ຊາວຫນຸ່ມກົມການເງິນຕ່າງປະເທດ ຈັດກອງປະຊຸມຫນ່ວຍ
ໃນວັນທີ 29 ມີຖຸນາ 2010 ຊາວໜຸ່ມກົມການເງິນຕ່າງປະເທດ ຂອງກະຊວງ ການເງິນ ໄດ້ຈັດກອງປະຊຸມຊາວໜຸ່ມຂຶ້ນທີ່ກະຊວງການເງິນໂດຍການເຂົ້າຮ່ວມ ຂອງ ສະຫາຍ ດຣ. ບຸນເຫລືອ ສິນໄຊວໍລະວົງ ຄະນະພັກກົມ, ຮອງກົມການເງິນຕ່າງ ປະເທດ ກະຊວງການເງິນ, ສະຫາຍ ນາງ ບຸນໄທ ເລືອງວິໄລ ເລຂາຄະນະບໍລິຫານ ງານຊາວຫນຸ່ມກະຊວງການເງິນ ພ້ອມດ້ວຍສະມາຊິກເຂົ້າຮ່ວມ.
ປັດຈຸບັນ ໜ່ວຍຊາວໜຸ່ມກົມການເງິນຕ່າງປະເທດ ມີສະມາຊິກທັງຫມົດ 23 ສະຫາຍ ຍິງ 7 ສະຫາຍ, ສະມາຊິກຊາວຫນຸ່ມທີ່ເປັນສະມາຊິກພັກສົມບູນທັງຫມົດ 8 ສະຫາຍ ແລະ ສະມາຊິກສຳຮອງ 1 ສະຫາຍ.
ກອງປະຊຸມໄດ້ມີການຕີລາຄາການຈັດຕັ້ງປະຕິບັດມະຕິ ຂອງກອງປະຊຸມ ໃຫຍ່ຂອງຫນ່ວຍໃນຜ່ານມາ ແລະ ໄດ້ວາງທິດທາງແຜນການປີ 2011-2015 ເຊິ່ງ ການເຄື່ອນໄຫວຜ່ານມາແມ່ນໄດ້ເອົາໃຈໃສ່ສຶກສາແນວຄິດການເມືອງຂອງພະນັກ ງານສະມາຊິກ ການປະຕິບັດວຽກງານວິຊາສະເພາະ ໂດຍສະເພາະເຄື່ອນໄຫວກິດ ຈະກຳຕ່າງໆປັບປຸງວິທີການປະຕິບັດວຽກງານຕາມພາລະໜ້າທີ່ຂອງຕົນໄດ້ດີສົມ ຄວນ. ສ່ວນແຜນການໃນຕໍ່ໜ້ານັ້ນ ທາງໜ່ວຍຊາວໜຸ່ມ ຈະສືບຕໍຊີ້ນຳໆພາວຽກ ງານການເມືອງແນວຄິດ ສຶກສາອົບຮົມໃຫ້ຊາວຫນຸ່ມຂອງກົມການເງິນຕ່າງປະເທດ ໃຫ້ມີທັດສະນະຫລັກຫມັ້ນ, ກຳແຫນ້ນແນວທາງນະໂຍບາຍຂອງພັກ, ລະບຽບກົດ
ຫມາຍຂອງລັດ ແລະກໍຄືຂອງສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວວາງອອກ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຢ່າງຮອບດ້ານ ແລະ ເອົາໃຈໃສ່ເສີມຂະຫຍາຍ ບົດບາດຂອງສະມາຊິກຊາວຫນຸ່ມ ບົນພື້ນຖານການປະຕິບັດຕາມຄຳຂວັນຊາວຫນຸ່ມ 2 ສາມັກຄີ, 3 ດີ, 4 ພັດທະນາ ໃຫ້ປະກົດຜົນເປັນຈິງ.
ໃນວາລະກອງປະຊຸມໃຫຍ່ຂອງໜ່ວຍຊາວໜຸ່ມກົມການເງິນຕ່າງປະເທດ ກະ ຊວງການເງິນໃນຄັ້ງນີ້ ຍັງໄດ້ມີການປ່ອນບັດຄັດເລືອກເອົາຄະນະໜ່ວຍຊຸດໃໝ່ ຊຶ່ງ ປະກອບດ້ວຍ : ສະຫາຍ ນິລັນດອນ ໄຊຍະເພັດ ເປັນເລຂາໜ່ວຍ, ສະຫາຍອັງຄານ ສະດາ ມ່ວງຄຳ ເປັນຮອງເລຂາ ແລະ ສະຫາຍ ວຽງທາ ຈິດດາລາ ເປັນກຳມະການຜູ້ ກວດກາຂອງຫນ່ວຍ.