ພະແນກພິທີການ ແລະ ພົວພັນ
ພະແນກພິທີການ ແລະ ພົວພັນ
1. ພາລະບົດບາດ.
ພະແນກພົວພັນຮ່ວມມື ເປັນເສນາທິການໃຫ້ຄະນະນໍາຫ້ອງການກະຊວງການເງິນໃນ ການພົວພັນສອງດ້ານ ແລະ ຫຼາຍດ້ານກັບສາກົນທີ່ເຂົ້າມາພົວພັນກັບຄະນະນໍາກະຊວງ ການເງິນໂດຍກົງ ແລະ ບັນດາກົມອ້ອມຂ້າງທີ່ພົວພັນກັບສາກົນ, ຂຶ້ນແຜນຮັບໃຊ້ກອງ ປະຊຸມ ແລະ ວຽກພິທີການຕ່າງໆພ້ອມທັງສະຫຼຸບການເຄື່ອນໄຫວໃນການພົວພັນສາກົນ ຕາມພາລະບົດບາດ.
2. ສິດ ແລະ ໜ້າທີ່.
- ປະສານກັບຄະນະຊີ້ນໍາການຮ່ວມມືເພື່ອຕິດຕາມແຜນເຄື່ອນໄຫວຂອງການພົວພັນຮ່ວມມືສອງ
ຝ່າຍ ແລະ ຫຼາຍຝ່າຍລະຫວ່າງກະຊວງການເງິນກັບອົງການທີ່ກ່ຽວຂ້ອງ.
- ປະສານສົມທົບກັບບັນດາກົມ,ບັນດາພະແນກຂອງຫ້ອງການເພື່ອຕິດຕາມວຽກງານຄຸ້ມຄອງ
ຊ່ຽວຊານທີ່ເຮັດໜ້າທີ່ຢູ່ບັນດາກົມອ້ອມຂ້າງ ແລະ ແຕ່ລະໂຮງຮຽນທີ່ຂຶ້ນກັບກະຊວງການເງິນ.
- ຮັບຜິດຊອບວຽກງານພິທີການ,ຮັບແຂກຕ່າງໆ ທີ່ສະເໜີຂໍເຂົ້າຢ້ຽມຂໍ່ານັບຄະນະນໍາ.
- ຮັບຜິດຊອບຈັດພິທີສົ່ງ-ຮັບຄະນະນໍາກະຊວງ ທີ່ໄປຮ່ວມກອງປະຊຸມຢູ່ຕ່າງປະເທດ ພ້ອມທັງ
ເຮັດວີຊ້າພາດສ໌ປອດ,ຈອງປີ້ຍົນໄປກັບແຈ້ງອອກຢູ່ສະໜາມບິນ,ຈອງຫ້ອງກຽດຕິຍົດສະໜາມບິນ.
- ຈັດພິທີສະເຫຼີມສະຫຼອງວັນປະຫວັດສາດຕ່າງໆຂອງຊາດທີ່ຫ້ອງການເປັນເຈົ້າພາບ,ພ້ອມທັງ
ຈັດພິທີອວຍພອນໃຫ້ຄະນະນໍາ,ປະສານກັບບັນດາກົມເຂົ້າຮ່ວມພິທີ.
- ປະສານກັບອົງການຈັດຕັ້ງສາກົນຕ່າງໆ ກ່ຽວກັບວຽກງານກະກຽມການຕ້ອນຮັບໃນໂອກາດທີ່
ຄະນະຜູ້ແທນສະເໜີເຂົ້າຢ້ຽມຂໍ່ານັບ ແລະ ເຮັດວຽກກັບຄະນະນໍາ,ກະກຽມສະຖານທີ່ຕາມການຊີ້
ຂອງຄະນະນໍາກະຊວງ.
- ຂຶ້ນແຜນງົບປະມານຮັບໃຊ້ໃນການຕ້ອນຮັບຄະນະຕ່າງໆ.
- ວຽກງານຈັດພິມບັດເຊີນຕ່າງໆເຊັ່ນ: ບັດເຊີນເຂົ້າຮ່ວມງານພົບປະສອງຝ່າຍ,ພິທີເຊັນສັນຍາ
ງານລ້ຽງຕ່າງໆ ແລະ ບັດຊື່ຕັ້ງໂຕະໃນງານລ້ຽງ,ໂຕະປະຊຸມເພື່ອໃຫ້ສອຄ່ອງກັບລະດັບຜູ້ສໍາຄັນ
ທີ່ເຮົາຈະໃຫ້ກຽດໃນແຕ່ລະໂອກາດຢ່າງເໝາະສົມ.
- ຮັບຜິດຊອບຮ່າງໃບສະເໜີທາງລັດຖະການ ເພື່ອຂໍອະນຸຍາດນໍາບັນດາຜູ້ແທນຕ່າງໆ ເຂົ້າຢ້ຽມ
ຂໍ່ານັບຄະນະນໍາກະຊວງຕ່າງໆ ໃນໂອກາດທີ່ມີຄະນະຜູ້ແທນມາຢ້ຽມຢາມ ແລະ ເຮັດວຽກນໍາ
ກະຊວງການເງິນ.
- ຮ່າງໃບສະເໜີຫາຫ້ອງການ ກະຊວງການຕ່າງປະເທດ ເພື່ອແຈ້ງໃຫ້ສະຖານທູດລາວຢູ່ປະຈໍາ
ຢູ່ປະເທດທີ່ຄະນະນໍາກະຊວງທີ່ຈະເດີນທາງໄປຮ່ວມກອງປະຊຸມເພື່ອອອກມາຮັບ ແລະ ອໍາ
ນວຍຄວາມສະດວກ.
- ຮ່າງໃບສະເໜີຫາ ກົມພິທີການທູດ ກະຊວງການຕ່າງປະເທດ ພົວພັນເອົາພາຫານະຮັບໃຊ້
ແລະ ລົດຈະລາຈອນເປີດທາງ.
- ປະສານສົມທົບກັບພາກສ່ວນຕ່າງໆກ່ຽວກັບການກິນຢູ່ພັກເຊົາທັງແຂກພາຍໃນ ແລະ ຕ່າງປະ ເທດໃນເວລາທີ່ມີຄະນະຜູ້ແທນທີ່ເຂົ້າມາເຮັດວຽກນໍາກະຊວງການເງິນ.
- ວຽກງານຄຸ້ມຄອງວຽກງານອານາໄມ,ປະດັບປະດາພາຍໃນກະຊວງ ແລະ ຄວາມເປັນລະບຽບ
ຮຽບຮ້ອຍ.
- ສະໜອງຂໍ້ມູນຂ່າວສານໃນເວລາທີ່ມີການພົບປະສອງຝ່າຍ,ການເຂົ້າຢ້ຽມຄະນະນໍາກະຊວງ
ແລະ ເວລາທີ່ມີການເຊັນສັນຍາຮ່ວມມືຕ່າງໆ.
3. ໂຄງຮ່າງການຈັດຕັ້ງ ແລະ ບຸກຄະລາກອນ.
- ພະແນກພົວພັນຮ່ວມມືສາກົນມີຫົວໜ້າພະແນກ 1 ທ່ານ, ຮອງພະແນກ 1 ທ່ານ ແລະ
ປະກອບມີພະນັກງານວິຊາການຈໍານວນໜຶ່ງເພື່ອເປັນເສນາທິການຊ່ວຍວຽກພະແນກ.
- ພະແນກພົວພັນຮ່ວມມືສາກົນປະກອບມີ 2 ໜ່ວຍງານ
+ ໜ່ວຍງານພິທີການ ແລະ ຮັບແຂກ.
+ໜ່ວຍງານພົວພັນສອງຝ່າຍແລະສະຫຼຸບວຽກງານ.