ນະຄອນຫລວງວຽງຈັນ
ວັນທີ 19 ມັງກອນ 2010 ຢູ້ທີ່ຫ້ອງການປົກຄອງເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ຮັບຟັງການແນະນຳວິທີໃຊ້ບັດເອທີເອັມ ( ATM ) ກົດເອົາເງິນເດືອນຜ່ານລະບົບທະນາ ຄານ-ການຄ້າຕ່າງປະເທດລາວ.
ເປັນກຽດເຂົ້າຮ່ວມຂອງທ່ານ ຈືວາ ໄຊຕົງ ເຈົ້າເມືອງປາກງື່ມ ພ້ອມດ້ວຍບັນດາຫົວຫນ້າ ຫ້ອງການອ້ອມຂ້າງເມືອງ ທ່ານ ສັນຍາ ປຣະເສີດ ຮອງຫົວຫນ້າຫ້ອງການ ກະຊວງການເງິນ ແລະທ່ານ ວັນຄຳ ວໍລະວົງ ຮອງຜູ້ອຳນວຍການທະນາຄານ ການຄ້າຕ່າງປະເທດລາວ ໄດ້ແນະ ນຳວິທີການເບີກຈ່າຍເງິນເດືອນໃຫ້ພະນັກງານ ລັດຖະກອນ ຜູ້ທີ່ນຳໃຊ້ບັດເອທີເອັມ ຜ່ານລະ ບົບທະນາຄານ ທີ່ໄດ້ເລີ່ມປະຕິບັດມາ ແຕ່ເດືອນ ພະຈິກ 2009 ຜ່ານມາຈຸດປະສົງແມ່ນເຮັດໃຫ້ ການຄຸ້ມຄອງ-ການຮັບເງິນເດືອນຂອງພະນັກງານມີຄວາມປະຢັດ ຄວາມປອດໄພ ວ່ອງໄວ ເຫມາະສົມ ມີຄວາມສະດວກ ໃກ້ກັບສາກົນເທື່ອລະກ້າວ ແລະພະນັກງານຜູ້ທີ່ນຳໃຊ້ບັດເອທີ ເອັມໄປເຮັດວຽກຂຶ້ນເຫນືອ-ລົງໃຕ້ ທີ່ມີຄວາມ ຕ້ອງການໃຊ້ຈ່າຍ ກໍສາມາດເອົາບັດຂອງຕົນໄປ ກົດເອົາໄດ້ຫມົດທຸກບ່ອນ ທີມີຕູ້ເອທີເອັມ ( ATM ) ແລະບໍ່ຈຳເປັນຈະຖືເງິນຕິດຕົວ ເປັນ ຈຳ ນວນຫລວງຫລາຍ ຮັບປະກັນບໍ່ໃຫ້ຕົກເຮ່ຍຢູ່ໃນສາຍຕາຂອງກຸ່ມຄົນບໍ່ດີ ທັງທົບທວນຄືນວ່າ: ຜ່ານໄລຍະຈັດຕັ້ງປະຕິບັດ ມີຄວາມສະດວກ ຄວາມຫຍຸ້ງຍາກແນວໃດ ທີ່ຄວນໄດ້ປັບປຸງດ້ານ ຂອດການບໍລິການຂອງພະນັກງານໃຫ້ດີຂຶ້ນກວ່າເກົ່າ ສະນັ້ນທຸກພາກສ່ວນຈົ່ງຫັນເຂົ້າມານຳ ໃຊ້ບັດ ATM ໃຫ້ໄດ້ຕາມທິດຊີ້ນຳຂອງຂັ້ນເທິງ-ທັງເປັນການປະຢັດທຶນຮອນຂອງຕົນໄວ້ກັບ ທະນາຄານຕື່ມອີກ.