ກອງປະຊຸມຮ່ວມທົບທວນແຜນງານສະຫນັບສະຫນູນ ການ ຫລຸດຜ່ອນຄວາມທຸກຍາກໄລຍະ 7

ວັນທີອອກຂ່າວ: 
20/07/2010

        ກະຊວງການເງິນໄດ້ເປັນເຈົ້າພາບເປີດກອງປະຊຸມປະຈຳປີບໍ່ເປັນທາງການລະ ຫວ່າງລັດຖະ ບານ ສປປ ລາວ ກັບຝ່າຍຜູ້ໃຫ້ທຶນສຳລັບແຜນງານສະຫນັບສະຫນູນການຫລຸດຜ່ອນຄວາມທຸກ ຍາກໄລຍະ 7 ຈັດຂຶ້ນໃນຕອນບ່າຍຂອງວັນທີ 1 ກໍລະກົດ ຜ່ານມານີ້ ທີ່ໂຮງແຮມຣີເວີເຣຍ ເມືອງທ່າແຂກ ແຂວງຄຳມ່ວນ.

       ໃຫ້ກຽດເຂົ້າຮ່ວມໃນກອງປະຊຸມໂດຍທ່ານນາງ ວຽງທອງ ສີພັນດອນ ລັດຖະມົນຕີຊ່ວຍ ວ່າການ ກະຊວງກະເງິນ, ຫົວຫນ້າກອງເລຂາແຜນງານສະຫນັບສະຫນູນການຫລຸດຜ່ອນຄວາມ ທຸກຍາກ, ທ່ານ ຄຳໃບ ດຳລັດ ເຈົ້າແຂວງໆຄຳມ່ວນ, ທ່ານ ອີວັງໂກວານ ບັດຈາມາມູຕ ຫົວ ຫນ້າ ຫ້ອງການທະນາຄານໂລກປະຈຳ ສປປ ລາວ, ບັນດາຜູ້ຕາງຫນ້າຈາກສະຖານທູດ, ຄະນະກຳ ມະທິການເອີລົບ, ອົງການຊ່ວຍເຫລືອເພື່ອການພັດທະນາປະເທດອົດສະຕຣາລີ, ອົງການຮ່ວມ ມືສາກົນປະເທດຍີ່ປຸ່ນ ພ້ອມດ້ວຍບັນດາທ່ານບັນດາຫົວຫນ້າກົມ, ຮອງກົມເຂົ້າຮ່ວມຢ່າງພ້ອມ ພຽງ.

       ທ່ານ ດຣ. ບຸນເຫລືອ ສິນໄຊວໍລະວົງ ຮອງຫົວຫນ້າກົມການເງິນຕ່າງປະເທດ ກະຊວງ ການເງິນ ກ່າວເຖິງການປະເມີນແຜນງານສະຫນັບສະຫນູນການຫລຸດຜ່ອນຄວາມທຸກຍາກ ໄລ ຍະປີ 2004-2010 ຕໍ່ກອງປະຊຸມວ່າ: ການຈັດຕັ້ງປະຕິບັດແຜນງານແຕ່ປີ 2004-2006 ມີ 29 ເງື່ອນໄຂຕົ້ນຕໍ 61 ຫນ້າວຽກຄື: ຂະແຫນງການເງິນກົດຫມາຍງົບປະມານ ແລະອື່ນໆ. ໃນຂະ ແຫນງທະນາຄານໄດ້ມີການປັບປຸງການບໍລິຫານທະນາຄານ, ກົດຫມາຍ ແລະ ນິຕິກຳຕ່າງໆ ຂອງຂະແຫນງທະນາຄານ ສ່ວນຂະແຫນງລັດວິສາຫະກິດ ແຜນປັບປຸງລັດວິສາຫະກິດຄົບຊຸດ ກວດສອບລັດວິສາຫະກິດ.

       ສ່ວນປີ 2007-2009 ມີທັງຫມົດ 21 ເງື່ອນໄຂຕົ້ນຕໍ 68 ຫນ້າວຽກ ໃນນັ້ນມີການຄຸ້ມ ຄອງການເງິນພາກລັດ, ການພັດທະນາຂະແຫນງທຸລະກິດ, ການສ້າງເງື່ອນໄຂອຳນວຍຄວາມ ສະດວກໃຫ້ແກ່ການລົງທຶນ ແລະພັດທະນາທຸລະກິດພາກເອກະຊົນ, ການປັບປຸງຂະແຫນງສັງ ຄົມສຶກສາ ແລະ ສາທາລະນະສຸກ.  

      ທາງດ້ານຜູ້ໃຫ້ທຶນສຳລັບແຜນງານສະຫນັບສະຫນູນການຫລຸດຜ່ອນຄວາມທຸກ ຍາກ ມີ ທັງຫມົດ 2 ໄລຍະຄື: ໄລຍະທີ 1 ແຕ່ປີ 2004-2006 ລວມມີ 29 ເງື່ອນໄຂຕົ້ນຕໍ 61 ຫນ້າວຽກ ໃນນັ້ນລັດຖະບານລາວລົງນາມໃນສັນຍາທຶນຊ່ວຍເຫລືອລ້າມູນຄ່າ 20 ລ້ານໂດລາສະຫະລັດ ຮ່ວມກັບທະນາຄານໂລກ ສຳລັບແຜນງານສະຫນັບສະຫນູນການຫລຸດຜ່ອນຄວາມທຸກຍາກ ໄລຍະ 6 ເຊິ່ງແຜນງານດັ່ງກ່າວ ໄດ້ເລີ່ມຈັດຕັ້ງປະຕິບັດໃນສົກງົບປະມານ 2009-2010 ເຊິ່ງ ເປັນປີສຸດທ້າຍຂອງແຜນພັດທະນາເສດຖະກິດສັງຄົມ 5 ປີຄັ້ງທີ 6 ຂອງລັດຖະບານ.

       ໃນໂອກາດເຂົ້າຮ່ວມປະຊຸມ ທ່ານນາງ ວຽງທອງ ສີພັນດອນ ໄດ້ກ່າວບາງຕອນຕໍ່ກອງ ປະຊຸມວ່າ: ແຜນງານສະຫນັບສະຫນູນການຫລຸດຜ່ອນຄວາມທຸກຍາກໄລຍະ 6 ແມ່ນໄດ້ສືບ ຕໍ່ຜັນຂະຫຍາຍບັນດາວຽກງານທີ່ເປັນບູລິມະສິດຂອງແຕ່ລະຂະແຫນງການ ໂດຍສະເພາະແມ່ນ ການເລີ່ມຕົ້ນຈັດຕັ້ງປະຕິບັດກົດມາຍການລົງທຶນ ທີ່ສັງລວມການລົງທຶນພາຍໃນ ແລະ ຕ່າງປະ ເທດ, ການອອກດຳລັດ ວ່າດ້ວຍແຫລ່ງກຳເນີດສິນຄ້າ ພ້ອມທັງລົງທະບຽບການຈັດຕັ້ງປະຕິບັດ ການຮັບຮອງແຜນປະຕິບັດງານສຳລັບຍຸດທະສາດຂະແຫນງການເງິນ, ການສຳເລັດການຫັນຄັງ ເງິນແຫ່ງຊາດສູ່ການຄຸ້ມຄອງຕາມສາຍຕັ້ງ ແລະ ເລີ່ມສັງລວມບັນດາບັນຊີຂອງຫົວຫນ້າງົບປະ ມານ ເຂົ້າສູ່ລະບົບບັນຊີທີ່ຄັງເງິນແຫ່ງຊາດຄຸ້ມຄອງ, ການຮ່າງແຜນຍຸດທະສາດການເງິນ ຂອງ ຂະແຫນງສາທາລະນະສຸກແລະອື່ນໆ./

Departments

ປະຕິທິນ

 
 
1
 
2
 
3
 
4
 
5
 
6
 
7
 
8
 
9
 
10
 
11
 
12
 
13
 
14
 
15
 
16
 
17
 
18
 
19
 
20
 
21
 
22
 
23
 
24
 
25
 
26
 
27
 
28
 
29
 
30
 
 
 
 

ຜູ້ໃຊ້ ເຂົ້າໃຊ້ລະບົບ

ມີໃຜອອນໄລນ໌ແນ່

ປະຈຸບັນນີ້ມີຜູ້ເຂົ້າໃຊ້ລະບົບ 0 ຜູ້ໃຊ້ ແລະ 1 ຜູ້ເຂົ້າຢ້ຽມຊົມ, ອອນໄລນ໌ຢູ່.

ອັດຕາແລກປ່ຽນ

ສະກຸນເງິນ
ຊື້
ຂາຍ
USD
8,155
8,194
THB
258.71
260.00
EUR
10,423
10,474
JPY
95.51
97.42
VND
0.3848
0.3925
ລາຍງານໂດຍ ທະນາຄານການຄ້າຕ່າງປະເທດລາວ
ວັນທີ 03/09/2010

Counter

  • ຜູ້ເຂົ້າຊົມທີ່ຜ່ານມາທັງໝົດ:2,354,982
  • ຜູ້ເຂົ້າຊົມທີ່ບໍ່ຊ້ຳກັນ:9,743
  • ຈຳນວນໜ້ເວບໄຊທັງໝົດ:586
  • ເລກ IP ຂອງທ່ານ:38.107.191.89
  • ເລີ້ມຕັ້ງແຕ່:'20/03/2009'