ຫນ່ວຍພັກລັດວິສາຫະກິດສ້າງສິນຄ້າຜ່ານແດນທ່ານາແລ້ງ ຂະຫຍາຍສະມາຊິກ ໃຫມ່

ວັນທີອອກຂ່າວ: 
20/07/2010

       ໃນຕອນເຊົ້າຂອງວັນທີ 07 ກໍລະກົດ 2010 ນີ້ ໜວ່ຍພັກ ຂອງ ລັດວິສາຫະກິດ ສາງສິນຄ້າຜ່ານແດນທ່ານາແລ້ງ (ລສທ) ໄດ້ຈັດພິທີຮັບເອົາມະຫາຊົນຜູ້ກ້າວຫນ້າ ເຂົ້າເປັນສະມາ ຊິກພັກສຳຮອງ ຈຳນວນ 3 ສະຫາຍ,ໂດຍອີງຕາມມະຕິຕົກລົງ ຂອງຄະນະພັກກະຊວງການເງິນ ສະບັບເລກທີ 059/ຄພກງ, ລົງວັນທີ 30 ມີຖຸນາ 2010 ວ່າດວ້ຍການຮັບເອົາມະຫາຊົນເຂົ້າພັກສໍາຮອງ ໂດຍເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວ ມີສະຫາຍ ຄຳແພງ ສີສະຫງ່າ ເລຂາໜວ່ຍພັກ, ຜູ້ອຳນວຍການ ລສທ ພອ້ມດ້ວຍຄະນະ, ມີບັນດາສະມາຊິກ ພັກສົມບູນ,ສຳຮອງ ແລະ ຜູ້ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ (ຊາວໜຸ່ມ,ແມ່ຍິງ ແລະ ກໍາມະບານ)ເຂົ້າຮວ່ມຈໍານວນ 27 ສະຫາຍ,

       ໃນພິທີພາຍຫລັງ ມະຫາຊົນຜູ້ກ້າວໜ້າທັງ 3 ສະຫາຍໄດ້ຂື້ນອ່ານໃບສະໝັກຂໍ ເຂົ້າພັກດ້ວຍຕົນເອງ, ຄະນະຈັດຕັ້ງພິທີ ກໍ່ໄດ້ອ່ານມະຕິຕົກລົງ ຂອງຄະນະພັກກະຊວງການເງິນໃນການຮັບເອົາມະຫາຊົນຜູ້ກ້າວຫນ້າເຂົ້າໃນການຈັດພັກ, ສະຫາຍ ເລຂາໜວ່ຍພັກກໍ່ໄດ້ໃຫ້ກຽດໂອ້ລົມ ພ້ອມທັງໃຫ້ຄຳໂອ້ວາດຕັກເຕືອນໃຫ້ແກ່ສະມາຊິກພັກໃໝ່ຊື່ງໄດ້ເໜັ້ນໜັກເຖີງ 5 ໜ້າທີ່ຂອງສະມາຊິກພັກ,ຜ່ານການຝຶກຝົນຫຼໍ່ຫຼອມຕົນເອງ ໃນໄລຍະສະໄໝສຳ ຮອງ 12 ເດືອນ, ຄວາມຊື່ສັດບໍລິສຸດ, ຄວາມເສຍສະຫຼະເພື່ອຜົນປະໂຫຍດລວມຂອງຊາດ ໃຫ້ສູງກວ່າຜົນ ປະໂຫຍດສວ່ນຕົວ ແລະ ສະມາຊິກພັກໃໝ່ກໍ່ໄດ້ຂື້ນກ່າວຮັບຄຳໂອ້ວາດຕັກເຕືອນ ເພື່ອນຳເອົາເນື້ອໃນ ຈິດໃຈຂອງການໂອ້ລົມໃນຄັ້ງນີ້ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຂອງແຕ່ລະສະຫາຍຮັບຜິດຊອບໃຫ້ສູງຂື້ນເທື່ອລະກ້າວ.

       ຫນ່ວຍພັກ ລສທ ເປັນຫນ່ວຍພັກຫນຶ່ງທີ່ຂຶ້ນກັບອົງຄະນະພັກກະຊວງການເງິນ, ຊຶ່ງປັດ ຈຸບັນມີສະມາຊິກພັກທັງຫມົດ 23 ສະຫາຍ ຍິງ 5 ສະຫາຍ ສະມາຊິກພັກສຳຮອງ 3 ສະຫາຍ, ໂດຍມີພາລະບົດບາດໃນການຊີ້ນຳໆພາການເຄື່ອນໄຫວວຽກງານຮອບດ້ານຂອງ ລສທ./

Departments

ປະຕິທິນ

 
 
1
 
2
 
3
 
4
 
5
 
6
 
7
 
8
 
9
 
10
 
11
 
12
 
13
 
14
 
15
 
16
 
17
 
18
 
19
 
20
 
21
 
22
 
23
 
24
 
25
 
26
 
27
 
28
 
29
 
30
 
 
 
 

ຜູ້ໃຊ້ ເຂົ້າໃຊ້ລະບົບ

ມີໃຜອອນໄລນ໌ແນ່

ປະຈຸບັນນີ້ມີຜູ້ເຂົ້າໃຊ້ລະບົບ 0 ຜູ້ໃຊ້ ແລະ 1 ຜູ້ເຂົ້າຢ້ຽມຊົມ, ອອນໄລນ໌ຢູ່.

ອັດຕາແລກປ່ຽນ

ສະກຸນເງິນ
ຊື້
ຂາຍ
USD
8,155
8,194
THB
258.71
260.00
EUR
10,423
10,474
JPY
95.51
97.42
VND
0.3848
0.3925
ລາຍງານໂດຍ ທະນາຄານການຄ້າຕ່າງປະເທດລາວ
ວັນທີ 03/09/2010

Counter

  • ຜູ້ເຂົ້າຊົມທີ່ຜ່ານມາທັງໝົດ:2,354,985
  • ຜູ້ເຂົ້າຊົມທີ່ບໍ່ຊ້ຳກັນ:9,744
  • ຈຳນວນໜ້ເວບໄຊທັງໝົດ:586
  • ເລກ IP ຂອງທ່ານ:38.107.191.85
  • ເລີ້ມຕັ້ງແຕ່:'20/03/2009'