ທະນາຄານ ລາວ-ຫວຽດນາມ ລົງນາມການຮ່ວມມືຮອບດ້ານ

ວັນທີອອກຂ່າວ: 
21/07/2010

ຄະນະຜູ້ແທນທະນາຄານນະໂຍລາບແຫ່ງ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມທະນາຄານນະໂຍ ບາຍ ສສ ຫວຽດນາມ ເພື່ອຖອດຖອນບົດຮຽນ ແລະປະສົບການໃນຂົງເຂດວຽກງານທະນາຄານ, ໄດ້ມີກອງປະຊຸມພົບປະລະຫວ່າງຜູ້ແທນທັງສອງຝ່າຍ ແລະທັງໄດ້ຮ່ວມກັນລົງນາມໃນບົດບັນທຶກ ຊ່ວຍຈຳພົວພັນຮ່ວມມືແຍຍພິເສດຮອບດ້ານ. ຄະນະຜູ້ແທນທະນາຄານນະໂຍບາຍ ແຫ່ງ ສປປ ລາວ ນຳໂດຍທ່ານ ບົວລອງ ໄຊຍະ ວົງ ຜູ້ອຳນວຍການໃຫຍ່ ທະນາຄານນຳໂຍບາຍ ພ້ອມດ້ວຍຄະນະໄດ້ ເດີນທາງໄປຢ້ຽມຢາມທະ ນາຄານນະໂຍບາຍ ສສ ຫວຽດນາມ ໃນລະຫວ່າງວັນທີ 20-25 ມີຖຸນາ 2010 ໂດຍໄດ້ມີການ ພົບປະກັບທ່ານນາງ ດຣ ຮ່າທິແຫ້ງ ຜູ້ອຳນວຍການໃຫຍ່ ທະນາຄານນະໂຍ ບາຍ ສສ ຫວຽດ ນາມ. ເນື່ອງໃນໂອກາດດັ່ງກ່າວ ທ່ານ ບົວລອງ ໄຊຍະວົງ ຜູ້ອຳນວຍການໃຫຍ່ ທະນາຄານນະໂຍບາຍ ໄດ້ກ່າວເຖິງການຢ້ຽມຢາມໃນຄັ້ງນີ້: ແມ່ນເພື່ອແນ່ໃສຖອດຖອນບົດຮຽນ ແລະ ປະສົບ ການໃນຂົງເຂດວຽກງານທະນາຄານເປັນຕົ້ນ ທະນາຄານນະໂຍບາຍ ສສ ຫວຽດ ນາມ ທີ່ເປັນອົງການຈັດຕັ້ງຂອງລັດຖະບານ, ໄດ້ຮັບການຊ່ວຍຫນຸນດ້ານທຶນຮອນ, ສະຫນອງຫ້ອງ ການ, ພາຫະນະ ແລະເຄື່ອງມືຮັບໃຊ້ທີ່ຈຳເປັນຢ່າງພຽງພໍເຊິ່ງ ທນບ ສສ ຫວຽດນາມ ມີພາລະບົດ ບາດໃນການສະຫນອງສິນເຊື່ອດອກເບ້ຍນະໂຍບາຍຂອງລັດຖະບານ ເພື່ອເປັນທຶນຮອນຊຸກຍູ້ການ ຜະລິດຂອງຊາວກະສິກອນໃນທົ່ວປະເທດຄືກັບທະນາຄານນະໂຍບາຍແຫ່ງ ສປປ ລາວ, ໂດຍມີຜະ ລິດຕະພັນສິນເຊື່ອທັງຫມົດ 14 ຜະລິດຕະພັນເຊັ່ນ: ສິນເຊື່ອສຳລັບລູກຄ້າຄົນທຸກຍາກ, ສິນເຊື່ອ ເພື່ອການສຶກສາແຕ່ຊັ້ນປະຖົມເຖິງວິຊາສະເພາະ, ສິນເຊື່ອໄປອອກແຮງງານຢູ່ຕ່າງປະເທດ ແລະ ສິນ ເຊື່ອຊຸກຍູ້ການຜະລິດສິນຄ້າຂະຫນາດນ້ອຍ-ກາງ. ການມາຢ້ຽມຢາມສປປລາວຂອງຄະນະຜູ້ແທນ ທະນາຄານນະໂຍບາຍ ສ.ສຫວຽດນາມໃນ ຄັ້ງນີ້ໄດ້ມີການຮ່ວມລົງນາມບົດບັນທຶກຊ່ວຍຈຳຮັດ ແຫນ້ນການພົວພັນຮ່ວມມືຮອບດ້ານແບບພິເສດລະຫວ່າງສອງທະນາຄານນະໂຍບາຍ ແຫ່ງ ສປປ ລາວ ແລະ ທະນາຄານນະໂຍບາຍ ສສ ຫວຽດນາມ, ໃນນັ້ນຈະໄດ້ສຸມໃສ່ວຽກງານກໍ່ສ້າງບຸກຄະ ລາກອນ ແລະ ແລກປ່ຽນບົດຮຽນ ປະສົບການໃນວຽກງານວິຊາສະເພາະ ເປັນຕົ້ນວຽກງານສິນ ເຊື່ອ, ບັນຊີ-ການເງິນ, ກວດກາ, ຫ້ອງການບໍລິຫານ ແລະ ວຽກງານຈັດຕັ້ງ-ພະນັກງານຂອງສອງ ທະນາຄານ ແລະບັນຫາອື່ນອີກ./

Departments

ປະຕິທິນ

 
 
1
 
2
 
3
 
4
 
5
 
6
 
7
 
8
 
9
 
10
 
11
 
12
 
13
 
14
 
15
 
16
 
17
 
18
 
19
 
20
 
21
 
22
 
23
 
24
 
25
 
26
 
27
 
28
 
29
 
30
 
 
 
 

ຜູ້ໃຊ້ ເຂົ້າໃຊ້ລະບົບ

ມີໃຜອອນໄລນ໌ແນ່

ປະຈຸບັນນີ້ມີຜູ້ເຂົ້າໃຊ້ລະບົບ 0 ຜູ້ໃຊ້ ແລະ 1 ຜູ້ເຂົ້າຢ້ຽມຊົມ, ອອນໄລນ໌ຢູ່.

ອັດຕາແລກປ່ຽນ

ສະກຸນເງິນ
ຊື້
ຂາຍ
USD
8,155
8,194
THB
258.71
260.00
EUR
10,423
10,474
JPY
95.51
97.42
VND
0.3848
0.3925
ລາຍງານໂດຍ ທະນາຄານການຄ້າຕ່າງປະເທດລາວ
ວັນທີ 03/09/2010

Counter

  • ຜູ້ເຂົ້າຊົມທີ່ຜ່ານມາທັງໝົດ:2,355,026
  • ຜູ້ເຂົ້າຊົມທີ່ບໍ່ຊ້ຳກັນ:9,744
  • ຈຳນວນໜ້ເວບໄຊທັງໝົດ:586
  • ເລກ IP ຂອງທ່ານ:38.107.191.86
  • ເລີ້ມຕັ້ງແຕ່:'20/03/2009'