ກົມພາສີ ປາຖະກະຖາຫວນຄືນວັນຍຶດອຳນາດ ຂອງປະຊາຊົນພາກໃຕ້ຫວຽດນາມ
ເພື່ອເປັນການຫວນຄືນມູນເຊື້ອນ້ຳໃຈຕໍ່ສູ້ກູ້ຊາດ ເພື່ອຍຶດອຳນາດຈາກຈັກກະພັດທີ່ເຂົ້າມາຮຸກຮານປະຊາຊົນ ພາກໃຕ້ຫວຽດນາມ(ໄຊງອ່ນ) ແລະ ເພື່ອຮ່ຳຮຽນເອົາບົດຮຽນອັນດີງາມ ກໍ່ການນຳພາຕໍ່ສູ້ກູ້ຊາດຂອງປະທານ ໂຮ່ຈີມິນ ຈົນສາມາດຍຶດອຳນາດໄດ້ຢ່າງສົມບູນ. ການຈັດພິທີຫວນຄືນວັນສຳຄັນດັ່ງກ່າວນີ້ ໄດ້ຈັດຂຶ້ນໃນວັນທີ 29 ມິຖຸນາ 2010 ຢູ່ທີ່ ກົມພາສີ ເຊິ່ງເປັນກຽດຂຶ້ນເລົ່າມູນເຊື້ອວັນດັ່ງກ່ານ ໂດຍ ທ່ານ ອາດສະພັງທອງ ສີພັນດອນ ຮອງຫົວໜ້າກົມພາສີ ກະຊວງການເງິນ ມີບັນດາຫົວໜ້າພະແນກການ ພະນັກງານ ພາຍໃນກົມເຂົ້າຮ່ວມ 70 ກວ່າທ່ານ.
ໂດຍ ທ່ານ ອາດສະພັງທອງ ສີພັນດອນ ໄດ້ເລົ່າເຖິງຄວາມສາມັກຄີຂອງປະຊາຊົນພາກໃຕ້ຫວຽດນາມທີ່ຮ່ວມກັນຕໍ່ສູ້ກູ້ ຊາດຍືດເຍື້ອຍາວນານຕ້ານຈັກກະພັດຜູ້ຮູກຮານ ຕະຫລອດຮອດການນຳພາອັນສະຫລາດຊ່ອງໃສ ຂອງປະທານ ໂຮ່ຈີມິນ ທີ່ນຳພາປະຊາຊົນຍຶດອຳນາດໄດ້ຢ່າງສົມບູນ ເຊິ່ງເປັນຫມາກຜົນອັນຍິ່ງໃຫຍ່ ແລະ ເປັນຂີດຫມາຍປະຫວັດສາດອັນສຳຄັນຂອງປະຊາຊົນພາກໃຕ້ຫວຽດນາມ.ທີ່ເຕັມໄປດ້ວຍ ຄວາມສາມັກຄີຮັກແພງຂອງປະຊາຊົນພາກໃຕ້ຫວຽດນາມ ກໍຄືການສົມທົບກັບກຳລັງແຮງຂອງສາມຊາດ ລາວຫວຽດນາມກຳປູເຈຍ ທີ່ຄຽງບ່າ ຄຽງໄລ່ກັນຕໍ່ສູ້ກັບຈັກກະພັດຈົນໄດ້ຮັບໄຊຊະນະຢ່າງສົມບູນ.
ໃນຕອນທ້າຍ ທ່ານ ອາດສະພັງທອງ ສີພັນດອນ ຍັງໄດ້ຍົກເອົາບັນດາບົດຮຽນ ທີ່ຖອດຖອນໄດ້ຈາກມູນເຊື້ອການຕໍ່ສູ້ອັນສຳຄັນຂອງ ປະທານ ໂຮ່ຈີມິນ ກໍຄືປະຊາຊົນຫວຽດນາມ ມາຜັນຂະຫຍາຍ ນຳໃຊ້ເຂົ້າໃນຊີວິດການເປັນຢູ່ ການປະຕິບັດໜ້າທີ່ ຂອງບັນດາພະນັກງານລັດຖະກອນ ຕັ້ງໜ້າບຸກບືນສ້າງຕົນເອງໃຫ້ມີຄວາມກ້າວໜ້າຂຶ້ນເທື່ອລະກ້າວ.