ຫວຍພັດທະນາ ຍົກລະດັບການບໍລິຫານທຸລະກິດໄລຍະສັ້ນ

ວັນທີອອກຂ່າວ: 
20/07/2010

       ເພື່ອຜັນຂະຫຍາຍຕາມຈິດໃຈຊີ້ນຳຂອງກອງປະຊຸມວຽກງານຈັດຕັ້ງພະນັກງານ ຂະ ແຫນງການເງິນທົ່ວປະເທດ ຄັ້ງທີ I ແລະ ຕາມການເຫັນດີຂອງຄະນະນຳກະຊວງການເງິນ ເພື່ອ ເປັນການຍົກລະດັບຄວາມຮູ້ທາງດ້ານວຽກງານວິຊາສະເພາະໃຫ້ແກ່ພະນັກງານຫລັກແຫລ່ງ ພາຍໃນລັດວິສາຫະກິດຫວຍພັດທະນາ ພ້ອມກັນເຊື່ອມຊຶມ ແລະ ຫມູນໃຊ້ເຂົ້າໃນວຽກງານທຸ ລະກິດ ຂອງລັດວິສາຫະກິດດັ່ງກ່າວ.

      ໃນວັນທີ 21 ມິຖຸນາ 2010 ຢູ່ສໍານັກງານລັດວິສາຫະກິດ ຫວຍພັດທະນາ ໄດ້ເປີດຊຸດ ເຝິກອົບຮົມວິຊາສະເພາະ ບໍລິຫານທຸລະກິດໄລຍະສັ້ນຊຸດທຳອິດ ປະກອບມີ 4 ວິຊາ: ທິດສະດີ ການເມືອງ-ການປົກຄອງ, ບໍລິຫານການຕະຫລາດ, ບໍລິຫານການຜະລິດ ແລະ ບໍລິຫານການເງິນ ໂດຍມີບັນດາອາຈານຈາກສະຖາບັນການເມືອງ-ການປົກຄອງແຫ່ງຊາດ ມະຫາວິທະຍາໄລແຫ່ງຊາດ ແລະ ວິທະຍາໄລບຸດວິເສດ ຂຶ້ນຫ້ອງບັນລະຍາຍສິດສອນ ມີພະນັກງານເຂົ້າຮ່ວມທັງ ຫມົດ 20 ສະຫາຍ.

      ໃນບັ້ນເຝິກອົບຮົມຄັ້ງນີ້ແມ່ນເນັ້ນໃສ່ວິຊາທີ່ສຳຄັນ ຕົ້ນຕໍແນໃສ່ຍົກລະດັບຄວາມຮູ້ ຄວາມສາມາດໃຫ້ພະນັກງານ ເພື່ອນຳໄປຫມູນໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີ ເຮັດ ໃຫ້ຫົວຫນ່ວຍທຸລະກິດມີປະສິດທິຜົນ ໂປ່ງໃສ ທັນສະໄຫມ ປະກອບສ່ວນພັດທະນາສັງຄົມ ແລະ ປະຕິບັດພັນທະງົບປະມານລັດຖະບານໃຫ້ນັບມື້ນັບຫລາຍຂຶ້ນ ຊຸດເຝິກອົບຮົມຈະດຳເນີນ ໄປຮອດວັນທີ 16 ກໍລະກົດ 2010 ຈຶ່ງຈະສຳເລັດ./

Departments

ປະຕິທິນ

 
 
1
 
2
 
3
 
4
 
5
 
6
 
7
 
8
 
9
 
10
 
11
 
12
 
13
 
14
 
15
 
16
 
17
 
18
 
19
 
20
 
21
 
22
 
23
 
24
 
25
 
26
 
27
 
28
 
29
 
30
 
 
 
 

ຜູ້ໃຊ້ ເຂົ້າໃຊ້ລະບົບ

ມີໃຜອອນໄລນ໌ແນ່

ປະຈຸບັນນີ້ມີຜູ້ເຂົ້າໃຊ້ລະບົບ 0 ຜູ້ໃຊ້ ແລະ 1 ຜູ້ເຂົ້າຢ້ຽມຊົມ, ອອນໄລນ໌ຢູ່.

ອັດຕາແລກປ່ຽນ

ສະກຸນເງິນ
ຊື້
ຂາຍ
USD
8,155
8,194
THB
258.71
260.00
EUR
10,423
10,474
JPY
95.51
97.42
VND
0.3848
0.3925
ລາຍງານໂດຍ ທະນາຄານການຄ້າຕ່າງປະເທດລາວ
ວັນທີ 03/09/2010

Counter

  • ຜູ້ເຂົ້າຊົມທີ່ຜ່ານມາທັງໝົດ:2,355,149
  • ຜູ້ເຂົ້າຊົມທີ່ບໍ່ຊ້ຳກັນ:9,744
  • ຈຳນວນໜ້ເວບໄຊທັງໝົດ:586
  • ເລກ IP ຂອງທ່ານ:38.107.191.86
  • ເລີ້ມຕັ້ງແຕ່:'20/03/2009'