ກະຊວງການເງິນ ພ້ອມຈະແກ້ໄຂການຮົ່ວໄຫລຂອງລາຍຮັບ
ບັນຫາການຮົ່ວໄຫລໃນການເກັບລາຍຮັບ ຍັງມີເປັນຈໍາ ນວນຫລາຍ ນີ້ ຄືໃນຄໍາຖາມສໍາຄັນ ຂອງບັນດາ ທ່ານສະມາຊິກສະພາ ແຫ່ງຊາດ (ສສຊ) ຊັກຖາມຕໍ່ກັບຄະນະລັດຖະບານ ໃນກອງປະ ຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VI ຊຶ່ງ ທ່ານ ສົມດີ ດວງດີ ລັດຖະມົນຕີ ວ່າການ ກະຊວງການເງິນກໍໄດ້ໃຫ້ ຄວາມກະຈ່າງແຈ້ງວ່າ: “ພວກເຮົາຮັບວ່າຍັງມີການຮົ່ວໄຫລໃນ ການເກັບລາຍຮັບໃນຫລາຍຂົງເຂດ ແລະ ຫລາຍຂອດ ເຊັ່ນ : ໃນຂອດເກັບບໍ່ໝົດ, ເກັບແລ້ວບໍ່ ມອບເຂົ້າງົບປະມານ ໂດຍສະເພາະກໍຄື ລາຍຮັບວິຊາການ ແລະ ລາຍຮັບຊັບພະຍາກອນຈຳນວນ ໜຶ່ງ ທີ່ອົງການກວດສອບແຫ່ງລັດໄດ້ກວດເຫັນ ແລະ ຂອດອື່ນໆ ຊຶ່ງສາເຫດຕົ້ນ ຕໍທີ່ພາໃຫ້ລາຍຮັບ ຮົ່ວໄຫລ ເນື່ອງມາຈາກຄວາມບໍ່ຊື່ສັດ ບໍລິສຸດ ແລະ ຄວາມບໍ່ໂປ່ງໃສຂອງພະນັກງານການເງິນ ຂັ້ນຕ່າງໆ, ສະຕິເຄົາລົບລະບຽບກົດໝາຍ ແລະ ສະຕິຕໍ່ວິໄນການເງິນຂອງພະນັກງານເຮົາຍັງຕ່ຳ, ການລັກລອບ ແລະ ເຊື່ອງອຳການເສຍພັນທະໃຫ້ລັດຂອງຜູ້ປະກອບການ ແລະ ເປົ້າໝາຍ ທີ່ຕ້ອງເສຍພັນທະ”.
ທ່ານ ສົມດີ ດວງດີ ເວົ້າອີກວ່າ: “ສາເຫດໃນຕົວກໍແມ່ນຍັງມີຊ່ອງຫວ່າງທາງດ້ານນິຕິກຳ ຕ່າງໆ, ເຄື່ອງ ມື, ກົນໄກການຄຸ້ມຄອງ ແລະ ການກວດກາການເກັບລາຍຮັບບໍ່ຮັດກຸມ ໂດຍຂົງເຂດ ທີ່ພາໃຫ້ມີການຮົ່ວໄຫລເວົ້າລວມມີທັງເບື້ອງລາຍຮັບ ແລະ ເບື້ອງລາຍຈ່າຍ ຊຶ່ງເບື້ອງລາຍຮັບແມ່ນ ຂົງເຂດທີ່ຄຸ້ມຄອງການເກັບລາຍ ຮັບເຊັ່ນ: ພາສີ , ສ່ວຍສາອາກອນ, ຊັບສິນຂອງລັດ, ຄຸ້ມຄອງການ ເງິນລັດວິສາຫະກິດ, ສຳລັບ ເບື້ອງລາຍຈ່າຍແມ່ນຂົງເຂດການລົງທຶນຂອງລັດ, ລາຍຈ່າຍບໍລິຫານຊື້ ໃໝ່ ແລະ ດັດສົມສົ່ງເສີມ. ດັ່ງນັ້ນ, ມາດຕະການແກ້ໄຂກໍແມ່ນເລັ່ງໃສ່ ສຶກສາອົບຮົມພະນັກງານ ການເງິນທຸກຂັ້ນໃຫ້ມີຄວາມສັດຊື່ບໍລິສຸດ, ຕື່ນຕົວປະຕິບັດລະບຽບກົດໝາຍ ຢ່າງເຄັ່ງຄັດ, ພ້ອມ ທັງສ້າງສະຕິເຄົາລົບລະບຽບກົດໝາຍ ແລະ ປະຕິບັດວິໄນການເງິນໃຫ້ພະນັກງານທຸກຂັ້ນ, ທຸກຂະ ແໜງການ ແລະ ແລະ ທ້ອງຖິ່ນ ໄປພ້ອມໆກັນກັບອອກແຮງໂຄສະນາເຜີຍແຜ່ລະບຽບກົດໝາຍ ໃຫ້ຜູ້ປະກອບການ, ຜູ້ເສຍພັນທະຮັບຮູ້ເຂົ້າໃຈ ແລະ ເຂົ້າຮ່ວມໃນການເສຍພັນທະໃຫ້ລັດຢ່າງຄົບ ຖ້ວນ ແລະ ຖືກຕ້ອງຕາມລະບຽບກົດໝາຍ, ສ້າງນິຕິກຳໃຫ້ຄົບຖ້ວນ ແລະ ສອດຄ່ອງກັບສະ ພາບຄວາມເປັນຈິງແຕ່ລະໄລຍະ, ປະກອບເຄື່ອງມືທັນສະໄໝໃຫ້ວຽກງານເກັບລາຍຮັບ ແລະ ປັບປຸງກົນໄກການຄຸ້ມຄອງການເກັບລາຍຮັບໃຫ້ເຂັ້ມງວດ, ກະທັດຮັດ ແລະ ສອດຄ່ອງກັບສະ ພາບຕົວຈິງ ພ້ອມທັງເພີ່ມທະວີການຄຸ້ມຄອງພະນັກງານການເງິນແຕ່ລະຂັ້ນ ຢ່າງຮັດກຸມ ແລະ ປັບປຸງວຽກງານກວດກາພາຍໃນພະນັກງານການເງິນຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນໃຫ້ ປະຕິບັດລະບຽບກົດໝາຍຢ່າງເຄັ່ງຄັດ ແລະ ເຂັ້ມງວດໃຫ້ຫລາຍຂຶ້ນ ”.
ຕໍ່ກັບການການຄຸ້ມຄອງລາຍຈ່າຍງົບປະມານຕາມລະບຽບກົດ ໝາຍ ໂດຍສະເພາະການ ປະຕິບັດກົດໝາຍວ່າດ້ວຍການບັນຊີ ບໍ່ທັນໄດ້ດີນັ້ນ; ທ່ານລັດຖະມົນຕີວ່າການກະຊວງການເງິນ ກໍໄດ້ໃຫ້ເຫດຜົນວ່າ:
“ເລີ່ມແຕ່ ມີການແຍກລະບົບຄັງເງິນອອກຈາກທະນາຄານຕັ້ງແຕ່ປີ 1993 ເປັນຕົ້ນມາ, ໂດຍ ລວມແລ້ວສາມາດເວົ້າໄດ້ວ່າ ພວກເຮົາຍັງບໍ່ສາມາດດຸນດ່ຽງລະບົບບັນຊີ ຂອງຄັງເງິນແຫ່ງຊາດ ໃນຂອບເຂດທົ່ວປະເທດໄດ້ເທື່ອ, ເນື່ອງຈາກການຕິດຕາມບັນທຶກບັນຊີ, ຄວາມຮັບຜິດຊອບລະ ຫວ່າງຜູ້ສັ່ງການ ແລະ ນາຍບັນຊີບໍ່ທັນຈະແຈ້ງ ແລະ ຊັດເຈນ, ຫລາຍຂະແໜງການທັງສູນກາງ ແລະ ທ້ອງຖິ່ນ ຍັງສາມາດກົດດັນໃຫ້ນາຍບັນຊີຈ່າຍລ່ວງໜ້າໄດ້ໃນຫລາຍກໍລະນີ, ເຮັດໃຫ້ໜີ້ ຕ້ອງຮັບຂອງຄັງສະສົມ ບໍ່ມີການສະໜອງບັນຊີ, ເກີດມີໜີ້ສິນຄຸມເຄືອ ແລະ ອີກບັນຫາໜຶ່ງກໍແມ່ນ ຍ້ອນຄວາມຮັບຜິດຊອບ ຂອງນາຍບັນຊີບໍ່ໄດ້ຕິດຕາມບັນທຶກ ແລະ ສະສາງບັນຊີ ດັ່ງກ່າວໃຫ້ທັນ ຕາມກຳນົດເວລາ, ເຮັດໃຫ້ໃບດຸນດ່ຽງຂອງຄັງເງິນແຫ່ງຊາດ ບໍ່ສາມາດດຸນໄດ້ (ຍອດເຫລືອເບື້ອງໜີ້ ແລະ ເບື້ອງມີບໍ່ເທົ່າກັນ)”. ສ່ວນວິທີການແກ້ໄຂບັນຫານີ້, ທ່ານ ສົມດີ ດວງດີ ກໍ່ໃຫ້ຮູ້ວ່າເບື້ອງກະ ຊວງການເງິນຈະແຕ່ງຕັ້ງຄະນະວິຊາການທີ່ກ່ຽວຂ້ອງຂຶ້ນ ເພື່ອດັດແກ້ໃບດຸນດ່ຽງບັນຊີ ເບື້ອງ ໜີ້-ເບື້ອງມີ ໃນລະບົບຄັງເງິນ ໂດຍສະເພາະແມ່ນເລັ່ງໃສ່ຄັງເງິນແຫ່ງຊາດປະຈຳທ້ອງຖິ່ນ ໂດຍຈະໄດ້ ດຳເນີນເປັນແຕ່ລະໄລຍະດ້ວຍວິທີການແຍກບັນຊີທີ່ມີຫລັກຖານ ແລະ ບັນຊີທີ່ບໍ່ມີຫລັກຖານຢັ້ງຢືນ ອ້າງອີງ ເພື່ອກະກຽມຍົກຍອດບັນຊີໄປເຄື່ອນໄຫວໃນປີຕໍ່ໄປ, ໃນປະຈຸບັນຢູ່ໃນຄັງເງິນແຫ່ງຊາດ ຂັ້ນທ້ອງຖິ່ນ ຍັງບໍ່ທັນສາມາດຍົກຍອດບັນຊີໄດ້ເທື່ອ ຈຶ່ງເຮັດບັນຊີລ່ວງໜ້າ ແລະ ຜິດດ່ຽງ ລະ ຫວ່າງໜີ້ກັບມີເປັນຈຳນວນຫລາຍ ຕົວຢ່າງບາງອັນທີ່ ອົງການກວດສອບແຫ່ງລັດໄດ້ເຫັນຕົວເລກ ຜິດດ່ຽງ. ສ່ວນບັນຊີບໍ່ມີຫລັກຖານ ຢັ້ງຢືນອ້າງອີງຈະສືບຕໍ່ແກ້ໄຂຕາມລະບຽບກົດໝາຍ ທີ່ໄດ້ກຳນົດ. ຂະນະດຽວກັນກະຊວງການເງິນ ຈະໄດ້ເພີ່ມທະວີກໍ່ສ້າງ ແລະຍົກລະດັບຄວາມຮູ້ ຄວາມສາມດຂອງພະນັກງານບັນຊີໃຫ້ເປັນລະບົບຄົບຊຸດ, ເອົາໃຈໃສ່ການກວດກາ-ກວດກາພະນັກ ງານທີ່ເຮັດວຽກບັນຊີໃຫ້ຮັກສາວິໄນ ແລະ ຈັນຍາບັນວິຊາຊີບຂອງຕົນຢ່າງເຄັ່ງຄັດ . ໃນປະຈຸ ບັນ, ກະຊວງການເງິນກຳລັງກະກຽມແຜນງານຫັນວຽກງານການເງິນແຫ່ງຊາດໄປສູ່ຄວາມທັນສະໄຫມ (2010-2015 ) ໂດຍເລີ່ມຈາກການສັງລວມເອົາທຸກໆບັນຊີເງິນຝາກຂອງບັນດາຫົວໜ່ວຍ ງົບປະມານ, ຫົວໜ່ວຍບໍລິຫານວິຊາການ ແລະ ກອງທຶນລັດທີ່ເປີດໄວ້ຢູ່ລະບົບທະນາຄານທັງຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າມາຢູ່ໃນການຄຸ້ມຄອງ ຂອງຄັງເງິນແຫ່ງຊາດ ເພື່ອເປັນພື້ນຖານໃຫ້ແກ່ການລວມສູນບັນຊີຄັງເງິນແຫ່ງຊາດ ຫລື ບັນຊີດຽວທີ່ບໍ່ຜ່ານທະນາຄານ. ຄຽງຄູ່ກັນນັ້ນ ກໍເຊື່ອມຕໍ່ລະບົບເຄືອຂ່າຍໃນການລົງທຶນ ບັນຊີລາຍຮັບ-ລາຍຈ່າຍງົບປະມານໃຫ້ຈອດກັນລະຫວ່າງຂະແໜງການເກັບລາຍຮັບ, ຂະແໜງການລາຍຈ່າຍຄັງເງິນແຫ່ງຊາດ ແລະ ທະນາຄານ ໂດຍຜ່ານສູນຊຳລະສະສາງ ຢູ່ທະນາຄານ ຊຶ່ງປະຈຸບັນແຜນງານດັ່ງກ່າວໄດ້ ເລີ່ມປະຕິບັດມາແດແລ້ວ ./.