ສປປ ລາວ ແລະ ສ. ເກົາຫລີ ບັນລຸການຮ່ວມມືສ້າງຕັ້ງຕະຫລາດຫລັກຊັບ

ມື້ວານນີ້ ທີ່ແຂວງຫລວງພະບາງ ທະນາຄານແຫ່ງ ສປປ ລາວ ( BOL ) ແລະ ຕະຫລາດ ຫລັກຊັບ ສ. ເກົາຫລີ ( KRX ) ໄດ້ບັນລຸການເຊັນສັນຍາຮ່ວມທຶນສ້າງຕັ້ງຕະຫລາດຫລັກຊັບຢູ່ລາວ ເຊິ່ງຕາງຫນ້າໃຫ້ລັດຖະບານ ສປປ ລາວ ໂດຍ: ທ່ານ ພູເພັດ ຄຳພູວົງ ຜູ້ວ່າການທະນາ ຄານແຫ່ງ ສປປ ລາວ, ຝ່າຍ ສ. ເກົາຫລີ ໂດຍແມ່ນທ່ານ Pung-Hwan Lee ປະທານຫລັກຊັບ ເກົາຫລີ ເປັນຄູ່ຮ່ວມເຊັນສັນຍາ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງບັນດາ ທ່ານ ນາຍົກລັດຖະມົນຕີ, ອຳນາດການປົກຄອງແຂວງຫລວງພະບາງ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ.
ໃນສັນຍາການຮ່ວມທຶນສ້າງຕັ້ງຕະຫລາດຫລັກຊັບສະບັບນີ້ ໄດ້ກຳນົດສັດສ່ວນການຖືຮຸ້ນ ແລະ ຄວາມຮັບຜິດຊອບຂອງແຕ່ລະຝ່າຍ ເຊິ່ງທະນາຄານແຫ່ງ ສປປ ລາວ ຖືຮຸ້ນ 51% ແລະ ຕະ ຫລາດຫລັກຊັບເກົາຫລີຖືຮຸ້ນ 49% ໂດຍທີ່ຝ່າຍລາວຮັບຜິດຊອບໃນດ້ານສະຖານທີ່ ແລະ ອາຄານ ຕະຫລາດຫລັກຊັບ, ສຳລັບຝ່າຍ ສ. ເກົາຫລີ ແມ່ນຮັບຜິດຊອບດ້ານການພັດທະນາລະບົບຊອບແວ, ຮາດແວ ແລະ ໃຫ້ການຊ່ວຍເຫລືອດ້ານການພັດທະນາຊັບພະຍາກອນມະນຸດທີ່ຈະນຳໃຊ້ໃນການ ເຄື່ອນໄຫວຂອງຕະຫລາດຫລັກຊັບ, ນອກນີ້ສັນຍາກໍໄດ້ກຳນົດໂຄງ ສ້າງການຈັດຕັ້ງ, ການບໍລິການ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງກັບການຈັດຕັ້ງການເຄື່ອນໄຫວ ຂອງຕະຫລາດຫລັກຊັບຢູ່ ສປປ ລາວ.
ທ່ານ ພູເພັດ ຄຳພູວົງ ໃຫ້ຄວາມເຫັນເຊິ່ງບາງຕອນທ່ານກ່າວວ່າ: ລັດຖະບານແຫ່ງ ສປປ ລາວໄດ້ມີແຜນສ້າງຕັ້ງຕະຫລາດຫລັກຊັບຢູ່ ສປປ ລາວ ພາຍໃນທ້າຍປີ 2010 ໂດຍໄດ້ມອບໃຫ້ທະ ນາຄານ ແຫ່ງ ສປປ ລາວ ເປັນເຈົ້າການລິເລີ່ມ ແລະ ຮັບຜິດຊອບໂຄງການດັ່ງກ່າວ ເພື່ອເຮັດໃຫ້ ວຽກງານຄຸ້ມຄອງຫລັກຊັບ ແລະ ຕະຫລາດຫລັກຊັບມີຄວາມຄ່ອງຕົວ ແລະ ເທດເຫມາະກັບຄວາມ ເປັນຈິງ ໃນວັນທີ 25 ພຶດສະພາ 2009 ນາຍົກລັດຖະມົນຕີ ໄດ້ຕົກລົງແຕ່ງຕັ້ງຄະນະກຳມະການຄຸ້ມ ຄອງຫລັກຊັບ ແລະ ຕະຫລາດຫລັກຊັບ ເພື່ອຊີ້ນຳການສ້າງປັດໄຈສຳລັບການສ້າງຕັ້ງຕະຫລາດ ຫລັກຊັບ ເຊິ່ງປະກອບມີ: ທ່ານ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານເປັນປະທານ ແລະ ມີຄະນະກຳມະການອີກ 9 ທ່ານ.
ທ່ານ Jung-Hwan Lee ໄດ້ໃຫ້ຄຳເຫັນວ່າ: ຈຸດປະສົງຂອງການສັນຍາສະບັບນີ້ແມ່ນເພື່ອ ສ້າງຕັ້ງ ແລະ ດຳເນີນກິດຈະການຕະຫລາດຫລັກຊັບຢູ່ ສປປ ລາວ ເຊິ່ງແມ່ນໃນພື້ນຖານໂຄງລ່າງ ທີ່ສຳຄັນເພື່ອສະຫນັບສະຫນູນ ແລະ ເອື້ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາຕະຫລາດ ທຶນຢູ່ ສປປ ລາວ ໃຫ້ປະສົບຜົນສຳເລັດ.
ຕະຫລາດຫລັກຊັບທີ່ຈະສ້າງຕັ້ງຂຶ້ນໂດຍ ທຫລ ຮ່ວມກັບຕະຫລາດຫລັກຊັບເກົາຫລີຈະ ເປັນສື່ກາງຕະຫລາດທຶນຕົ້ນຕໍ ທັງຈະເປັນໂອກາດໃຫ້ບັນດານັກລົງທຶນ ສາມາດເພີ່ມລາຍຮັບຂອງ ຕົນ ໂດຍມີບົດບາດໃນການສະຫນອງແຫລ່ງເງິນທຶນ ໃຫ້ແກ່ບັນດາບໍລິສັດຈົດທະບຽນໃນຕະຫລາດ ຫລັກຊັບ ດັ່ງນັ້ນ ການສ້າງຕັ້ງຕະຫລາດຫລັກຊັບ ຈະເປັນຂີດຫມາຍທີ່ສຳຄັນ ເພື່ອປະກອບສ່ວນ ເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດແຕ່ປີ 2006-2010.
ທ່ານ ປະທານຕະຫລາດຫລັກຊັບ ສ. ເກົາຫລີ ຢືນຢັນວ່າ: ໃນຖານະປະທານຕະຫລາດຫລັກຊັບ ສ. ເກົາຫລີ ຂໍໃຫ້ຄຳຫມັ້ນສັນຍາວ່າ: ຈະອຸທິດ ແລະ ຮັບຜິດ ຊອບຢ່າງເຕັມທີ່ຕໍ່ໂຄງການນີ້, ພວກເຮົາຈະເຮັດພາລະບົດບາດຂອງຕົນ ໂດຍໃຫ້ບຸລິມະສິດສູງສຸດ ຕະຫລອດໂຄງການໃຫ້ສຳເລັດ ແລະ ສືບຕໍ່ພາຍຫລັງທີ່ບໍລິສັດຮ່ວມທຶນ ໄດ້ຮັບການສ້າງຕັ້ງຂຶ້ນ.