ພະແນກ ບັນຊີແຫ່ງລັດ
ພະແນກ ບັນຊີແຫ່ງລັດ
ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງພະແນກບັນຊີແຫ່ງລັດ ມີດ່ັງນີ້:
- ຄົ້ນຄວ້າວາງແຜນຍຸດທະສາດ ໄລຍະກາງ ແລະ ໄລຍະຍາວ ກ່ຽວກັບ ການເຄື່ອນ ໄຫວວຽກງານບັນຊີແຫ່ງລັດ;
- ຄົ້ນຄວ້າ, ວາງແຜນ ແລະ ສະຫຼູບລາຍງານ ການເຄື່ອນໄຫວວຽກງານ ການບັນຊີ ແຫ່ງລັດ ເປັນແຕ່ລະ ປີ, ງວດ, ເດືອນ ແລະ ອາທິດ;
- ເປັນເຈົ້າການ ຄົ້ນຄວ້າ ລະບຽບກົດໝາຍ ກ່ຽວກັບ ການບັນຊີແຫ່ງລັດ ແລະ ມາດ ຕະຖານບັນຊີແຫ່ງລັດ ເປັນແຕ່ລະໄລຍະ, ຮ່າງຄຳແນະນຳວິຊາການ, ປື້ມຄູ່ມື ການບັນຊີແຫ່ງລັດ ແລະ ລະບຽບການຕ່າງໆ ທີ່ພົວພັນ ແລະປື້ມຕຳລາການຮຽນ- ການສອນ ວິຊານການບັນຊີແຫ່ງລັດ ນຳພາກສ່ວນ ທີ່ກ່ຽວຂ້ອງ;
- ໂຄສະນາເຜີຍແຜ່ ລະບຽບກົດໝາຍ ກ່ຽວກັບ ການບັນຊີແຫ່ງລັດ;
- ຝຶກອົບຮົມ ມາດຕະຖານບັນຊີແຫ່ງລັດ ແລະ ລະບົບບັນຊີແຫ່ງລັດ ໃຫ້ບັນດາ ຄູ-ອາຈານສອນບັນຊີ, ຄູຝຶກ ແລະ ນາຍບັນຊີແຫ່ງລັດ ຢູ່ສູນກາງ ແລະ ທ້ອງຖິ່ນ ( ຄັງເງິນແຫ່ງຊາດ, ງົບປະມານ, ບັນດາ ຂະແໜງລາຍຮັບ ແລະ ທຸກພາກສ່ວນ ທີ່ກ່ຽວຂ້ອງ );
- ແນະນຳ, ຕິດຕາມກວດການ ແລະ ປະເມີນຜົນ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ການບັນຊີ ແລະ ນິຕິກຳອື່ນໆ ກ່ຽວກັບ ວຽກງານການບັນຊີແຫ່ງລັດ ( ບັນຊີງົບະມານ, ບັນຊີຄັງເງິນ, ປັນຊີໂຄງການ ແລະ ບັນຊີກອງທຶນຂອງລັດ ),
- ຊ່ວຍວຽກງານພົວພັນຮ່ວມມືກັບສາກົນ ແລະ ອົງການຈັດຕັ້ງຕ່າງໆ ກ່ຽວກັບ ວຽກງານການບັນຊີແຫ່ງລັດ;
- ຄຸ້ມຄອງ ພະນັກງານ ພາຍໃນພະແນກ;
- ຄຸ້ມຄອງ ແລະ ປົກປັກຮັກສາ ຊັບສົມບັດລວມ ທີ່ຢູ່ໃນຄວາມຮັບຜິດຊອບ ຂອງ ພະແນກ ໃຫ້ຢູ່ໃນສະພາບທີ່ໃຊ້ງານໄດ້ ແລະ ບໍ່ໃຫ້ຕົກເຮ່ຍເສຍຫາຍ;
- ປະຕິບັດວຽກງານອື່ນໆ ຕາມການມອບໝາຍ ຂອງຄະນະກົມ.