ບໍລິສັດປະກັນໄພແຫ່ງປະເທດລາວ ຈ່າຍສິນທົດແທນປະກັນ ຊີວິດໃຫ້ລູກຄ້າ
ໃນຕອນບ່າຍຂອງວັນທີ 27 ມິຖຸນາ 2010, ບໍລິສັດປະກັນໄພແຫ່ງປະເທດລາວ (ບປລ) ໄດ້ໄປມອບສິນທົດແທນປະກັນຊີວິດແບບສົມບູນ ໃຫ້ແກ່ຄອບຄົວຂອງທ່ານ ສຸລິດ ວົງສາລີ ພະນັກງານຂອງບໍລິສັດເດືອນສະຫວັນ ທີ່ໄດ້ເສຍຊີວິດຢ່າງກະທັນ ຫັນດ້ວຍພະຍາດຂອງຜູ້ກ່ຽວເອງ ໃນວັນສຸກທີ 25 ມິຖຸນາ 2010 ທີ່ບ້ານຫາດຊາຍ ຂາວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ.
ການມອບສິນທົດແທນໃນຄັ້ງນີ້ ແມ່ນໄດ້ຈັດຂຶ້ນທີ່ງານຊາປະນະກິດສົບຂອງ ທ່ານ ສຸລິດ ວົງສາລີ ເຊິ່ງໃນພິທີດັ່ງກ່າວມີທ່ານ ຫໍລະດີ ວໍລະຣາດ ຮອງຜູ້ອຳນວຍ ການ ບປລ ແລະ ພະນັກງານເຂົ້າມອບສິນທົດແທນໃຫ້ແກ່ຄອບຄົວຂອງຜູ້ເສຍຊີວິດ ໂດຍການເປັນສັກຂີພິຍານຂອງພະນັກງານ ບໍລິສັດ ເດືອນສະຫວັນ ຈຳກັດ.
ສິນທົດແທນດັ່ງກ່າວປະກອບມີ ເງິນທົດແທນຄືນຄ່າປິ່ນປົວຈຳນວນ 6,894 ລ້ານກວ່າກີບ ແລະ ເງິນທົດແທນຄືນຄ່າເສຍຊີວິດ 25 ລ້ານກີບ ລວມເປັນເງິນທັງ ຫມົດ 31,894 ລ້ານກວ່າກີບ.
ທັງນີ້ ເພື່ອເປັນການບັນເທົາທຸກໃຫ້ແກ່ຄອບຄົວຂອງຜູ້ເສຍຊີວິດ ດັ້ງນັ້ນ ບປລ ຈິ່ງໄດ້ຮີບເລັ່ງດຳເນີນຂັ້ນຕອນຂອງການພິຈາລະນາຈ່າຍສິນທົດແທນໃຫ້ໄວທີ່ສຸດ ເຊິ່ງໃນການພິຈາລະນາໃນຄັ້ງນີ້ ກໍໃຊ້ເວລາພຽງແຕ່ 1 ວັນ ນັບຈາກທີ່ໄດ້ຮັບແຈ້ງ ການເສຍຊີວິດ ເພື່ອທີ່ຈະສາມາດຊ່ວຍແບ່ງເບົາພາລະສ່ວນໃດສ່ວນຫນຶ່ງຈາກຄອບ ຄົວຜູ້ທີ່ສູນເສຍ.