ພະແນກແຜນການ - ການເງິນ
ພະແນກແຜນການ - ການເງິນຫ້ອງການກະຊວງ 1. ທີ່ຕັ້ງ ແລະ ພາລະບົດບາດ. - ພະແນກແຜນການ-ການເງິນ ແມ່ນການຈັດຕັ້ງໜຶ່ງຂຶ້ນກັບຫ້ອງການກະຊວງການເງິນ ມີພາລະບົດບາດ ຄຸ້ມຄອງວຽກງານ ແຜນການ, ການເງິນ-ການບັນຊີ ຂອງກະຊວງການເງິນ,ເປັນເສນາທິການໃຫ້ແກ່ ຫົວໜ້າ ຫ້ອງການກະຊວງ, ລັດຖະມົນຕີວ່າການກະຊວງການເງິນ ໃນການສ້າງແຜນການງົບປະມານລົງທຶນ (ໄລຍະ ຍາວ,ກາງ ແລະ ສັ້ນ) ແຜນງົບປະມານປະຈໍາປີ,ແຜນງານໂຄງການໆຕິດຕາມກວດກາປະເມີນຜົນໂຄງການ ການປະຕິບັດລາຍຮັບ-ລາຍຈ່າຍ, ການຖືບັນຊີສັງລວມ, ບັນຊີໂຄງການ, ບັນຊີຄັງເງິນສົດ, ບັນຊີຊັບສົມບັດ ແລະ ບັນຊີຕິດຕາມທຶນຊ່ວຍເຫືຼອລ້າ-ກູ້ຢືມຕ່າງປະເທດສະເພາະຂອງກະຊວງການເງິນໃຫ້ມີຄວາມເປັນເອກະ ພາບ ແລະ ລວມສູນທາງດ້ານການບັນຊີ ແຕ່ຫົວໜ່ວຍງົບປະມານຂັ້ນ1 ຮອດຫົວໜ່ວຍງົບປະມານຂັ້ນ2 ຕາມນະໂຍບາຍ ແລະ ລະບຽບກົດໝາຍ. 2. ໜ້າທີ່ຂອງພະແນກແຜນການ - ການເງິນ - ເກັບກໍາສັງລວມຂໍ້ມູນສະຖິຕິ,ຄົ້ນຄ້ວາສ້າງ ແລະ ປັບປຸງແຜນການ ແຜນງານໂຄງການ,ບົດສະເໜີລະ ອຽດໂຄງການໆລົງທຶນແຕ່ລະໄລຍະ(ໄລຍະສັ້ນ,ໄລຍະກາງ...) ແລະ ສ້າງແຜນການລະອຽດລາຍຮັບ-ລາຍ ຈ່າຍງົບປະມານຕາມຂອບຂອງຫົວໜ່ວຍງົບປະມານຂັ້ນ1. - ຈັດຕັ້ງຜັນຂະຫຍາຍດ້ວຍການເຜີຍແຜ່ແນະນໍານະໂຍບາຍ,ລະບຽບກົດໝາຍໃຫ້ພະນັກງານພາຍໃນ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຍົກສູງຄວາມຮັບຮູ້ຕື່ນຕົວປະຕິບັດກ່ຽວກັບວຽກງານການລົງທຶນຂອງລັດ ,ການຄຸ້ມຄອງນໍາໃຊ້ງົບປະມານແຫ່ງລັດຜ່ານລະບົບທະນາຄານແຫ່ງຊາດ ແລະ ຕິດຕາມການຄຸ້ມຄອງນໍາໃຊ້ຊັບສົມບັດຂອງລັດທີ່ຂຶ້ນກັບກະຊວງການເງິນ.. - ເປັນການບັນຊີຂອງຫົວໜ່ວຍງົບປະມານຂັ້ນ1ໃນການຄຸ້ມຄອງນໍາໃຊ້ງົບປະມານ,ເງິນຄັງລິຊາການ,ຄັງ ພັດທະນາ,ຄັງປະຢັດ,ເງິນອື່ນໆລໍຖ້າສະສາງເອກະສານ ແລະ ວັດຖຸມີຄ່າເທົ່າກັບເງິນ. - ໂດຍຜ່ານຫົວໜ້າຫ້ອງການກະຊວງ,ປະສານສົມທົບກັບໜ່ວຍງານການເງິນ-ການບັນຊີຂອງບັນດາກົມ ກອງອ້ອມຂ້າງກະຊວງ ລວມທັງ3 ຂະແໜງການສາຍຕັ້ງປະຈໍາຢູ່ທ້ອງຖິ່ນ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ ເພື່ອຊີ້ນໍາ,ຕິດຕາມ,ກວດກາການປະຕິບັດພາລະບົດບາດດ້ານວິຊາການກ່ຽວກັບການຖືບັນຊີ. - ສະເໜີທວງເອົາອກະສານຂໍ້ມູນກ່ຽວກັບການມອບລາຍຮັບວິຊາການ,ລາຍຮັບຈາກການຂາຍຊັບສົມບັດ ທີ່ບໍ່ຕ້ອງການນໍາໃຊ້,ການສ້າງໜີ້ສິນ,ການຊໍາລະສະສາງລາຍຮັບ-ລາຍຈ່າຍດ້ວຍແຫຼ່ງທຶນຕ່າງໆຂອງບັນດາ ກົມກອງທີ່ຂຶ້ນກັບກະຊວງການເງິນ. - ຄຸມຄອງນໍາໃຊ້ຊັບສົມບັດ,ພາຫະນະ,ວັດຖຸອຸປະກອນເຄື່ອງຈັກ,ເຄື່ອງປະກອບຄົງທີ່,ເອກະສານນິຕິກໍາ ການຈັດຕັ້ງແບ່ງງານການບໍາລຸງສ້າງຍົກລະດັບ,ການປະຕິບັດນະໂຍບາຍສົ່ງເສີມດ້ານຕ່ງໆ ແລະ ການປະຕິ ບັດວິໃນຕໍ່ພະນັກງານທີ່ຂຶ້ນກັຄວາມຮັບຜິດຊອບຂອງຕົນ. - ຄົ້ນຄ້ວາສ້າງ ແລະ ປັບປຸງແຜນການເຄື່ອນໄຫວວຽກງານຮອບດ້ານ,ແຜນການດໍາເນີນງານລະອຽດ ແລ້ວຈັດຕັ້ງປະຕິບັດ,ພ້ອມດຽວກັນນັ້ນກໍ່ຕ້ອງໄດ້ສະຫຼຸບລາຍງານປະເມີນຜົນໃຫ້ການຈັດຕັ້ງຂັ້ນເທິງຂອງຕົນ. - ປະຕິບັດໜ້າທີ່ອື່ນໆຕາມລະບຽບກົດໝາຍ. 3. ຂອບເຂດສິດຂອງພະແນກແຜນການ - ການເງິນ. - ສະເໜີປັບປຸງນິຕິກໍາຂະແໜງການເງິນທີ່ເຫັນວ່າບໍ່ສອດຄ່ອງ,ຈັດຕັ້ງປະຕິບັດບັນດາລະບຽບກົດໝາຍທີ່ ກ່ຽວຂ້ອງກັບວຽກງານແຜນການການເງິນ (ຫົວໜ່ວຍງົບປະມານຂັ້ນ1) ຢ່າງເຂັ້ມງວດ. - ຄົ້ນຄົ້ວຮ່າງລະບຽບການ,ແຈ້ງການແນະນໍາຂໍ້ຕົກລົງທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນເພື່ອໃຫ້ການ ຈັດຕັ້ງຂັ້ນເທິງພິຈາລະນາ. - ກວດກາເອກະສານການມອບລາຍຮັບ,ການສ້າງໜີ້ສິນ,ການຊໍາລະສະສາງ ແລະ ແນະນໍາການປະກອບ ເອກະສານຕ່າງໆຕາມລະບຽບກົດໝາຍ. - ຕິດຕາມກວດກາດ້ານການບັນຊີກ່ຽວກັບການຄຸ້ມຄອງການນໍາໃຊ້ທຶນຊ່ວຍເຫືຼອລ້າ-ກູ້ຢືມ,ຊັບສົມບັດທີ່ ພວມນໍາໃຊ,ຊັບສົມບັດລໍຖ້າສະສາງອອກ ແລະ ສິນຄ້າເຄື່ອງຂອງລໍຖ້າແຈກຢາຍນໍາໃຊ້ທີ່ຍັງຄ້າງຢູ່ສາງ. - ງົດການຂໍເບີກຈ່າຍຊົ່ວຄາວໃນກໍລະນີລາຍຈ່າຍບໍ່ສອດຄ່ອງຕາມລະບຽບກົດໝາຍພ້ອມທັງລາຍງານຄືນ ຜູ້ສັ່ງເອກ ຫຼື ຜູ້ຖືກມອບສິດສັ່ງການແທນເພື່ອຂໍຄໍາເຫັນຊີ້ນໍາ. - ກວດກາສ້າງບົດບັນທຶກໄລ່ລຽງ ແລະ ເລັ່ງທວງການມອບລາຍຮັບວິຊາການລວມທັງການເກັບຄ່າທໍາ ນຽມນັກສຶກສາ,ການຂາຍຊັບສົມບັດທີ່ບໍ່ຕ້ອງການນໍາໃຊ້ຂອງບັນດາກົມກອງທີ່ຂຶ້ນກັບກະຊວງການເງິນເພື່ອ ມອບເຂົ້າງົບປະມານໃຫ້ຄົບຖ້ວນ ແລະ ຖຶກຕ້ອງຕາມລະບຽບກົດໝາຍ. - ຄຸ້ມຄອງນໍາໃຊອາຄານສະຖານທີ່,ພາຫະນະ ແລະວັດຖຸອຸປະກອນເຄື່ອງມືທັນສະໃໝເຂົ້າໃນວຽກງານ ແຜນການ-ການເງິນ. - ຄົ້ນຄ້ວານໍາສະເໜີການຈັດຕັ້ງຂັ້ນເທິງເພື່ອພິຈາລະນາກ່ຽວກັບການຈັດຕັ້ງສັບຊ້ອນແບ່ງງານການປະຕິ ບັດນະໂຍບາຍດ້ານຕ່າງໆ ແລະ ການປະຕິບັດວິໃນຕໍ່ພະນັກງານທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ. - ປະຕິບັດສິດອື່ນໆຕາມການມອບໝາຍ. 4. ໂຄງຮ່າງການຈັດຕັ້ງຂອງພະແນກແຜນການ - ການເງິນ ພະແນກແຜນການ-ການເງິນປະກອບດ້ວຍ 4 ໜ່ວຍງານ: - ໜ່ວຍງານການບັນຊີສັງລວມ - ໜ່ວຍງານ ແຜນການ-ບັນຊີຊັບສົມບັດ - ໜ່ວຍງານ ບັນຊີ-ຄັງເງິນສົດ - ໜ່ວຍງານ ບັນຊີລາຍຮັບ-ລາຍຈ່າຍງົບປະມານ ໜ້າທີ່ຕົ້ນຕໍຂອງແຕ່ລະໜ່ວຍງານແມ່ນໄດ້ກໍາແຈ້ງຢູ່ໃນແຜນວາດໂຄາຮ່າງການຈັດຕັ້ງແບ່ງງານ.