ພະແນກໂຄສະນາ, ຂໍ້ມູນ ແລະ ຂ່າວສານ

I. ພາລະບົດບາດ
ພະແນກໂຄສະນາ, ຂໍ້ມູນ ແລະ ຂ່າວສານມີພາລະບົດບາດ ເປັນເສນາທິການໃຫ້ແກ່ ການນຳ ຊ່ວຍໃຫ້ກະຊວງໃນການຄຸ້ມຄອງ, ຈັດຕັ້ງ,​ເຜີຍແຜ່, ປະຕິບັດໜ້າທີ່ ແລະ ຂະ ຫຍາຍວຽກງານໂຄ
ສະນາອອກໜັງສືພິມ, ວາລະສານ, ສ້າງປື້ສັງລວມກົດໝາຍ ແລະ ນິຕິກຳຕ່າງໆ ອອກອາກາດທາງໂທລະພາບ, website, ຫ້ອງສະມຸດ, ຫ້ອງມູນເຊື້ອ ແລະ ສຳເນົາບັນດາເອກະສານ, ຂໍ້ມູນຂ່າວສານດ້ວຍການໂຄສະນາຊວນເຊືື້ອທັງເປັນ ກະບອກສຽງໃຫ້ແກ່ວຽກງານຂະແໜງການເງິນໃນຂອບເຂດທົ່ວປະເທດ
II. ໜ້າທີ່
1. ຄົ້ນຄວ້າປັບປຸງວິທີການ ແລະ ຮູບການວຽກງານໂຄສະນາ, ຂໍ້ມູນຂ່າວສານການເງິນ 2. ຈັດຕັ້ງໂຄສະນາເຜີຍແຜ່ວຽກງານໂຄສະນາ, ຂໍ້ມູນຂ່າວສານການເງິນ ຢູ່ຂັ້ນສູນກາງ ແລະ ທ້ອງຖີ່ນ
3. ສ້າງ, ຂັດພິມ, ຄຸ້ມຄອງ, ຈຳໜ່າຍ, ແຈກຢາຍ ແລະ ປັບປຸງບັນດາຜະລິດຕະພັນສິ່ງ ພິມ(ສັງລວມນິຕິກຳການເງິນ, ວາລະສານ, ກົດໝາຍ, ໜັງສືພິມການເງິນ, ແຜນພັບ, ປົດສະເຕີ ແລະ ອືນໆ) ອອກອາກາດທາງໂທລະພາບ, website ພັດທະນາຫ້ອງສະ ໝຸດ, ຫ້ອງມູນເຊື້ອ ແລະ ສຳເນົາບັນດາເອກະສານ, ຂໍ້ມູນຂ່າວສານເພື່ອໂຄສະນາເຜີຍ ແຜ່ອອກສູ່ສັງຄົມ.
4. ຄົ້ນຄວ້າຊອກຫາຕະຫຼາດ ເພື່ອສ້າງລາຍຮັບໃນການໂຄສະນາ ແລະ ການຈຳໜ່າຍ ຜະລິດຕະພັນສິ່ງພິມທີ່ຜະລິດຂຶ້ນ
5. ປະສານສົມທົບກັບບັນດາກົມອ້ອມຂ້າງ, ຂະແໜງການອື່ນໆຂັ້ນສູນກາງ ແລະ ອົງ ການປົກຄອງທ້ອງຖິ່ນ ໃນການສະໜອງຂໍ້ມູນຂ່າວສານ ແລະ ບັນດານິຕິກຳການເງິນ ຕ່າງໆ.
6. ສົມທົບກັບຄະນະນຳຫ້ອງການໃນການປັບປຸງໂຄງປະກອບການຈັດຕັ້ງຂອງພະແນກ ການບັນຈຸ, ສັບຊ້ອນ ແລະ ວາງແຜນບຳລຸງກໍ່ສ້າງພະນັກງານ ເພື່ອນຳສະເໜີຂັ້ນເທິງ ພິຈາລະນາ
7. ຄົ້ນຄວ້າ ແລະ ນຳສະເໜີກ່ຽວກັບການປັບປຸງພາລະບົດບາດພະແນກ ແລະ ບັນດານ ນິຕິກຳທີ່ພົວພັນວຽກງານທີ່ຮັບຜິດຊອບ, ທີ່ເຫັນວ່າບໍ່ສອດຄ່ອງ ຫຼື ບໍ່ທັນມີເພື່ອນຳສະ ເໜີຂັ້ນເທິງພິຈາລະນາຮັບຮອງ
8. ຍາດແຍ່ງການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ການເງິນຈາກຕ່າງປະເທດ, ອົງ ການຈັດຕັ້ງສາກົນ ແລະ ອົງການຈັດຕັ້ງສັງຄົມຕ່າງໆຕາມຄວາມເໝາະສົມເຫັນດີຈາກ ຄະນະນຳກະຊວງກໍ່ຄືຄະນະນຳຫ້ອງການ
9. ຂົນຂວຍ, ຊອກຫາບັນດາແຫ່ຼງຂໍ້ມູນຂ່າວສານ, ສິ່ງພິມຕ່າງໆເພື່ອເປັນບ່ອນອີງໃຫ້ ແກ່ການເຄື່ອນໄຫວວຽກງານ ແລະ ຕອບສະໜອງໃຫ້ແກ່ການນຳ
10. ຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດວຽກງານໂຄສະນາ, ຂໍ້ມູນ ແລະ ຂ່າວສານ ຂອງບັນດາກົມ, ພະແນກການເງິນແຂວງ, ນະຄອນຫຼວງວຽງຈັນ ແລະ ເມືອງຕ່າງໆ ພ້ອມທັງມີວິທີການສ່ອງແສງໂຄສະນາເຜີຍແຜ່ທີ່ເໝາະສົມ ແລະ ທັນເວລາ
11. ຊີ້ນຳວຽກງານທາງດ້ານການເມືອງ ແນວຄິດ ແລະ ວິຊາສະເພາະພາຍໃນຄວາມ ຮັບຜິດຊອບຂອງພະແນກຂອງຕົນ
12. ປະຕິບັດໜ້າທີ່ອື່ນໆຕາມການມອບໝາຍຄະນະນຳກະຊວງ
III. ໂຄງປະກອບກົງຈັກຈັດຕັ້ງ
ພະແນກໂຄສະນາ, ຂໍ້ມູນ ແລະ ຂ່າວສານປະກອບດ້ວຍບັນດາໜ່ວຍງານຄືດັ່ງນີ້:
1. ໜ່ວຍງານສື່ມວນຊົນ
2. ໜ່ວຍງານຫ້ອງສະມຸດ
3. ໜ່ວຍງານຫ້ອງວາງສະແດງມູນເຊື້ອ
4. ໜ່ວຍງານສຳເນົາບັນດາເອກະສານ
5. ໜ່ວຍງານບໍລິຫານ ແລະ ປະຊາສຳພັນ

Departments

ປະຕິທິນ

 
 
1
 
2
 
3
 
4
 
5
 
6
 
7
 
8
 
9
 
10
 
11
 
12
 
13
 
14
 
15
 
16
 
17
 
18
 
19
 
20
 
21
 
22
 
23
 
24
 
25
 
26
 
27
 
28
 
29
 
30
 
 
 
 

ຜູ້ໃຊ້ ເຂົ້າໃຊ້ລະບົບ

ມີໃຜອອນໄລນ໌ແນ່

ປະຈຸບັນນີ້ມີຜູ້ເຂົ້າໃຊ້ລະບົບ 0 ຜູ້ໃຊ້ ແລະ 1 ຜູ້ເຂົ້າຢ້ຽມຊົມ, ອອນໄລນ໌ຢູ່.

ອັດຕາແລກປ່ຽນ

ສະກຸນເງິນ
ຊື້
ຂາຍ
USD
8,158
8,192
THB
261.89
263.20
EUR
10,335
10,386
JPY
96.09
98.02
VND
0.3850
0.3950
ລາຍງານໂດຍ ທະນາຄານການຄ້າຕ່າງປະເທດລາວ
ວັນທີ 03/09/2010

Counter

  • ຜູ້ເຂົ້າຊົມທີ່ຜ່ານມາທັງໝົດ:2,360,838
  • ຜູ້ເຂົ້າຊົມທີ່ບໍ່ຊ້ຳກັນ:9,793
  • ຈຳນວນໜ້ເວບໄຊທັງໝົດ:586
  • ເລກ IP ຂອງທ່ານ:38.107.191.86
  • ເລີ້ມຕັ້ງແຕ່:'20/03/2009'