ພະນັກງານບຳນານກະຊວງທະບວງ ເຂົ້າຮັບຟັງເຜີຍແຜ່ການ ເບີກຈ່າຍເງິນເດືອນຜ່ານລະບົບທະນາຄານ
ພະນັກງານ ບຳນານບັນດາກະຊວງ ທະບວງ ອົງການທຽບເທົ່າອ້ອມຂ້າງ ນະຄອນຫລວງວຽງຈັນໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ການເບີກຈ່າຍເງິນເດືອນ ຜ່ານລະບົບທະນາຄານ ຢູ່ທີ່ກະສູນຮ່ວມມືລາວ-ຍີປຸ່ນ ໃນວັນທີ 25 ມິຖຸນາ 2010 ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ສັນຍາ ປຣະເສີດ ຮອງຫົວໜ້າຫ້ອງການ ກະຊວງການເງິນ ທັງຄະນະຮັບຜິດຊອບການເບີກຈ່າຍເງິນເດືອນຜ່ານລະບົບທະ ນາຄານ ມີຜູ້ຕາງໜ້າອົງການປະກັນສັງຄົມພາກລັດ ກະຊວງແຮງງານສະຫວັດດີ ການ ແລະ ສັງຄົມ ທະນາຄານການຄ້າຕ່າງປະເທດລາວ (ທຄຕລ) ພ້ອມດ້ວຍພະ ນັກງານບຳນານເຂົ້າຮ່ວມເກືອບ 200 ທ່ານ.
ການ ເຂົ້າຮ່ວມກອງປະຊຸມ ຄັ້ງນີ້ບັນດາພະນັກງານບຳນານໄດ້ຮັບຟັງການ ເຜີຍແຜ່ແນະນຳຄວາມຫມາຍຄວາມສຳຄັນລະບຽບ ແລະ ວິທີການຕ່າງໆ ຂອງ ການເບີກຈ່າຍເງິນເດືອນຜ່ານລະບົບທະນາຄານ ເຊິ່ງການຖອນເງິນຈາກບັນຊີ ແມ່ນສາມາດຖອນໄດ້ 2 ວິທີ ຄື: ຖອນດ້ວຍປຶ້ມບັນຊີ ແລະ ທາງຕູ້ ATM ຂອງ ທຄຕລ ເຊິ່ງຈະເສຍຄ່າບໍລິການ 2.000 ກີບຕໍ່ເດືອນສະເພາະພະນັກງານບຳນານເທົ່ານັ້ນ ຄ່າປ່ຽນເລກລະຫັດບັນຊີແມ່ນ 10.000 ກີບ ຄ່າປ່ຽນບັດ ATM ໃຫມ່ແມ່ນ 30.000 ກີບ ໂດຍທາງ ທຄຕລ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມເອົາໃຈໃສ່ໃນການກຳນົດເລກລະຫັດ ບັນຊີ ຂອງຕົນເອງເຮັດແນວໃຫ້ສາມາດເພື່ອປ້ອງກັນບໍ່ໃຫ້ພວກຄົນບໍ່ດີສາມາດ ສວຍໂອກາດໄດ້.
ທ່ານ ສັນຍາ ປຣະເສີດ ໄດ້ເປີດເຜີຍໃຫ້ຮູ້ອີກວ່າ: ປະຈຸບັນທາງຄະນະຮັບຜິດ ຊອບການເຜີຍແຜ່ການເບີກຈ່າຍເງິນເດືອນຜ່ານລະບົບທະນາຄານນແມ່ນສາມາດ ລົງເຜີຍແຜ່ສຳເລັດ 17 ແຂວງ ທົ່ວປະເທດແລ້ວ ເຖິງຢ່າງໃດກໍດີແຜນດັ່ງກ່າວຈະສຳ ເລັດ ແລະສອດຄ່ອງກັບສະພາບການໃນແຕ່ລະໄລຍະໄດ້ດີເທົ່າໃດນັ້ນ ແມ່ນທຸກ ພາກສ່ວນສາມາດປະກອບຄຳຄິດເຫັນຕໍ່ຄະນະຮັບຜິດຊອບໄດ້ເພຶ່ອສືບຕໍ່ວຽກງານ ດັ່ງກ່າວໃຫ້ມີຄວາມວ່ອງໄວ ປອດໄພ ແລະ ສະດວກ ສະບາຍ ຕາມເປົ້າຫມາຍຂອງ ແຜນງານວາງໄວ້.