ກະຊວງການເງິນ ສປປ ລາວ ແລະ ກະຊວງການເງິນ ສສ ຫວຽດນາມ ແລກປ່ຽນບົດບັນທຶກການຮ່ວມມື ໄລຍະປີ 2026-2030

ໃນໂອກາດ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມເວທີປາໄສອະນາຄົດອາຊຽນ ຄັ້ງທີ 3 (AFF) ແຕ່ວັນທີ 7-9 ມິຖຸນາ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ໃນຕອນບ່າຍວັນທີ 07 ມິຖຸນາ 2026 ໄດ້ມີການພົບປະເຈລະຈາລະຫວ່າງ ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ທີ່ສຳນັກງານນາຍົກລັດຖະມົນຕີ. ພາຍຫຼັງສໍາເລັດການພົບປະ, ສອງທ່ານນາຍົກລັດຖະມົນຕີ ກໍໄດ້ເປັນສັກຂີພິຍານໃນການແລກປ່ຽນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສອງກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ ໄລຍະປີ 2026-2030. ຕາງໜ້າໃຫ້ກະຊວງການເງິນ ແຫ່ງ ສປປ ລາວ ໂດຍ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ແລະ ຕາງໜ້າໃຫ້ກະຊວງການເງິນ ແຫ່ງ ສສ ຫວຽດນາມ ໂດຍ ທ່ານ ໂງ ວັນ ຕ໋ວນ ລັດຖະມົນຕີກະຊວງການເງິນ ສສ ຫວຽດນາມ.

ເບິ່ງຂ່າວເພີ່ມເຕິມ

ຂ່າວ ສາມອົງການຈັດຕັ້ງ

ເຂົ້າເບິ່ງທັງໝົດ

ເຂົ້າເບິ່ງໃນປີນີ້

ເຂົ້າເບິ່ງໃນເດືອນນີ້

ເຂົ້າເບິ່ງໃນມື້ນີ້

© 2025 Copyright: ກະຊວງການເງິນ, ສປປ ລາວ