

ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ ເຂົ້າຢ້ຽມຂໍ່ານັບນາຍົກລັດຖະມົນຕີ
ໃນວັນທີ 30 ມີນາ 2017 ທ່ານ ດິງ ຕ້ຽນ ຢຸ້ງ ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ, ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ສໍານັກງານນາຍົກລັດຖະມົນຕີໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ສປປ ລາວ ໃນລະຫວ່າງວັນທີ 29-30 ມີນາ 2017.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງ ທ່ານ ດິງ ຕ໊ຽນ ຢຸ້ງ ພ້ອມດ້ວຍຄະນະ, ໃນການມາຢ້ຽມຢາມຄັ້ງນີ້ແມ່ນເປັນສັນຍາລັັກອັນດີໃນການພົວພັນຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະຫວ່າງສອງກະຊວງການເງິນ ລາວ-ຫວຽດນາມ ເຊິ່ງໄດ້ຮັບການຊີ້ນໍາລົງເລິກຂອງຄະນະນໍາຂອງສອງກະຊວງ, ບັນດາກົມກອງຂອງທັງສອງ ໄດ້ມີການເອົາໃຈໃສ່ຜັນຂະຫຍາຍເນື້ອໃນການຮ່ວມມືຕາມແຜນການຮ່ວມມືທີ່ໄດ້ກໍານົດໄວ້ ໂດຍຕິດແທດກັບຄວາມຕ້ອງການຕົວຈິງຂອງຝ່າຍລາວ ແລະ ຄວາມສາມາດຕອບສະໜອງຂອງສອງຝ່າຍ.
ທ່ານ ດິງຕ້ຽນ ຢຸ້ງ ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາຍົກ ທີ່ໄດ້ໃຫ້ການຕ້ອນຮັບການມາຢ້ຽມຢາມ ແລະ ເຮັດວຽກຮ່ວມກັບກະຊວງການເງິນລາວຂອງຄະນະໃນຄັ້ງນີ້ ຢ່າງອົບອຸ່ນ ແລະ ທັງເປັນການຮັດແໜ້ນສາຍພົວພັນສາມັກຄີຮັກແພງ ລະຫວ່າງ ລາວ-ຫວຽດນາມ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນໄປ.
ຂ່າວ: ອາພັດສະລາ
ເອກະສານ | ຂະໜາດ |
---|---|
a304.jpg | 211.9 KB |