ພະແນກບໍລິຫານ
ພະແນກບໍລິຫານ
1. ທີ່ຕັ້ງ ແລະ ພາລະບົດບາດ.
- ພະແນກບໍລິຫານ-ຈັດຕັ້ງມີພາລະບົດບາດເປັນເສນາທິການໃຫ້ຄະນະນຳຫ້ອງການກະຊວງ,
ໃນການຈັດຕັ້ງປະຕິບັດ, ການຄຸ້ມຄອງລັດຕາມໜ້າທີ່ ແລະ ສິດຂອບເຂດຂອງຫ້ອງການກະ
ຊວງການເງິນ.
- ຂຶ້ນແຜນການກໍ່ສ້າງ, ຈັດຊື້,ຈັດຈ້າງແບ່ງປັນວັດຖຸອຸປະກອນ, ພາຫະນະເຄື່ອງມືຮັບໃຊ້ວິຊາ
ສະເພາະຂອງບັນດາກົມກອງທີ່ຂຶ້ນກັບກະຊວງຕາມການເຫັນດີຂອງຄະນະນຳຫ້ອງການກະຊວງ ແລະ ປະຕິບັດຕາມດຳລັດຂອງນາຍົກລັດຖະມົນຕີ, ສະບັບ ເລກທີ 03/ນຍ, ລົງວັນທີ 9/1/2004 ແລະ ລົງວັນທີ 12/03/2004 ວ່າດ້ວຍການຈັດຊື້ສິນຄ້າການກໍ່ສ້າງ-ສ້ອມແປງ ແລະ ການບໍລິການດ້ວຍທຶນຂອງລັດ.
- ຄຸ້ມຄອງບຳລຸງຮັກສາ-ສ້ອມແປງວັດຖຸອຸປະກອນ, ພາຫະນະ, ເຄຫະສະຖານທີ່ ເປັນຊັບສິນຂອງກະຊວງ ໃຫ້ສາມາດເຄື່ອນໄຫວຮັບໃຊ້ວຽກງານຢ່າງເປັນປົກກະຕິ.
- ຈັດຕັ້ງປະຕິບັດວຽກງານອະນາໄມຮັກສາຄວາມສະອາດພາຍໃນຕຶກ, ນອກຕຶກຂອງ ຕຶກກະຊວງ ແລະ ຕຶກກຸ່ມລາຍຮັບພ້ອມທັງປະດັບປະດາໃຫ້ມີຄວາມສວຍງາມ.
2. ຂອບເຂດສິດ.
- ສ້າງລະບຽບການຄຸ້ມຄອງໄຟຟ້າ, ນ້ຳປະປາ, ໂທລະສັບ, ອຸປະກອນເຄື່ອງຈັກ, ອຸ ປະກອນຄົງທີ່, ພາຫະນະທີ່ຂຶ້ນກັບຄວາມຮັບຜິດຊອບຂອງຫ້ອງການກະຊວງການເງິນ
3. ໂຄງປະກອບ ບຸກຄະລາກອນ.
- ພະແນກບໍລິຫານ-ຈັດຕັ້ງຫ້ອງການກະຊວງການເງິນ ປະກອບມີຫົວໜ້າພະແນກ 1 ທ່ານໂດຍໄດ້ຮັບ ການແຕ່ງຕັ້ງຈາກທ່ານ ລັດຖະມົນຕີວ່າການກະຊວງການເງິນ, ເປັນ ຜູ້ຊີ້ນຳລວມທາງດ້ານການເມືອງ ແນວຄິດ, ດ້ານວຽກງານວິຊາສະເພາະ, ຮັບຜິດຊອບ ຜົນສຳເລັດ ແລະ ຂໍ້ຂາດຕົກບົກຜ່ອງຕ່າງໆ ໃນການຈັດຕັ້ງຜັນຂະຫຍາຍ ມະຕິຄຳສັ່ງ ຂໍ້ຕົກລົງ, ທິດຊີ້ນຳຂອງຄະນະພັກ, ຄະນະນຳຫ້ອງການກະຊວງ ທີ່ໄດ້ມອບໝາຍໃຫ້.