

ປີ 2017 ຄໍາມ່ວນ ວາງເປົ້າຈັດເກັບລາຍຮັບເຂົ້າງົບ 560 ຕື້ກີບ
ທ່ານ ຄໍາພໍ ສູນທະລາ ຮອງຫົວໜ້າພະແນກການເງິນປະຈໍາ ແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນປີ 2017 ນີ້ ແຂວງຄຳມ່ວນ ໄດ້ຮັບການມອບໝາຍ 559,968 ຕື້ກີບ ໃນນັ້ນພູດສູນກາງ 282,668 ຕື້ກີບ ເຊິ່ງກວມເອົາດ່ານພາສີສາກົນຕາເວັນອອກ-ຕາເວັນຕົກ (ມິດຕະພາບ 3-ນາເພົ້າ) ແລະ ກອງກວດ ກາພາສີແຂວງ, ພູດຂອງແຂວງ277,300 ຕື້ກີບ ເຊິ່ງກວມເອົາລາຍຮັບສ່ວຍສາອາກອນ, ຊັບສິນ ແລະ ຄຸ້ມຄອງລັດວິສາຫະກິດ, ດ້ານລາຍຈ່າຍທັງໝົດມີຈໍານວນ 552,096 ຕື້ກີບເຊິ່ງລວມມີເງິນເດືອນພະນັກ ງານ, ເງິນອຸດໜູນເບ້ຍລ້ຽງ, ເງິນບໍລິຫານຂອງລັດ, ເງິນດັດສົມ ແລະ ສົ່ງເສີມ, ເງິນ ບັງເອີນ ແລະ ອື່ນໆ, ເງິນຊື້ຊັບສົມບັດຄົງທີ່ ແລະ ເງິນລົງທຶນກໍ່ສ້າງ.
ເພື່ອບັນລຸຕາມແຜນ ການທີ່ວາງໄວ້ນັ້ນ, ທ່ານຮອງຫົວໜ້າພະແນກ ການເງິນປະຈໍາແຂວງຄໍາມ່ວນໄດ້ກ່າວວ່າ : ສໍາລັບແຜນການເຄື່ອນ ໄຫວວຽກງານທາງດ້ານ ລາຍຮັບແມ່ນຕ້ອງເພີ່ມ ທະວີການກວດກາ, ຕິດຕາມການປະຕິບັດວຽກງານ ການຈັດເກັບລາຍຮັບເຂົ້າງົບປະມານ, ການປະສານສົມທົບກັບ ພາກສ່ວນກ່ຽວຂ້ອງ ຂຸດຄົ້ນແຫລ່ງລາຍຮັບ ທີ່ຍັງບົ່ມຊ້ອນ ແລະ ມີການຫລົບຫລີກ ໃນໄລຍະຜ່ານມາ, ດໍາເນີນການສໍາຫລວດ ຖານຂໍ້ມູນຫົວໜ່ວຍທຸລະກິດ ເພື່ອຍົກລະດັບອາ ກອນມອບເໝົາໃຫ້ສອດຄ່ອງ ກັບຄວາມເປັນຈິງ ຂອງການຂາຍສິນຄ້າ ແລະ ການບໍລິການ, ລົງໄລ່ລຽງບັນຊີນໍາ ບັນດາບໍລິສັດສົກປີ 2015 ໃຫ້ສໍາເລັດ, ກວດກາບັນຊີແບບໄວ, ເກັບກໍາຂໍ້ມູນການສົ່ງອອກ-ນໍາເຂົ້າສິນຄ້າ, ເກັບກໍາສະຖິຕິການ ຈັດເກັບພາສີທີ່ດິນ ຄືນໃໝ່ທີ່ເຫັນວ່າ ບໍ່ສອດຄ່ອງກັບຄວາມເປັນຈິງ, ປັບປຸງ ກົນໄກການຄຸ້ມຄອງ ເກັບລາຍຮັບອາ ກອນລາຍໄດ້ຈາກການ ໂອນສິດນໍາໃຊ້ທີ່ດິນໃຫ້ຄົບຖ້ວນ ແລະ ຖືກຕ້ອງ, ສືບຕໍ່ຊຸກຍູ້ບັນດາ ຜູ້ປະກອບການ ໃຫ້ຫັນມາເຄື່ອນ ໄຫວທຸລະກິດນໍາເຂົ້າ-ສົ່ງອອກຜ່ານດ່ານ ເພື່ອເກັບກໍາຕົວເລກ ລາຍຮັບເຂົ້າງົບປະມານໃຫ້ສູງຂຶ້ນ, ຄຸ້ມຄອງພາຫະນະ ທີ່ນໍາເຂົ້າບໍ່ຖືກຕ້ອງທີ່ໄດ້ສັງ ລວມບັນຊີໄວ້ແລ້ວໃຫ້ມາຊໍາລະຄ່າພາສີ, ສືບຕໍ່ຕິດຕາມຄ່າສໍາປະທານ ເພື່ອຊອກຄົ້ນສໍາຫລວດ, ຂຸດຄົ້ນແຮ່ທາດ, ຄ່າສໍາ ປະທານທີ່ດິນ, ຄ່າຕໍ່ສັນຍາເຊົ່າ, ສັນຍາສໍາປະທານທີ່ດິນ, ຄົ້ນຄວ້າເປົ້າໝາຍໃຫ້ເຊົ່າໃໝ່ ແລະ ປັບປຸງອັດຕາ ຄ່າເຊົ່າ-ຄ່າສໍາປະທານຂຶ້ນຕື່ມ, ລົງຊຸກຍູ້ໄລ່ລຽງເງິນ ປັນຜົນກໍາໄລນໍາບັນດາ ລັດວິສາຫະກິດ ທີ່ຍັງຄ້າງມອບ ໃຫ້ສໍາເລັດ ແລະ ອື່ນໆ.