Continue Reading

ສະຫຼຸບຜົນການຄຸ້ມຄອງການເກັບພັນທະຈາກທຸລະກິດນໍ້າມັນເຊື້ອໄຟ ແລະ ກໍານົດທິດທາງການຄຸ້ມຄອງ ປີ 2022

       ໃນວັນທີ 29 ທັນວາ 2021  ໄດ້ຈັດກອງປະຊຸມສະຫຼຸບຜົນການຄຸ້ມຄອງການເກັບພັນທະຈາກທຸລະກິດນໍ້າມັນເຊື້ອໄຟ ແລະ ກໍານົດທິດທາງໃນການຄຸ້ມຄອງ ປີ 2022 ຂຶ້ນ ໂດຍການເປັນປະທານຂອງ ທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີ ກະຊວງການເງິນ, ມີຫົວໜ້າກົມ, ຮອງຫົວໜ້າກົມ, ຜູ້ຕາງໜ້າກົມທີ່ກ່ຽວຂ້ອງຂອງອົງການກວດກາແຫ່ງລັດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງການເງິນ, ກະຊວງອຸດສາຫະກຳ ແລະ ການຄ້າ, ທະນາຄານ ແຫ່ງ…

Continue Reading

ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ

ຫວ່າງບໍ່ດົນມານີ້, ທີ່ວິທະຍາການເງິນພາກໃຕ້, ຫົວໜ້າພະແນກການເງິນ ແຂວງຈໍາປາສັກ ພ້ອມດ້ວຍຄະນະນໍາຂະແໜງສາຍຕັ້ງ ແລະ ຄະນະອຳນວຍການວິທະຍາໄລການເງິນພາກໃຕ້ ໄດ້ຕ້ອນຮັບການມາຢ້ຽມຢາມ ຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໃນໂອກາດທີ່ມາເຄື່ອນໄຫວເຮັດວຽກຢູ່ແຂວງຈຳປາສັກ. ໂອກາດດັ່ງກ່າວ, ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນການເງິນ ແຂວງຈໍາປາສັກ ໄດ້ລາຍງານໃຫ້ຮູ້ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 12 ເດືອນ (ບໍ່ຂາດຕົວ), ຄາດຄະເນໝົດປີ 2021 ແລະ ແຜນການປີ 2022, ຊິ່ງການຈັດຕັ້ງປະຕິບັດແຜນງົບປະມານ…

Continue Reading

ຜະລິດຕະພັນປະກັນໄພ ອາລິອັນສ໌ ສາມາດຊື້ຜ່ານທະນາຄານ ເອຊີລີດາ

ໃນວັນທີ 28 ທັນວາ 2021 ນີ້, ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈໍາກັດ ແລະ ທະນາຄານ ເອຊີລີດາ ລາວ ຈໍາກັດ, ໄດ້ມີພິທີເຊັນສັນຍາຄວາມຮ່ວມມືເພື່ອຂາຍຜະລິດຕະພັນປະກັນໄພຂອງບໍລິສັດ ອາລິອັນສ໌ ຜ່ານທະນາຄານ ເອຊີລີດາ ລາວ ຈໍາກັດ ທຸກສາຂາທົ່ວປະເທດ. ໂດຍຕາງໜ້າເຊັນສັນຍາຂອງທ່ານ ກີ ອາໂປວີ ຜູ້ອຳນວຍການໃຫຍ່ບໍລິສັດ ອາລິອັນສ໌ ປະກັນໄພລາວ ຈຳກັດກັບທ່ານ Raksmey NGUON…

Continue Reading

ປະກາດແຕ່ງຕັ້ງຫົວໜ້າກົມສ່ວຍສາອາກອນ, ກົມການເງິນຕ່າງປະເທດ, ກົມຄຸ້ມຄອງໜີ້ສິນສາທາລະນະ

          ໃນວັນທີ 28 ທັນວາ 2021, ໄດ້ມີພິທີປະກາດການຈັດຕັ້ງຂັ້ນຫົວໜ້າກົມ, ຮອງຫົວໜ້າກົມ ຈໍານວນໜຶ່ງ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວໜ້າກົມ, ມີພະນັກງານຫຼັກແຫຼ່ງ ຈາກກົມກ່ຽວຂ້ອງເຂົ້າຮ່ວມ.           ໂອກາດດັ່ງກ່າວ, ທ່ານ ກົງຄໍາ ສິດທິວໍລະດາ ຫົວໜ້າກົມຈັດຕັ້ງ…

Continue Reading

ຄັງເງິນປະຈໍາແຂວງເຊກອງ ປະຕິບັດວຽກວິຊາສະເພາະຕິດພັນກັບວາລະແຫ່ງຊາດ

ຄັງເງິນ ປະຈໍາແຂວງເຊກອງ, ມີສາຍຕັ້ງຂຶ້ນກັບກະຊວງການເງິນ, ສາຍຂວາງຂຶ້ນກັບອໍານາດການປົກຄອງທ້ອງຖິ່ນ, ເຮັດໜ້າທີ່ຈັດຕັ້ງຜັນຂະຫຍາຍ, ໂຄສະນາ, ເຜີຍແຜ່ກົດໝາຍ, ນິຕິກໍລຸ່ມກົດໝາຍກ່ຽວກັບວຽກງານຄັງເງິນ, ເປັນບ່ອນລວມສູນທາງດ້ານງົບປະມານທັງລາຍຮັບ-ລາຍຈ່າຍງົບປະມານ ແລະ ເຮັດໜ້າທີ່ຄຸ້ມຄອງຕິດຕາມ ແລະ ກວດກາສັງລວມບັນຊີທັງບັນຊີເງິນຝາກຂອງຫົວໜ່ວຍງົບປະມານ. ທ່ານ ກໍລະກັນ ສົມບູນທິບ ຫົວໜ້າຄັງເງິນ ປະຈໍາແຂວງເຊກອງ ໃຫ້ສໍາພາດກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຄັງເງິນປະຈໍາເເຂວງເຊກອງ, ໂດຍລວມການຈັດຕັ້ງປະຕິບັດວຽກງານຄັງເງິນປະຈໍາເເຂວງໄດ້ອີງໃສ່ລະບຽບ, ກົດໝາຍ, ນິຕິກໍາເປັນບ່ອນອີງໃນການຈັດຕັ້ງປະຕິບັດໂດຍສະເພາະແມ່ນປະຕິບັດຕາມຂໍ້ຕົກລົງຂອງກະຊວງການເງິນ ວ່າດ້ວຍການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວຂອງຄັງເງິນແຫ່ງຊາດ ຕາມພາລະບົດບາດ,ໜ້າທີ່, ຂອບເຂດສິດເປັນປົກກະຕິ ແລະ ຕໍ່ເນື່ອງໂດຍພື້ນຖານ. ຄຽງຄູ່ກັນນີ້,…

Continue Reading
Close Menu
Top