ເບຍລາວບຸກຕະຫລາດພາກເຫນືອ ແນະນຳຜະລິດຕະພັນໃຫມ່
ບໍລິສັດເບຍລາວ ບຸກຕະຫລາດພາກເຫນືອ ແນະນຳຜະລິດຕະພັນໃຫມ່ ” ເບຍລາວໂກຣ ” ເປັນທາງ ການທີ່ແຂວງອຸດົມໄຊ ຫວັງເພີ່ມຍອດຂາຍໃນເຂດພາກເຫນືອ.
ບໍລິສັດເບຍລາວຈຳກັດ ໄດ້ຈັດພິທີສະເຫນີຜະລິດຕະພັນໃຫມ່ໂດຍມີຊື່ວ່າ: ເບຍລາວໂກຣ ຂຶ້ນທີ່ພັດ ຕະຄານລືໄຊ ແຂວງອຸດົມໄຊ ທ້າຍອາທິດຜ່ານມາ ໂດຍເປັນກຽດເຂົ້າຮ່ວມມີທ່ານ ບຸນປອນ ວັນນະ ຈິດ ຮອງເຈົ້າແຂວງໆອຸດົມໄຊ, ມີທ່ານ ບຸນກັນ ກຸລະບຸດ ຜູ້ຊ່ວຍຜູ້ອຳນວຍການ ບໍລິສັດເບຍລາວ ຈຳກັດ ພ້ອມດ້ວຍບັນດາຮ້ານຄູ່ຮ່ວມທຸລະກິດຂອງບໍລິສັດເບຍລາວ ຈາກ 4 ແຂວງພາກເຫນືອຄື: ແຂວງອຸດົມໄຊ, ຜົ້ງສາລີ, ຫລວງນ້ຳທາ ແລະບໍ່ແກ້ວເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ບຸນກັນ ກຸລະບຸດໄດ້ ກ່າວວ່າ: ” ເບຍລາວໂກຣ ” ພິເສດແມ່ນການປຸງແຕ່ງດ້ວຍ ຊາຟອຍຮ໋ອບ ( Saphirearomahops ) ທີ່ມີກິ່ນຫອມ ແລະຄຸນນະພາບສູງຈາກປະເທດ ເຢຍລະ ມັນ ເປັນຜະລິດຕະພັນຊັ້ນຫນຶ່ງຂອງບໍລິສັດເບຍລາວຈຳກັດ ບໍລິສັດເບຍລາວໄດ້ໃຊ້ເວລາຫລາຍ ກວ່າ 1 ປີ ໃນການພັດທະນາເບຍລາວໂກຣເພື່ອໃຫ້ໄດ້ລົດຊາດທີ່ດີ ແລະເປັນທາງເລືອກໃຫມ່ ຂອງ ຜູ້ບໍລິໂພກ ເຊິ່ງເບຍລາວໂກຣ ໄດ້ເປີດຕົວຢ່າງເປັນທາງການໃນວັນທີ 15 ມັງກອນ 2010 ນີ້ ທີ່ສູນ ການລາວ-ໄອເຕັກ ນະຄອນຫລວງວຽງຈັນ ເບຍລາວໂກຣໄດ້ເລີ່ມຈຳຫນ່າຍອອກສູ່ຕະຫລາດ ໃນ ວັນທີ 18 ມັງກອນ ເຊິ່ງຜູ້ບໍລິໂພກສາມາດຊື້ໄດ້ຕາມຮ້ານຄ້າທົ່ວໄປ.ພ້ອມນີ້ທາງບໍລິສັດເບຍລາວ ຈຳກັດ ຍັງໄດ້ມອບເງິນຈຳນວນ 50 ລ້ານກີບ ໃຫ້ພະແນກສາທາລະນະສຸກແຂວງອຸດົມໄຊ ເພື່ອນຳ ໃຊ້ເຂົ້າໃນການພັດທະນາອຸປະກອນການແພດຢູ່ໂຮງຫມໍແຂວງ, ແລະໃນໂອກາດດຽວກັນນີ້ ທາງບໍ ລິສັດເບຍລາວຍັງໄດ້ມອບໃບກຽດຕິຄຸນໃຫ້ບັນດາຮ້ານອາຫານ-ຮ້ານບັນເທີງທີ່ມີຍອດຂາຍ ປະ ເພດດີເດັ່ນຈຳນວນ 15 ໃບ ພ້ອມທັງຊິງໂຊກເອົາລາງວັນປະກອບມີເຄື່ອງດີວີດີ 10 ເຄື່ອງ, ໂທລະ ພາບສີ 21 ນິ້ວ 5 ເຄື່ອງ ແລະແອວຊີດີໂປຣເຈັກເຕີ 1 ເຄື່ອງ ໃຫ້ຄູ່ຮ່ວມທຸກິດຂອງບໍລິສັດ ເບຍລາວ ຕື່ມອີກ.