ເລັ່ງເຜີຍແຜ່ແນະນຳ ການນຳໃຊ້ອາກອນມູນຄ່າເພີ່ມ

ວັນທີອອກຂ່າວ: 
02/02/2010

       ໃນວັນທີ 14 ມັງກອນ 2010 ຜ່ານມ​າ, ເຖິງ​ວ່າ​ຈະ​ປະກາດ​ນຳ​ໃຊ້ ອາກອນ​ມູນ​ຄ່າ​ເພີ່ມ ຢ່າງ​ເປັນ​ທາງ​ການ ໃນ​ວັນ​ທີ 1 ມັງກອນ 2010 ເປັນຕົ້ນມາ ນະຄອນຫລວງ​ວຽງ​ຈັນ ຍັງ​ສືບຕໍ່​ຈັດ​ກອງ​ປະຊຸມ​ເຜີຍ​​ແຜ່​ແນະນຳ​ການ​ນຳ​ໃຊ້​ອາກອນ​ມູນ​ຄ່າ​ເພີ່ມຕື່ມ​ອີກ​ເປັນຄັ້ງທີ 2 ຫລັງໄດ້​ມີ​ການ ຈັດ​ຜ່ານ​ມາ ​ໃນ​ທ້າຍ​ເດືອນ​ທັນວາ 2009 ໃຫ້​ແກ່​ບັນດາ​ຫົວຫນ່ວຍ​ທຸລະ​ກິດ​ທີ່​ຂຶ້ນກັບ​ພະ​ແນ​ກ ສ່ວຍ​ສາ​ອາກອນ​ນະຄອນຫລວງ​ວຽງ​ຈັນ. ຊຶ່ງມີ​ບັນດານັກທຸລະກິດ ຈາກ 500 ຫົວຫນ່ວຍທຸລະ ກິດໃນນະຄອນຫລວງວຽງຈັນເຂົ້າຮ່ວມຮັບຟັງ 1000 ກວ່າຄົນ ໂດຍ ການເປັນປະທານຂອງ ທ່ານດຣ.ອານຸພາບ ຕຸລາຄົມ, ຮອງເຈົ້າຄອງ ທັງເປັນຜູ້ຊີີ້ນຳວຽກງານ ເສດຖະກິດນະຄອນ ຫລວງວຽງຈັນ; ມີທ່ານ ສຳເພົາ ເລົາສີ ຫົວຫນ້າພະແນກສ່ວຍສາອາກອນ ນະຄອນຫລວງ ແລະ ທ່ານ ສຸລິຍາ ມະນີວົງ ຫົວຫນ້າພະແນກນິຕິກຳ ກົມສ່ວຍສາອາກອນ ເປັນຜູ້ໃຫ້ການເຜີຍແຜ່ ແນະນຳ ການປະຕິບັດອາກອນມູນຄ່າເພີ່ມໃນຄັ້ງນີ້ ເພື່ອຫວັງໃຫ້ບັນດາຫົວຫນ່ວຍທຸລະກິດ ທີ່ຂຶ້ນກັບພະແນກສ່ວຍສາອາກອນ ນະຄອນຫລວງ ເຂົ້າໃຈເລິກເຊິງກ່ຽວກັບການປະຕິບັດອາ ກອນມູນຄ່າເພີ່ມ ແລະກົດກມາຍ ວ່າດ້ວຍອາກອນມູນຄ່າເພີ່ມທີ່ເລີ່ມ ປະຕິບັດແຕ່ເດືອນມັງ ກອນ 2010 ເປັນຕົ້ນໄປ. ທັງນີ້, ກໍເພື່ອໃຫ້ບັນລຸລະ ບົບການເກັບອາກອນໃຫ້ ເຂັ້ມແຂງທັນ ສະພາບການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ການຮ່ວມມືກັບສາກົນ; ທັງເປັນ ການແກ້ ໄຂບັນຫາການເກັບອາກອນແບບຊ້ຳຊ້ອນເພື່ອເຮັດໃຫ້ມີຄວາມຢຸດຕິທຳ ແລະ ຄວາມສະເຫມີ ພາບຕໍ່ຫນ້າກົດຫມາຍຢູ່ໃນສັງຄົມ, ປົກປ້ອງຜົນປະໂຫຍດຜູ້ນຳໃຊ້, ຫລຸດຜ່ອນຊ່ອງວ່າງ ການ ຮົ່ວໄຫລຂອງລາຍຮັບ ແລະປະກົດການຫຍໍ້ທໍ້ຕ່າງໆລົງ, ທັງເປັນການສ້າງລາຍຮັບ ແຫ່ງຊາດ ເພີ່ມຂຶ້ນຈາກການສູນເສຍລາຍຮັບໃນການຫລຸດຜ່ອນອັດຕາພາສີຂາເຂົ້າຕາມຂໍ້ຜູກພັນເຂດການຄ້າເສລີ ( CEPT-AFTA ).ແນວໃດກໍຕາມ ການນຳໃຊ້ອາກອນ ມູນຄ່າເພີ່ມຈະສົ່ງຜົນໃຫ້ ສິນຄ້າຢູ່ພາຍໃນມີລາຄາສູງຂຶ້ນ ເນື່ອງຈາກວ່າອາກອນມູນຄ່າເພີ່ມມີການບວກຕື່ມອີກ 5% ເປັນ 10% ຈາກອາກອນຕົວເລກທຸລະກິດ.

Departments

ປະຕິທິນ

 
 
1
 
2
 
3
 
4
 
5
 
6
 
7
 
8
 
9
 
10
 
11
 
12
 
13
 
14
 
15
 
16
 
17
 
18
 
19
 
20
 
21
 
22
 
23
 
24
 
25
 
26
 
27
 
28
 
29
 
30
 
 
 
 

ຜູ້ໃຊ້ ເຂົ້າໃຊ້ລະບົບ

ມີໃຜອອນໄລນ໌ແນ່

ປະຈຸບັນນີ້ມີຜູ້ເຂົ້າໃຊ້ລະບົບ 0 ຜູ້ໃຊ້ ແລະ 1 ຜູ້ເຂົ້າຢ້ຽມຊົມ, ອອນໄລນ໌ຢູ່.

ອັດຕາແລກປ່ຽນ

ສະກຸນເງິນ
ຊື້
ຂາຍ
USD
8,158
8,192
THB
261.89
263.20
EUR
10,335
10,386
JPY
96.09
98.02
VND
0.3850
0.3950
ລາຍງານໂດຍ ທະນາຄານການຄ້າຕ່າງປະເທດລາວ
ວັນທີ 03/09/2010

Counter

  • ຜູ້ເຂົ້າຊົມທີ່ຜ່ານມາທັງໝົດ:2,360,860
  • ຜູ້ເຂົ້າຊົມທີ່ບໍ່ຊ້ຳກັນ:9,793
  • ຈຳນວນໜ້ເວບໄຊທັງໝົດ:586
  • ເລກ IP ຂອງທ່ານ:38.107.191.85
  • ເລີ້ມຕັ້ງແຕ່:'20/03/2009'