
ໃນວັນທີ 5 ພະຈິກ 2018, ທີ່ກະຊວງການເງິນ, ກົມສ່ວຍສາອາກອນ ກະຊວງການເງິນ, ໄດ້ເປິດພິທີຊຸດຝຶກອົບຮົມການນໍາໃຊ້ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ(TAXRIS) ໃຫ້ຜູ້ເສຍອາກອນທີ່ຂຶ້ນກັບກົມ
ສ່ວຍສາອາກອນ ແລະ ນະຄອນຫຼວງວຽງຈັນຄຸ້ມຄອງປະມານ 400 ຫົວໜ່ວຍທີ່ເປັນຫົວໜ່ວຍວິສາຫະກິດຂະໜາດໃຫຍ່ ແລະ ມີການແຈ້ງມອບອາກອນຢ່າງເປັນປົກກະຕິ.
ໂດຍການເປັນປະທານຂອງທ່ານ ປອ ພູທະນູເພັດ ໄຊສົມບັດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ, ມີທ່ານ ກົງຄຳ ສິດທິວໍລະດາ ຮອງຫົວໜ້າກົມສ່ວຍສາອາກອນ, ມີພະນັກງານ-ລັດຖະກອນອ້ອມຂ້າງກົມສ່ວຍສາອາກອນ, ພ້ອມດ້ວຍຜູ້ປະກອບການ, ຫົວໜ່ວຍທຸລະກິດທີ່ຖືກເຊີນເຂົ້າຮ່ວມ.
ລະບົບ TAXRIS ເປັນການລົງທຶນຂອງລັດຖະບານເພື່ອຫັນວຽກງານຄຸ້ມຄອງລາຍຮັບສ່ວຍສາອາກອນເປັນທັນສະໄໝຕາມແຜນຍຸດທະສາດ ເພື່ອອຳນວຍຄວາມສະດວກໃນການແຈ້ງມອບອາກອນຈາກຜູ້ເສຍອາກອນໃຫ້ນັບມື້ນັບດີຂຶ້ນ ແລະ ທຽບເທົ່າກັບສາກົນ, ຮັບປະກັນໃຫ້ທຸກເມັດເງິນ ອາກອນຈາກຜູ້ເສຍອາກອນເຂົ້າງົບປະມານແຫ່ງລັດຢ່າງ ລວມສູນ, ມີຄວາມຖືກຕ້ອງໂປງໃສ່, ສາມາດກວດສອບໄດ້, ຊຶ່ງລະບົບ TAXRIS ດັ່ງກ່າວໄດ້ແບ່ງເປັນ 2 ລະບົບຄື: 1; ແມ່ນລະບົບພາຍນອກສໍາລັບຜູ້ເສຍອາກອນຕ່າງໆ (ຄ້າຍຄືລະບົບE-TAX), 2; ແມ່ນລະບົບພາຍໃນສໍາລັບລັດຖະການສ່ວຍສາອາກອນ (ຄ້າຍຄືກັບລະບົບ TMIS ແລະ LAOTIS) ຊຶ່ງໄດ້ແບ່ງເປັນຫຼາຍອົງປະກອບສໍາຄັນທີ່ສຸດແມ່ນອົງປະກອບການບໍລິການແບບເອເລັກໂຕນິກ E-SERVICE ຊຶ່ງສາມາດໃຫ້ຜູ້ເສຍອາກອນສາມາດແຈ້ງເສຍອາກອນຕ່າງໆໄດ້.
ສຳລັບການຝຶກອົບຮົມໃນຄັ້ງນີ້, ເພື່ອໃຫ້ບັນດາຜູ້ປະກອບການ, ຫົວໜ່ວຍທຸລະກິດຂະໜາດໃຫຍ່ທີ່ຂຶ້ນກັບກົມສ່ວຍສາອາກອນ, ນະຄອນຫຼວງວຽງຈັນຄຸ້ມຄອງ, ມີຄວາມເຂົ້າໃຈ ແລະ ສາມາດນຳໃຊ້ລະບົບດັ່ງກ່າວໃນການແຈ້ງມອບອາກອນປະເພດຕ່າງໆຜ່ານເວບໄຊສ໌ (http://taxservice.mof.gov.la) ໄດ້ຢ່າງກວ້າງຂວາງ, ເປັນຕົ້ນອາກອນມູນຄ່າເພີ່ມ (ອມພ), ອາກອນກຳໄລ, ອາກອນເງິນເດືອນຈາກຄ່າແຮງງານ, ອາກອນຫັກໄວ້ເວລາຈ່າຍ, ການສະໝັກນຳໃຊ້ເວບໄຊສ໌, ນິຕິກຳຂະແໜງສ່ວຍສາອາກອນ, ລາຍງານຄຳແນະນຳວຽກງານສ່ວຍສາອາກອນ, ຂໍເລກປະຈຳຕົວຜູ້ເສຍອາກອນ, ການຄິດໄລ່, ການອອກໃບສັ່ງມອບອາກອນ ແລະ ຊຳລະອາກອນປະເພດຕ່າງໆ, ພ້ອມດຽວກັນນີ້, ພາກລັດຍັງສາມາດແຈ້ງມອບຄ່າທຳນຽມ ແລະ ຄ່າບໍລິການຜ່ານເວບໄຊສ໌ໄດ້.
ໃນການຝຶກອົບຮົມໃນຄັ້ງນີ້, ໄດ້ຈັດເປັນເວລາ 2 ວັນ (ວັນທີ 5-6 ພະຈິກ 2018) ແລະ ໄດ້ແບ່ງອອກເປັນ 4 ຊຸດຄື: ຊຸດທີ 1 ສໍາລັບພາກລັດ ແລະ 3 ຊຸດສໍາລັບພາກທຸລະກິດ.
ວັນທີອອກຂ່າວ:
30/11/2018
ວັນທີເກິດຂ່າວ:
05/11/2018