ກົມສ່ວຍສາອາກອນ ແລະ ສໍານັກງານຂໍ້ມູນ ຕ້ານການຟອກເງິນ ລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU)

ພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ກົມສ່ວຍສາອາກອນ, ກະຊວງການເງິນ ແລະ ສໍານັກງານຂໍ້ມູນ ຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 05 ມິຖຸນາ 2026, ໂດຍການເຂົ້າຮ່ວມພິທີລົງນາມປະກອບມີ ທ່ານ ຄຳພັນ ພັນທຸລັກ ຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ ແລະ ທ່ານ ສະຫວັນດວງຈິດ ແສງເດືອນ ວ່າການແທນຫົວໜ້າ ສຳນັກງານຂໍ້ມູນຕ້ານການຟອກເງິນ, ທະນາຄານແຫ່ງ ສປປ ລາວ. ມີ ຮອງຫົວໜ້າກົມ, ຜູ້ຕາງໜ້າຈາກ ຫ້ອງການ ກະຊວງການເງິນ, ຫ້ອງການ ທະນາຄານແຫ່ງ ສປປ ລາວ, ຄະນະພະແນກ ອ້ອມຂ້າງກົມສ່ວຍສາອາກອນ, ສຳນັກງານຂໍ້ມູນຕ້ານການຟອກເງິນ ແລະ ແຂກຮັບເຊີນເຂົ້າຮ່ວມ.

ເບິ່ງຂ່າວເພີ່ມເຕິມ

ຂ່າວ ສາມອົງການຈັດຕັ້ງ

ເຂົ້າເບິ່ງທັງໝົດ

ເຂົ້າເບິ່ງໃນປີນີ້

ເຂົ້າເບິ່ງໃນເດືອນນີ້

ເຂົ້າເບິ່ງໃນມື້ນີ້

© 2025 Copyright: ກະຊວງການເງິນ, ສປປ ລາວ