ລັດຖະມົນຕີຊ່ວຍວ່າການກະຊວງການເງິນເຄື່ອນໄຫວ ຊຸກຍູ້ວຽກງານຢູ່ 2ແຂວງພາກກາງ
ການເຄື່ອນໄຫວຊຸກຍູ້ວຽກງານການເງິນຢູ່ 2 ແຂວງພາກກາງຄື: ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ ຂອງທ່ານ ນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍວ່າການ ກະຊວງ ການເງິນ ພ້ອມບັນດາຫົວຫນ້າກົມ ຮອງກົມ ແລະ ຄະນະວິຊາການຈາກກົມກອງຕ່າງໆອ້ອມຂ້າງ ກະຊວງການເງິນ ເຊິ່ງດຳເນີນມາແຕ່ວັນທີ 02-06 ກໍລະກົດ 2010 ນີ້ ໄດ້ສຳເລັດຜົນຢ່າງດີງາມ.
ການເຄື່ອນໄຫວຢູ່ 2 ແຂວງນີ້ ທ່ານລັດຖະມົນຕີຊ່ວຍ ແລະ ຄະນະ ໄດ້ຮັບການຕ້ອນ ຮັບຈາກຄະນະນຳຂອງແຂວງ ກໍຄືຄະນະພະແນກການເງິນ ຊຶ່ງກໍໄດ້ຮັບຮູ້ເຖິງສະພາບການພັດ ທະນາເສດຖະກິດ-ສັງຄົມ ກໍຄືຜົນໄດ້ຮັບໃນການຈັດຕັ້ງປະຕິບັດແຜນງົບປະມານສົກປີ 2009-2010 ຜ່ານມາກໍຄືການຂຸ້ນຂ້ຽວຈັດຕັ້ງປະຕິບັດທິດທາງແຜນການງົບປະມານໄຕມາດ ສຸດທ້າຍຂອງງົບປະມານສົກ 200ຊ-2010 ໃຫ້ທວງທັນກັບກຳນົດເວລາ ແລະ ການກະກຽມຜັນຂະຫຍາຍແຜນງົບປະມານປີຕໍ່ໄປໃຫ້ໄດ້ຮັບຜົນຕາມລຳດັບຄາດຫມາຍທີ່ວາງໄວ້ ໂດຍລວມແລ້ວເຫັນວ່າ ໃນສົກຜ່ານມາສະພາບການຂອງໂລກ ແລະ ພາກພື້ນໄດ້ມີການຜັນ ແປຢ່າງສັບສົນ ຊຶ່ງໄດ້ສົ່ງຜົນສະທ້ອນບໍ່ຫນ້ອຍຕໍ່ປະເທດເຮົາ ເປັນຕົ້ນວ່າ ໄພທຳມະຊາດ, ລາຄານ້ຳມັນຂຶ້ນລົງບໍ່ປົກກະຕິ, ຄ່າຄອງຊີບສູງຂຶ້ນ ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນ ກະທົບຕໍ່ການປະຕິບັດແຜນງົບປະມານບໍ່ຫນ້ອຍ. ແຕ່ເຖິງຢ່າງໃດກໍຕາມດ້ວຍຄວາມພະຍາ ຍາມເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ສິດ ຂອງຄະນະພັກ-ອຳນາດການປົກຄອງແຕ່ລະຂັ້ນ,-ແຕ່ ລະແຂວງ ບວກກັບຄວາມສູ້ຊົນບຸກບືນຢ່າງເປັນເຈົ້າການ ຂອງທົ່ວຂະແຫນງການເງິນ ເຮັດໃຫ້ ເສດຖະກິດ-ສັງຄົມໄດ້ຮັບການພັດທະນາ ແລະ ສືບຕໍ່ຂະຫຍາຍຕົວດ້ວຍຈັງຫວະອັນຕໍ່ເນື່ອງ,
ໃນໂອກາດເຄື່ອນໄຫວວຽກງານແລະພົບປະກັບບັນດາຄະນະນຳ ກໍຄືພະນັກງານຫລັກ ແຫລ່ງຂອງພະແນກການເງິນ 2 ແຂວງຄຳມ່ວນ ແລະ ບໍລິຄຳໄຊໃນຄັ້ງນີ້, ທ່ານ ນາງວຽງທອງ ສີພັນດອນ ຍັງໄດ້ໃຫ້ທິດ ຊີ້ນຳແຕ່ລະແຂວງ ຈົ່ງເພີ່ມທະວີການຂຸດຄົ້ນແຫລ່ງລາຍຮັບໃຫ້ຫລາຍຂຶ້ນກວ່າເກົ່າ ທັງເພີ່ມທະວີ ການຄຸ້ມຄອງລາຍຮັບ, ຈຳກັດລາຍຈ່າຍ ບົນຈິດໃຈປະຢັດມັດທະຍັດ ພ້ອມກັນນີ້ທ່ານລັດຖະ ມົນຕີຊ່ວຍວ່າການ ຍັງໄດ້ແນະນຳໃຫ້ພະແນກການເງິນແຕ່ລະແຂວງ ເອົາໃຈໃສ່ຂຸ້ນຂ້ຽວຜັນຂະ ຫຍາຍການຈັດຕັ້ງປະຕິບັດແຜນງົບປະມານ 2010-2011 ໃຫ້ມີປະສິດທິຜົນແຕ່ຫົວທີ, ເນັ້ນໃຫ້ ຄະນະພະແນກພ້ອມບັນດາພະນັກງານການເງິນແຕ່ລະແຂວງ ອີງໃສ່ມະຕິກອງປະຊຸມຂອງອົງ ຄະນະພັກແຂວງ, ຂອງສະພາແຫ່ງຊາດ ກໍຄືແຜນພັດທະນາເສດຖະກິດສັງຄົມ-ງົບປະມານຂອງ ລັດຖະບານ ແລະ ຄຳສັ່ງແນະນຳດ້ານວິຊາການຂອງກະຊວງການເງິນ ກ່ຽວກັບການຈັດຕັ້ງປະຕິ ບັດແຜນງົບປະມານ 2010-2011 ເປັນທິດໃນການຈັດຕັ້ງປະຕິບັດ ເພື່ອແນໃສ່ເຮັດໃຫ້ເສດຖະ ກິດພາຍໃນແຂວງສືບຕໍ່ຂະຫຍາຍຕົວ, ເພີ່ມລາຍຮັບເຂົ້າງົບປະມານໃຫ້ຫລາຍຂຶ້ນ ສາມາດແກ້ ໄຂຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານເທື່ອກ້າວ./