ກະຊວງການເງິນອວຍພອນ ແລະ ຫວນຄືນມູນເຊື້ອກອງທັບຄົບຮອບ 61ປີ ແລະວັນກຳເນີດຂອງກຳມະບານລາວຄົບຮອບ 54 ປີ
ເພື່ອແນ່ໃສ່ເຮັດໃຫ້ບັນດາອ້າຍນ້ອງພະນັກງານ-ວິຊາການ ຕະຫລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າ ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວ ກັບວິລະກຳອັນກ້າຫານເຂັ້ມແຂງຂອງບັນດາອ້າຍນ້ອງທະຫານ ກໍຄືກອງກຳລັງອັນເດັດດ່ຽວທີ່ປະກອບສ່ວນຢ່າງບໍ່ເສຍດາຍຊີວິດເລືອດເນື້ອ ປະກອບສ່ວນເຂົ້າໃນ ທຸກຫນ້າທີ່ວຽກງານໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງເປັນ ກ້າວໆມາ.
ໃນຕອນເຊົ້າວັນທີ 27 ມັງກອນ 2010 ຢູ່ທີ່ກະຊວງການເງິນ ໄດ້ພ້ອມກັນຮັບຟັງການປະຖະກະຖາ ເນື່ອງໃນໂອກາດວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 61 ປີ ( 20/1/1949 -20/01/2010 ) ໂດຍໃຫ້ກຽດຂຶ້ນປະຖະກະຖາຂອງທ່ານພັນເອກ ວັນຄຳ ໄຊມຸນຕີ ກຳມະການຄະນະບໍລິຫານງານ ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ເຂົ້າຮ່ວມຮັບຟັງໂດຍທ່ານ ສົມດີ ດວງດີ ລັດຖະມົນຕີກະຊວງ ການເງິນ, ເລຂາຄະນະພັກກະຊວງ, ຕະຫລອດເຖິງພະນັກງານ ລັດຖະກອນ ອ້ອມຂ້າງກະຊວງ ການເງິນ ເກືອບ 200 ທ່ານ.
ໂອກາດນີ້ ທ່ານພັນເອກ ວັນຄຳ ໄຊມຸນຕີ ກໍໄດ້ຍົກໃຫ້ເຫັນການກຳເນີດ ການເຕີບໃຫຍ່ຂະຫຍາຍຕົວ ແລະມູນເຊື້ອການຕໍ່ສູ້ອັນພິລະອາດຫານ ແລະຜົນງານຂອງກອງທັບປະຊາຊົນລາວ ໃນແຕ່ລະໄລຍະ ຊຶ່ງໄດ້ຕໍ່ສູ້ບໍ່ຍ່ອມຈຳນົນຕໍ່ສັດຕູທຸກໂຕ ດ້ວຍຄວາມສາມັກຄີເປັນປຶກແຜນຂອງປະ ຊາຊົນບັນດາເຜົ່າ ພາຍໃຕ້ການນຳພາອັນສະຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ຈຶ່ງສາມາດຍາດໄດ້ ໄຊຊະນະ ແລະປະກາດສະ ຖາປະນາເປັນ ສປປ ລາວ ໃນປີ 1975 ເປັນຕົ້ນມາ ໃນໂອກາດດຽວກັນນີ້ ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານ ລາວ ຄົບຮອບ 54 ປີ ( 1/2/1956 -1/2/2010 ) ຊຶ່ງທ່ານກໍໄດ້ຍົກໃຫ້ເຫັນເຖິງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ການ ສ້າງຕັ້ງ ສະຫະພັນກຳມະບານລາວ ຜົນງານກໍຄືການເຄື່ອນໄຫວໃນແຕ່ລະໄລຍະອີກດ້ວຍ.
ກ່ອນຫນ້ານີ້ໃນວັນທີ 14 ມັງກອນ 2010 ຜ່ານມາ ທີ່ກະຊວງປ້ອງກັນປະເທດ, ທ່ານ ສົມດີ ດວງດີ ລັດຖະມົນຕີ ວ່າກະຊວງການເງິນ ພ້ອມດ້ວຍຫົວຫນ້າຫ້ອງການ ແລະບັນດາຫົວຫນ້າກົມ ຮອງກົມ ໄດ້ນຳເອົາກະຕ່າດອກໄມ້ເຂົ້າອວຍພອນ ທ່ານພົນຕີ ຈັນສະຫມອນ ຈັນຍາລາດ ກຳມະການສູນ ກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ ພ້ອມຄະນະນຳກະຊວງດັ່ງກ່າວ ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 61 ປີ.